ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-17 11:19:22    
ປີ2005,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາຊ​ຽນບັນ​ລຸ130ຕື້400ລ້ານ​ໂດ​ລາສະຫະລັດ

cri

ຕາມ​ຂ່າວສານ​ຊິ​ນຮວາ:ປີ2005,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​​ຊຽນບັນ​ລຸ130ຕື້400ລ້ານ​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນ23,1%​ເມື່ອ​ທຽບ​ກັບ​ປີ2004.

ວັນ​ທີ16 ມັງກອນ,​ໃນ​​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ສາກົນ​ກ່ຽວ​ກັບ​ຊຸກຍູ້​ການ​ຄ້າ​ການ​ລົງທຶນ​ຂອງ​ອະນຸ​ພາກ​ພື້ນແມ່​ນ້ຳຂອງ (GMS)ມີ​ຄວາມ​ສະດວກ,ທ່ານ​ອີ້​ສຽວ​ຈຸນ ຮອງ​ລັດຖະມົນ​ຕີ​ກະຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍຕົວ​ເລກດັ່ງກ່າວ.

ທ່ານ​ອີ້​ສຽວ​ຈຸນ​ກ່າວ​ວ່າ,ວັນ​ທີ20 ກໍລະ​ກົດປີ​ທີ່​ແລ້ວ,ການ​ສ້າງ​ສາເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ​ໄດ້​ເລີ່​ມດຳ​ເນີ​ນຮອບ​ດ້ານ,ພາສີ7000ກວ່າ​ລາຍ​ການໄດ້​ເລີ່​ມຫຼຸດ​ໜ້ອຍ​ລົງ,​ພ້ອມ​ກັນ​ນັ້ນ,ສັນຍາ​ບໍລິການ​​ການ​ຄ້າ​ແລະ​ການ​ລົງທຶນ​ພວມ​ກ້າວ​ໄປ​ໜ້າ​ຢ່າງ​ສະດວກ.

ທ່ານ​ຍັງ​ແນະ​ນຳ​ວ່າ,​ໃນ​ການ​ຂະຫຍາຍຮ່ວມ​ມືດ້ານເສດຖະກິດ​​ໃນອະນຸ​ພາກ​ພື້ນຂະຫຍາຍ10ກວ່າ​ປີ​ມາ​ນີ້,6ປະ​ເທດ​​ອະນຸ​ພາກ​ພື້ນ​​ໄດ້ປະຕິບັດ​ໂຄງການ​ຮ່ວມ​ມື100ກວ່າ​​ໂຄງການຢ່າງ​ບັງ​​ເກີດ​ຜົນ,​ໄດ້​ສ້າງ​​ໂຄງການທີ່​​ເປັນ​ຂີດ​ໝາຍງວດ​ໜຶ່ງ,ຊຸກຍູ​​ເສດຖະກິດ​ແລະ​ສັງຄົມ​ຂອງ​ບັນດາ​ປະ​ເທດພັດທະນາ.