ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-17 18:54:07    
ໃຊ້​ພາ​ຫະ​ນະ​ທາງ​ການ​ທູດ​ມາ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ​ແມ່ນ​ການ​ເລືອກ​ເອົາ​ທີ່​ດີ

cri
ຕາມຂ່າວCRI,ທ່ານຂົງຊວນ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຢູ່​ທີ່​ປັກ​ກິ່ງ​ວ່າ,​ຝ່າຍ​ຈີນ​ເຫັນ​ວ່າ,​ການໃຊ້​ພາຫະນະ​ທາງ​ການ​ທູດ​ມາ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ອີຣານ​ແມ່ນ​ການ​ເລືອກ​​ເອົາ​ທີ່​ດີ,ມັນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຝ່າຍ,ຫວັງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຮັກ​ສາ​ຄວາມ​ອົດ​ກັ້ນ​ແລະ​ຄວາມ​ອົດ​ທົນ,​ພະ​ຍາ​ຍາມ​ສຸດ​ຂີດ​ຟື້ນ​ຟູ​ການ​ເຈ​ລະ​ຈາ.

ວັນ​ທີ16​ມັງກອນ,ຢູ່​ລອນ​ດອນ,​ເຈົ້າ​ໜ້າ​ທີ່​ ການ​ທູດ​ຊັ້ນ​ສູງ​ຂອງ​ອັງ​ກິດ,​ຝະ​ຣັ່ງ,​ເຢຍ​ລະ​ມັນ,​ອາ​ເມ​ລິ​ກາ,ຣັດ​ເຊຍ​​ແລະ​ຈີນ​ໄດ້​​ເຈລະຈາ​ກັນ​ແບບ​ປິດ​ປະ​ຕູ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ຂອງ​ອີ​ຣານ.​ກ່ຽວ​ກັບ​ເລື່ອງ​ນີ້,​ໃນ​ງານ​ຊຸມນຸມ​ນັກຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ17​ມັງ​ກອນ,​ທ່ານ​ຂົງ​ຊວນ​ກ່າວ​ວ່າ,ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ລ້ວນ​ແຕ່​ໄດ້​ສະ​ແດງ​ຄວາມ​​ເອົາ​ໃຈ​ໃສ່​ນຳ​ອີ​ຣານ​ທີ່​ຟື້ນ​ຟູ​ ​ພັດທະນາ​ວັດຖຸ​ເຊື້ອ​​ໄຟ​ນີວ​ເຄຼຍ,​ແລະ​ກໍ​ໄດ້​ກ່າວ​ວ່າ​ຍິນ​ດີ​ສຸມ​ໃສ່​ການ​ ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ໂດຍ​ຜ່ານ​ການ​ເຈລະຈາ​ທາງ​ການ​ທູດ.​ຝ່າຍ​ຈີນ​ຫວັງ​ໃຫ້​ອີ​ຣານ​ປະ​ສານ​ສົມ​ທົບ​ກັບ​ຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ,​ຈັດ​ການ​ເຈ​ລະ​ຈາ​ທາງ​ການ​ທູດ​ຄືນ​ໃໝ່.