ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-16 18:46:25    
ນັກ​ຮຽນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ເກືອບ​1​ແສນ​2​ໝື່ນ​ຄົນ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ລະ​ດັບ​ພາ​ສາ​ຈີນ​ປີ​2005

cri
ຕາມ​ຂ່າວ​ສານ​ຊີນຮວາ,​ການ​ສອບ​ເສັງ​ລະ​ດັບ​ພາ​ສາ​ຈີນ​(HSK)​ທີ່​ສູນ​ສອບ​ເສັງ​ລະ​ດັບ​ພາ​ສາ​ຈີນ​ຂອງ​ມະຫາ​ວິທະ​ຍາ​ໄລ​ພາສາ​ສາດ​ປັກ​ກິ່ງ​ຮັບ ຜິດ​ຊອບ​ການ​ປະ​ຕິ​ບັດ​ນັ້ນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ບຸກ​ຄົນ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງ​ປະ​ເທດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ຜູ້​ເຂົ້າ​ຮ່ວມ​ກໍ່​ເພີ່ມ​ຂຶ້ນ​ນຳ​ຄູ່​ປີ.​ນັກ​ຮຽນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຕົວ​ຈິງ​​ໃນ​ປີ​2005​ໄດ້​ບັນ​ລຸ1​ແສນ​1​ໝື່ນ​7660​ຄົນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​2004 ​26,52%.

ການ​ສອບ​ເສັງ​ລະດັບ​ພາສາ​ຈີນ​ແມ່ນ​ການ​ສອບ​ເສັງ​ແບບ​ມາດ​ຖານ​ລະດັບ​ຊາດ​ທີ່​ຈັດ​ຂຶ້ນ​ເພື່ອ​ກວດ​ກາ​ລະດັບ​ພາ​ສາ​ຈີນ​ຂອງ​ຜູ່​ທີ່ພາ​ສາ​ແມ່​ບໍ່​ແມ່ນ​ພາສາ​ຈີນ​(ລວມທັງ​ຄົນ​ຕ່າງປະ​ເທດ,​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ).​ນັບ​ມາຮອດ​ທ້າຍ​ປີ2005,​ໄດ້​ມີນັກ​ຮຽນ​ນັກ​ສຶກ​ສາ5​ແສນ​ກວ່າ​ເທື່ອຄົນ​ຂອງ​120​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຄີຍ​ເຂົ້າ​ຮ່ວມ​ການ​ເສັງ HSK.