ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-17 20:47:18    
ແຜນ​ການ​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ງານ​​ເອ​ຊຽນ​ເກມ​ໂດ​ຮາ​ປີ2006​ໄດ້​ຕົກ​ລົງ​ແລ້ວ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ17​ມັງກອນ,ຢູ່​ທີ່ປັກ​ກິ່ງ,ທ່ານ​ກູ້​ຢ້າວ​ມີ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳ​ມະ​ການ​ງານ​ກິລາ​ໂອ​ລິ​ມປິກ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ແຜນການ​ສົ່ງ​ຕໍ່​ທວນ​ໄຟ​ງານ​​ເອຊຽນ​ເກ​ມ​ໂດ​ຮາ​ປີ2006​ໄດ້​ຕົກລົງ​ແລ້ວ,ການ​ສົ່ງ​ຕໍ່​ທວນ​ໄຟ​ຈະ​ຈັດ​ຂຶ້ນ​ແຕ່​ເດືອນ​ຕຸລາ​ຫາ​ວັນ​ທີ1​ທັນ​ວາ​ປີ2006,ປັກກິ່ງ​ແລະ​ກວາງ​ໂຈ່​ວຂອງ​ຈີນ​ແມ່ນ​ສອງ​ບ່ອນ​​ໃນ​ການ​ເຄື່ອນ​ໄຫວ​ສົ່ງ​ຕໍ່​ທວນ​ໄຟ​​ເທື່ອ​ນີ້.

ງານ​​ເອຊຽນ​ເກ​ມ​ໂດ​ຮາ​ຈະຈັດຂຶ້ນຢູ່​ໂດ​ຮາ ນະຄອນຫຼວງກາ​ຕາ​ແຕ່​ວັນ​ທີ1​ຫາ​ວັນ​ທີ15​ທັນວາ​ປີ2006,ພິທີ​ເກັບ​​ໄຟສັດ​ສິດ​ຂອງ​ງານ​ເອຊຽນ​ເກ​ມຈະ​ຈັດ​ຂຶ້ນຢູ່​ໂດ​ຮາ​ໃນ​ເດືອນ​ຕຸລາ​ປີ2006.

ການສົ່ງ​ຕໍ່​ທວນ​ໄຟ​ຈະ​ຜ່ານ​ປະ​ເທດ​ທີ່​ເຄີຍ​ຈັດ​ງານ​ເອຊຽນ​ເກ​ມພ້ອມ​ດ້ວຍ5​ປະ​ເທດ​ພາ​ຄີ​ຂອງ​ຄະນະ​ມົນຕີການ​ຮ່ວມມື​ອ່າວ​ເປີ​ເຊຍຄື ​ບາ​​​ເລັນ ​ໂກ​ແວັດ ​ໂອ​ມານ ​ເອມີ​ລາ​ອາ​ລາບ​ແລະ​ກາ​ຕາ.

ວັນ​ທີ1​ທັນວາ,ທວນ​ໄຟ​ທີ່​ສົ່ງ​ໄປ​ຮອດ​ໂດ​ຮາ​ຈະ​ຖືກ​ໃຊ້​ມາ​ຈູດ​ທວນ​ໄຟ​ຫຼັກ​ໃນ​ສະ​ໜາມ​ກິ​ລາ​ຫຼັກ​ໃນພິທີ​ໄຂ​ງານ​​ເອຊຽນ​ເກມ.