ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-17 19:09:49    
ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ສ.ປ.ປ.​ເກົາ​ຫຼີ​ໃນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ດ້ວຍ​ຫຼາຍ​ຮູບ​ການ​ກວ່າ​ເກົ່າ​ໃນ​ຂົງ​ເຂດ​ກວ້າງ​ກວ່າ​ເກົ່າ

cri
ຕາມ​ຂ່າວCRI,ທ່ານ​ຂົງ​ຊວນ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ,​ຝ່າຍ​ຈີນ​ຫວັງ​ໃຫ້​​ເປີດ​ກວ້າງ​ແລະ​ລົງ​ເລິ​ກການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ສ.ປ.ປ.​ເກົາ​ຫຼີ​ດ້ວຍ​ຫຼາຍ​​ຮູບ​ການກວ່າ​​ເກົ່າ​ໃນ​ຂົງ​ເຂດ​ກວ້າງ​ກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ງານ​ຊຸມ​ນຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​17​ມັງ​ກອນ,ທ່ານ​ຂົງ​ຊວນ​ແນະນຳ​ວ່າ,​​ແຕ່​ເດືອນ​ມັງ​ກອນ​ຮອດ​ເດືອນ​ພະ​ຈິກ​ປີ​ກາຍ​ນີ້,​ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າຂາ​ອອກ​ລະຫວ່າງ​ຈີນ​ກັບສ.ປ.ປ.​ເກົາ​ຫຼີ​ໄດ້​ບັນລຸ1​ຕື້​460​ລ້ານ​ໂດ​ລາ​ສະ​ຫະ​ລັດ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ​2004 23%​ຂຶ້ນ​ໄປ.ທ່ານ​ກ່າວ​ວ່າ,​ຝ່າຍ​ຈີນ​ເຊື່ອ​ວ່າ,​ຈີນ​ແລະ​ສ.ປ.ປ.​ເກົາຫຼີ​ຈະ​ພ້ອມ​ກັນ​ພະ​ຍາ​ຍາມ,​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ສອງ​ຝ່າຍ​ເລື້ອຍໆ​ບົນ​ພື້ນ​ຖານ​ສະ​ເໝີ​ພາບ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ມີ​ໄມຕີ​ຈິດ.