ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-17 19:21:00    
ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ຊຸກ​ຍູ້​ຈັດ​ກອງ​ປະ​ຊຸມ​ໄລ​ຍະ​ສອງ​ຂອງ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຮອບ​5

cri
ຕາມ​ຂ່າວCRI,​ທ່ານ​ຂົງ​ຊວນ​ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ ວ່າ,​ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ພ້ອມ​ກັນ​ພະຍາ​ຍາມ,​ຊຸກ​ຍູ້​ໃຫ້​ຈັດ​ກອງ​ປະຊຸມ​ໄລ​ຍະ​ສອງ​ຂອງ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຮອບ​5​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາຫຼີ​ໂດຍ​ໄວ.

ວັນ​ທີ17​ມັງກອນ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ທ່ານ​ຂົງ​ຊວນ​ກ່າວ​ວ່າ,​ປັດຈຸ​ບັນ,​ຂະ​ບວນ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ໄດ້​ປະ​ສົບ​ປັດ​ໄຈ​ອັນ​ສັບ​ສົນ​ບາງ​ຢ່າງ,​ຝ່າຍ​ຈີນ​ໄດ້​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ແລກ​ປ່ຽນ​ຢ່າງ​ໃກ້​ຊິດ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໂດຍ​ຕະ​ຫຼອດ.