ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການນິທານສຸພາສິດ, ໃນລາຍການພາກນີ້, ຂ້າພະເຈົ້າຈະເລົ່າສຸພາສິດເລື່ອງ "ຟາງເຊີ້ນຈື່ຕີ້" ສູ່ຟັງ, ໃນສະໄໝບູຮານ, ຄຳວ່າ "ຟາງເຊີ້ນ" ໝາຍເຖິງຫົວໃຈ, ສຸພາສິດນີ້ກໍໝາຍເຖິງໝາກຫົວໃຈຂອງຄົນ.
ໃນສະໄໝຊຸນຊິວຂອງຈີນ, ຢູ່ລັດຊົ້ງມີທ່ານໝໍຜູ່ໜຶ່ງຊື່ວ່າເຫວີນຈື້, ເພິ່ນມີວິຊາການແພດລະດັບສູງພໍສົມຄວນ, ພະຍາດຕ່າງໆທີ່ບົ່ງມະຕິແລະປິ່ນປົວໄດ້ຍາກນັ້ນ ເພິ່ນກໍ່ປິ່ນປົວໄດ້. ຕາມເວົ້າກັນວ່າ, ເພິ່ນກໍ່ເຄີຍຄົ້ນຄວ້າວິທີບຳລຸງສຸຂະພາບ, ສະນັ້ນ ເພິ່ນຈຶ່ງມີຊື່ສຽງສູງສົມຄວນໃນຄາວນັ້ນ.
ມີນັກສາສະໜາເຕົາຜູ່ໜຶ່ງຊື່ວ່າຫຼົງຊູ ເມື່ອເພິ່ນໄດ້ຮູ້ຊື່ສຽງຂອງເຫວິນຈື້ແລ້ວ ກໍໄປຢາມເຫວີນຈຶ້ໃນເຮືອນຂອງເຂົາ. ຫຼົງຊູເວົ້າຕໍ່ເຫວີນຈື້ຢ່າງຈົ່ງຈຽມວ່າ: "ຂ້າພະເຈົ້າໄດ້ຍິນວ່າທ່ານມີວິຊາການແພດລະດັບສູງສົມຄວນ, ພະຍາດໃດກໍ່ປິ່ນປົວໃຫ້ຫາຍໄດ້, ສະນັ້ນຈຶ່ງມາຂໍໃຫ້ທ່ານຊ່ອຍປິ່ນປົວພະຍາດ, ບໍ່ຮູ້ວ່າຈະໄດ້ຫຼືບໍ່."
ເຫວີນຈື້ຕອບຢ່າງຖ່ອມຕົວວ່າ: "ທ່ານຍ້ອງເກີນໄປແລ້ວ. ຄັນທ່ານເຊື່ອໃຈຂ້າພະເຈົ້າ, ຂ້າພະເຈົ້າກໍ່ຍິນດີບໍລິການທ່ານ, ຂໍໃຫ້ທ່ານເລົ່າອາການປ່ວຍຂອງທ່ານກ່ອນເຖາະ."
ຫຼົງຊູເວົ້າວ່າ: "ອາການປ່ວຍຂອງຂ້າພະເຈົ້າຄືແນວນີ້: ເມື່ອບ້ານເກີດຂອງຂ້າພະເຈົ້າໄດ້ກຽດຕິຍົດ ແລະມີຊື່ລືນາມໄດ້ຮັບການສັນລະເສີນຈາກຄົນທັງຫຼາຍນັ້ນ, ຂ້າພະເຈົ້າພັດບໍ່ຮູ້ສຶກວ່າມີກຽດແຕ່ຢ່າງໃດ; ເມື່ອປະເທດຂອງຂ້າພະເຈົ້າມີຊື່ຊືນາມຍ້ອນຄວາມຊົ່ວຮ້າຍນັ້ນ, ຂ້າພະເຈົ້າກໍ່ບໍ່ຮູ້ສຶກອັບອາຍ; ເມື່ອຂ້າພະເຈົ້າໄດ້ເພັດນິນຈິນດາທີ່ຫາຍາກໃນໂລກ, ກໍ່ບໍ່ຮູ້ສຶກດີໃຈຈົນສຸດຂະໜາດ; ໃນເວລາຂ້າພະເຈົ້າມີຂອງຫາຍ, ກໍ່ບໍ່ຮູ້ສຶກອຸກໃຈ; ເຖິງວ່າຂ້າພະເຈົ້າມີຊີວິດຢູ່, ແຕ່ພັດເໝືອນຄົນຕາຍ; ເຖິງວ່າຂ້າພະເຈົ້າຮັ່ງມີ, ແຕ່ພັດຮູ້ສຶກບໍ່ມີຄວາມແຕກຕ່າງກັນຫຍັງກັບຄວາມທຸກຍາກ; ຂ້າພະເຈົ້າເຫັນວ່າຄົນກັບສັດບໍ່ມີຄວາມແຕກຕ່າງກັນຫຍັງ… ຂ້າພະເຈົ້າເປັນໂຣກຄືແນວນີ້ແຫຼະ, ຂຸນນາງຕຳແໜ່ງສູງ ຍົດຖາບັນດາສັກ ຊັບສິນເງິນຄຳກໍ່ບໍ່ສາມາດຫຼອກລໍ້ຂ້າພະເຈົ້າໄດ້; ລົງໂທດແບບໂຫດຫ້ຽມຈົນຫາອັນປຽບບໍ່ໄດ້ກໍ່ບໍ່ສາມາດບັງຄັບຂ້າພະເຈົ້າໄດ້; ການໄດ້ການເສຍກໍປ່ຽນແປງຂ້າພະເຈົ້າບໍ່ໄດ້; ຄວາມໂສກເສົ້າແລະຄວາມເບີກບານໃຈກໍ່ບໍ່ສາມາດກະຕຸ້ນຂ້າພະເຈົ້າ. ກໍ່ຍ້ອນເປັນໂຣກຮ້າຍແຮງເຫຼົ່ານີ້, ຂ້າພະເຈົ້າຈຶ່ງເຂົ້າເປັນເຈົ້າເປັນນາຍເພື່ອຮັບໃຊ້ປະເທດຊາດບໍ່ໄດ້, ກໍ່ໄປມາຫາສູ່ກັນກັບເພື່ອນມິດຢ່າງສະໜິດສະໜົມບໍ່ໄດ້, ຈົນກະທັ້ງບໍ່ສາມາດຢູ່ຮ່ວມກັນກັບເມຍແລະຄອບຄົວຢ່າງເປັນປົກກະຕິ…ໂຣກແປກປະຫຼາດຂອງຂ້າພະເຈົ້າເຫຼົ່ານີ້, ທ່ານຈະປົວໄດ້ບໍ່?"
ເມື່ອໄດ້ຍິນຄຳເວົ້າຂອງຫຼົງຊູແລ້ວ, ເຫວີນຈື້ໄດ້ສັງເກດໃບໜ້າຂອງຫຼົງຊູຢ່າງລະອຽດ, ຄຶດຫງຳຢູ່ບຶດໜຶ່ງ, ຈຶ່ງຍິ້ມວ່າ: "ຂໍໃຫ້ທ່ານຫັນໜ້າສູ່ຂ້າພະເຈົ້າ, ຫັນຫຼັງສູ່ໜ້າປ່ອງຢ້ຽມບ່ອນມີແສງສະຫວ່າງ, ໃຫ້ຂ້າພະເຈົ້າສັງເກດເບິ່ງໝາກຫົວໃຈຂອງທ່ານ, ກໍ່ຈະຮູ້ວ່າໂຣກເກີດຢູ່ບ່ອນໃດ."
ຫຼົງຊູຢືນຢູ່ຕໍ່ໜ້າປ່ອງຢ້ຽມຕາມການຮ້ອງຂໍຂອງເຫວີນຈື້, ໃຫ້ແສງແດດສ່ອງໃສ່ຫຼັງ. ເຫວີນຈື້ສັງເກດເບິ່ງໜ້າເອິກຂອງຫຼົງຊູຢ່າງລະອຽດທີ່ສຸດ, ຜ່ານໄປດົນເຕີບ, ເຫວີນຈື້ຈຶ່ງຮ້ອງຂຶ້ນຢ່າງດີໃຈວ່າ: "ໂອ້ ຂ້າພະເຈົ້າໄດ້ເຫັນໝາກຫົວໃຈຂອງທ່ານແລ້ວ, ຫົວໃຈຂອງທ່ານໄດ້ເປົ່າຫວ່າງໝົດແລ້ວ. ຈາກນີ້ເຫັນໄດ້ວ່າ, ທ່ານໄດ້ເປັນເມທາຈານແລ້ວ, ທ່ານຖືສະຕິປັນຍາສູງສຸດຂອງເມທາຈານເປັນພະຍາດ, ຄົນທຳມະດາສາມັນຄືຂ້າພະເຈົ້ານີ້ຈະປົວໂຣກຂອງທ່ານໄດ້ແນວໃດ? ທ່ານໄດ້ຊາບຊຶມວິທີບຳລຸງສຸຂະພາບເພື່ອໃຫ້ມີອາຍຸຍືນແລ້ວ, ຈິດວິນຍານຂອງທ່ານຈະບໍ່ເຫືອດແຫ້ງຈົນເທົ່າໃດໆ.
ທີ່ຈິງແລ້ວ ເມື່ອເຫວີນຈື້ໄດ້ຟັງຄຳເວົ້າຂອງຫຼົງຊູແລ້ວ ກໍ່ເຂົ້າໃຈເລີຍວ່າສິ່ງທີ່ທ່ານເວົ້ານັ້ນ ລ້ວນແຕ່ແມ່ນວິທີບຳລຸງສຸຂະພາບແລະປະຕິບັດຕົນຂອງສຳນັກເຕົາ, ຈຶ່ງປອບໃຈຫຼົງຊູດ້ວຍເຫດຜົນທີ່ຈິດວິນຍານມີຊີວິດຈົນເທົ່າໃດໆທີ່ສຳນັກເຕົາໂຄລົບທີ່ສຸດ, ຕົວະວ່າໄດ້ເຫັນໝາກຫົວໃຈຂອງຫຼົງຊູ.
|