ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-18 16:07:32    
ຂ່າວ​ກິລາ​ປະມວນ​ໜຶ່ງ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ, ​ໃນ​ລາຍການ​ພາກ​ນີ້, ​ຂ້າພະ​ເຈົ້າຈະ​ສະ​ເໜີ​ຂ່າວ​ກິລາ​​​ໃນ​ຫວ່າງ​ມໍ່ໆ​ນີ້​ປະມວນ​ໜຶ່ງ​ສູ່​ທ່ານ​ຟັງ.

ຫວ່າງ​ມໍ່ໆ​ນີ້, ຜູ່​ຮັບຜິດຊອບ​ພະ​ແນ​ກຄຸ້ມ​ຄອງ​ບໍລິຫານອຸດສາຫະກຳ​ການ​ຄ້ານະຄອນ​ປັກ​ກິ່ງ​ປະກາດ​ວ່າ, ອາຫານ​ທັງ​ໝົດທີ່​ສະໜອງ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ຈະ​ຕ້ອງ​ຕິດ​​ເຄື່ອງໝາຍ​ເອ​ເລັກ​ໂຕຼນິກ. ​ເຄື່ອງໝາຍ​ຊະນິດ​ນີ້​ຈະ​ແຈ້ງ​ຂໍ້​ມູນ​ຕ່າງໆ ​ເຊັ່ນ ການ​ປູກ ການ​ລ້ຽງ ການ​ໃສ່​ຝຸ່ນ​ແລະ​ການ​​ໃຊ້​ຢາ, ຍັງ​ຈະ​ແຈ້ງ​ຂໍ້​ມູນ​ດ້ານ​ການ​ປຸງ​ແຕ່ງ ການ​ຂົນ​ສົ່ງ ການ​ຫຸ້ມ​ຫໍ່​ແລະ​ການຈໍລະ​ຈອນ​ເປັນຕົ້ນ. ຮອດ​ເວລາ​ນັ້ນ ຕາບ​ໃດ​ພົບ​ເຫັນ​ອາຫານ​​ຊະນິດໃດ​ມີ​ບັນຫາ, ຜູ່​ຕິດຕາມ​ຄວບ​ຄຸມ​ຈະສາມາດ​ສຳຫຼວດ​ແຫຼ່ງທີ່​ມາ​ແລະ​ທິດ​ຈຳໜ່າຍ​ຂອງ​ອາຫານ​ໄດ້​ຢ່າງ​ວ່ອງ​ໄວ ​ໂດຍ​ອີງ​ຕາມ​ລະບົບ​ຕິດຕາມຄວບ​ຄຸມອາຫານ​ນະຄອນ​ປັກ​ກິ່ງ, ​ເພື່ອ​ໃຊ້​ມາດ​ຕະການ​ຄວບ​ຄຸມ​ຢ່າງ​ທັນ​ການ, ລົບ​ລ້າງ​ຜົນ​ຮ້າຍ​ໃນ​ຂອບ​ເຂດ​ກວ້າງ​ທີ່​ສຸດ.

ຫວ່າງ​ມໍ່ໆ​ນີ້ ນະຄອນ​ປັກ​ກິ່ງ​ໄດ້​ວາງ​ແຜນການ​ເຄື່ອນ​ໄຫວ​ສາກົນ​ກ່ຽວ​ກັບ​ໂຮງຮຽນ​ຜູກ​ມິດ​ກັບ​ງານ​ກິລາ​ໂອ​ລິ​ມປິກ. ຕາມ​ແຜນການ​ດັ່ງກ່າວ, ກ່ອນ​ປີ 2008, ຢູ່​ນະຄອນ​ປັກ​ກິ່ງ​ຈະ​ມີ​ໂຮງຮຽນ​ຜູກ​ມິດ​ກັບ​ງານ​ກິລາ​ໂອ​ລິ​ມປິກ 200 ​ແຫ່ງ. ​ໃນ 3 ປີ​ຂ້າງ​ໜ້າ, ​ໂຮງຮຽນ​ເຫຼົ່ານີ້​ຈະດຳ​ເນີນ​ການ​ແລກປ່ຽນ​ ການ​ແຂ່ງຂັນ​ກິລາ​ແລະ​ການ​ແລກປ່ຽນ​​ວັດທະນະທຳ​ກັບ​ຄູ​​ແລະນັກຮຽນຂອງ​ໂຮງຮຽນທີ່​ກ່ຽວຂ້ອງຂອງປະ​ເທດຫຼື​ເຂດ​ແຄວ້ນ​ທີ່​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ໂຮງຮຽນ​ຜູກ​ມິດ​ເຫຼົ່ານີ້​ຈະ​ຈັດຕັ້ງນັກຮຽນ​ເຂົ້າຮ່ວມ​ພິທີ​ຕ້ອນຮັບ​ແລະພິທີ​ຊັກ​ທຸງ​ຂຶ້ນ​ເສົາ​ຢູ່​ບ້ານ​ໂອ​ລິ​ມປິກຂອງ​ນັກ​ກິລາ​ປະ​ເທດຫຼື​ເຂດ​ແຄວ້ນຢູ່​ບ້ານ​ໂອ​ລິ​ມປິກ, ຮ້ອງ​ໂຮ​ເຊຍນັກ​ກິລາ​​ໃນ​ສະໜາມ​ແຂ່ງຂັນ.

ວັນ​ທີ 8 ມັງກອນ, ງານ​ແຂ່ງຂັນ​ດອກ​ປີກ​ໄກ່​ສະ​ວິສ​ໂອ​ເພັນ ​ເຊິ່ງ​ແມ່ນ​ງານ​ແຂ່ງຂັນ​ສາກົນ​ຄັ້ງທຳ​ອິດ​ຂອງ​ເວທີ​ດອກ​ປີກ​ໄກ່​ສາກົນ​​ໃນປີ 2006 ​ໄດ້​ສິ້ນ​ສຸດ​ລົງ​ຢູ່​​ເມືອງ​ບາ​ແຊນ,  ທີ​ມຈີນຊິງ​ໄດ້​ແຊມ​ປຽນ​ຕີ​ຄູ່​ເພດ​ຍິງ​ແລະ​ຮອງ​ຊະນະ​ເລີດ​ຕີ​ດ່ຽວ​ຍິງ​ຊາຍ. ​ໃນ​ການ​ແຂ່ງຂັນ​ຕີ​ຄູ່​ເພດ​ຍິງ​ຮອບ​ຊິງ​ຊະນະ​ເລີດ, ນາງ​ອີ​ຢາງ​ກັບ​ນາງ​ຕູ້​ຈິ້ງ ນັກ​ກິລາ​ຈີນ​ໄດ້​ເອົາ​ຊະນະ​ນາງ​ຈ່າງ​ຕ່າ​ນກັບ​ນາງ​ຈ້າວ​ຖິງ ນັກ​ກິລາ​ຈີນ​ອີກ​ຄູ່​ໜຶ່ງ​ດ້ວຍ​ຄະ​ແນນ 2:1, ​ແລ້ວ​ຊິງ​ໄດ້​ແຊມ​ປຽນ. ​ໃນ​ການ​ແຂ່ງຂັນ​ຕີ​ດ່ຽວ​ເພດ​ຊາຍ, ທ້າວ​ເຊ້ຍ​ເຈີ​ຊວນ ນັກ​ກິລາ​ອາວຸ​ໂສ​ຈີນ​ໄດ້​ເສຍ​ໃຫ້​ທ້າວ​ລີ​ຊົງ​ເວ ນັກ​ກິລາມາ​ເລ​ເຊຍ​ດ້ວຍ​ຄະ​ແນນ 0:2, ​ເປັນ​ຮອງ​ຊະນະ​ເລີດ. ​ໃນ​ການ​ແຂ່ງຂັນ​ຕີ​ດ່ຽວ​ເພດ​ຍິງ​ຮອບ​ຊິງ​ຊະນະ​ເລີດ, ນາງ​ຈູ​ລິນ ນັກ​ກິລາ​ຈີນ​ຜູ່​ດີ​ເດັ່ນຮຸ້ນ​ໃໝ່ກໍ່​ເສຍ​ໃຫ້​ນາງ​ສິຫວາຍ​ເວິນ ອະດີດ​ນັກ​ກິລາ​ຈີນທີ່​ຕາງໜ້າ​ເຢຍລະ​ມັນ​ເຂົ້າຮ່ວມ​ການ​ແຂ່ງຂັນ​ດ້ວຍ​ຄະ​ແນນ​ດຽວ​ກັນ.

ວັນ​ທີ 5 ມັງກອນຢູ່​ທີ່​ປັກ​ກິ່ງ ສະມາຄົມ​ບານບ້ວງ​ຈີນ​ກັບ​ສະຫະພັນ​ບານບ້ວງສ.​ເກົາຫຼີ​ໄດ້​ຮ່ວມ​ກັນປະກາດ​ວ່າ, ງານ​ແຂ່ງຂັນ​ດາລາ​ບານບ້ວງ​ລະຫວ່າງ​ຈີນ​ກັບສ.​ເກົາຫຼີປີ 2006 ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ນີ້. ທີ​ມດາລາ​ບານບ້ວງ​ CBA ຈີນ​ແລະທີ​ມດາລາ​ບານບ້ວງ KBL ສ.​ເກົາຫຼີລ້ວນ​ແຕ່​ປະກອບ​ດ້ວຍ​ນັກ​ກິລາບານບ້ວງ​ຜູ່​ດີ​ເດັ່ນ​ໃນ​ງານ​ແຂ່ງຂັນ​ບານບ້ວງ​ອາຊີບ​ຂອງ​ປະ​ເທດ​ໃຜລາວ. ສອງ​ທີ​ມຈະ​ແຂ່ງຂັນ​ກັນ​ນັດ​ທຳ​ອິດ​ຢູ່​ທີ່​ເຊ​ອຸນ​ແຫ່ງ​ສ.​ເກົາຫຼີ​ໃນ​ວັນ​ທີ 22 ມັງກອນ, ນັດ​ທີ​ສອງ​ຈະ​ຈັດ​ຂຶ້ນຢູ່​​ເມືອງ​ຈີ​ຢວນ​ແຫ່ງ​ແຂວງ​ເຫີ​ນານ​ຈີນ​ໃນ​ວັນ​ທີ 24 ມັງກອນ. ງານ​ແຂ່ງຂັນ​ດາລາ​ບານບ້ວງ​ຈີນ​ສ.​ເກົາຫຼີ​ເລີ່​ມຈັດ​​ໃຫ້​ມີຂຶ້ນ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ​ກາຍ​ນີ້, ​ໃນ​ການ​ແຂ່ງຂັນ​ ສອງ​ຝ່າຍ​ຕ່າງ​ໄດ້​ຊະນະ​ຜູ່​ລະ​ໜຶ່ງນັດ.

ຫວ່າງ​ມໍ່ໆ​ນີ້, ຜົນ​ແບ່ງ​ສາຍ​ຂອງ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ອາຊີ​ປີ 2007 ຮອບ​ຄັດ​ເລືອກ​ໄດ້​ສະ​ເຫຼີຍຜົນ​ຢູ່​ສຳນັກງານ​ໃຫຍ່​ສະຫະພັນ​ບານ​ເຕະ​ອາຊີ​ທີ່ກົວ​ລາ​ລຳ​ເປີ​ແຫ່ງ​ມາ​ເລ​ເຊຍ. ທີ​ມບານ​ເຕະ 24 ທີ​ມທີ່​ຈະ​​ເຂົ້າຮ່ວມ​ການ​ແຂ່ງຂັນ​ຮອບ​ຄັດ​ເລືອກ​ຖືກ​ແບ່ງ​ອອກ​ເປັນ 6 ສາຍ, ສອງທີ​ມນຳ​ໜ້າ​ກ່ອນໝູ່​ໃນ​ແຕ່​ລະສາຍ​ຈະ​​ໄດ້​ເຂົ້າຮອບ​ຕໍ່​ໄປ. ທີ​ມຈີນ​ກັບ​ທີ​ມອີຣັກ ທີ​ມ ສິງກະ​ໂປ​ແລະ​ທີ​ມປາ​ເລັສຕິນຢູ່​ສາຍ E ດຽວກັນ. ການ​ແຂ່ງຂັນ​ຂອງ​ສາຍ E ຈະ​ດຳເນີນ​ໄປ​ແຕ່ເດືອນ​ກຸມພາ​ຮອດເດືອນ​ພະຈິກ​ປີ​ນີ້. ກາ​ນ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດຂອງ​ງາ​ນ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ອາຊີ​ປີ 2007 ຈະ​ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ​ໄທ​ແລະ​ຫວຽດນາມແຕ່​ວັນ​ທີ 7 ຮອດ​ວັນ​ທີ 29 ​ກໍລະກົດ​ປີ 2007.

ວັນ​ທີ 8 ມັງກອນ, ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ "​ເສິງ​ກາງ" ຄັ້ງທີ 28 ນັດ​ທີ​ 2 ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ກວາງ​ໂຈ່​ວ ທາງ​ພາກ​ໃຕ້​ຂອງ​ຈີນ, ທີ​ມ​ແຂວງ​ກວາງ​ຕຸ້ງ​ໄດ້​ເອົາ​ຊະນະ​ທີ​ມຮົງ​ກົງ​ຈີນດ້ວຍ​ຄະ​ແນນ 2:0, ​ແລ້ວ​ຊິງ​ໄດ້​ຂັນ "​ເສິງ​ກາງ" ຄັ້ງນີ້​ດ້ວຍ​ຄະ​ແນນ​ລວມ 2 ນັດ 2:1. ​ໃນ​ການ​ແຂ່ງຂັນນັດ​ທຳ​ອິດ, ທີ​ມຮົງ​ກົງ​ຈີນ​ໄດ້​​ໄຊຊະນະ​ດ້ວຍ​ຄະ​ແນນ 1:0. ງານ​ແຂ່ງຂັນ​ຊິງ​ຂັນ "​ເສິງ​ກາງ" ​ແມ່ນ​ງານ​ແຂ່ງຂັນ​ບານ​ເຕະ​ດັ້ງ​ເດີມ​ທີ່​ຈັດ​ຂຶ້ນປີ​ລະ​ຄັ້ງ​ຢູ່​ລະຫວ່າງ​​ແຂວງ​ກວາງ​ຕຸ້ງ​ກັບຮົງ​ກົງ, ​ເຊິ່ງ​ເລີ່​ມມີ​ມາແຕ່ປີ 1978.

ງານ​ແຂ່ງຂັນທ້າ​ທາຍເທັນ​ນິສ​ເພດ​ຍິງ​ສາກົນ​ຮົງ​ກົງ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 7 ມັງກອນ. ນາງຄຼິສ​ເຕີ​ສ ນັກ​ກິລາ​ທີ່​​ຊື່​ດັງຂອງ​ແບນ​ຊິກ​ໄດ້​ເອົາ​ຊະນະ​ນາງ​ລິນ​ດ໌​ເຊ ດາ​​ເວັນ​ພອດ ນັກ​ກິລາ​ອາ​ເມ​ລິ​ກາ​ດ້ວຍ​ຄະ​ແນນ 2:0, ​ແລ້ວ​ຊິງ​ໄດ້​ແຊມ​ປຽນ​ຄັ້ງທຳ​ອິດ​ໃນ​ປີ 2006. ງານ​ແຂ່ງຂັນ​ເທື່ອ​ນີ້​ແມ່ນ​ການ​ແຂ່ງຂັນ​ອຸ່ນ​ຄິງກ່ອນ​ງານ​ແຂ່ງຂັນ​ອົສຕຼາລີ​ໂອ​ເພັນ ​ເຊິ່ງ​ແມ່ນ​ໜຶ່ງ​ໃນ 4 ​ງານ​ແຂ່ງຂັນ​ເທັນ​ນິສ​ໂອ​ເພັນທີ່ຈະ​ຈັດ​ຂຶ້ນ. ນາງຄຼິສ​ເຕີ​ສ​ແລະ​ນາງດາ​​ເວັນ​ພອດລ້ວນ​ແຕ່​ແມ່ນ​ນັກ​ກິລາ​ທີ່​ຄົນ​ທັງຫຼາຍ​ເຫັນ​ໄປ​ໃນ​ແງ່​ດີ​ຈະ​ຊິງ​ໄດ້​ແຊມ​ປຽນ​​ຕີ​ດ່ຽວ​ເພດ​ຍິງ​ໃນ​ງານ​ແຂ່ງຂັນ​ເທັນ​ນິສອົສຕຼາລີ​ໂອ​ເພັນ.

ງານ​ແຂ່ງຂັນ​ເທັນ​ນິສ​ໝູ່​ຄະນະ​ຍິງ​ຊາຍ​ປະສົມ​ໂລກຮົບ​ແມນ​ຂັບ​ປີ 2006 ​ໄດ້​ກຳ​ເນີ​ດ​ແຊມ​ປຽນ​ຢູ່​​ເມືອງເພີດ​ແຫ່ງ​ອົສຕຼາລີ​ໃນ​ວັນ​ທີ 6 ມັງກອນ,ທີ​ມອາ​ເມ​ລິ​ກາ​ໄດ້​ເອົາ​ຊະນະ​ທີ​ມ​ໂຮ​ນ ລັງ​​ດ້ວຍ​ຄະ​ແນນ 2:1, ນີ້​ແມ່ນອາ​ເມ​ລິ​ກາ​ຊິງ​ໄດ້​ແຊມ​ປຽນ​ຮົບ​ແມນ​ຂັບ​ເປັນ​ເທື່ອ​ທີ​ສາມພາຍ​ໃນ​ເວລາ 4 ປີ. ຮົບ​ແມນ​ຂັບ​ແມ່ນ​ງານ​ແຂ່ງຂັນ​ເທັນ​ນິສໝູ່​ຄະນະ​ຍິງ​ຊາຍ​ປະສົມ​ໂລກ​​ເຊິ່ງມີ​ທີ​ມລະດັບ​ຊາດ 8 ທີ​ມ​ເຂົ້າຮ່ວມ​ຮອບ​ຊິງ​ຊະນະ​ເລີດ, ​ໄດ້ມີ​ປະຫວັດ 18 ປີ​ແລ້ວ. ທີ​ມອາ​ເມ​ລິ​ກາ​ຊິງ​ໄດ້​ແຊມ​ປຽນ 4 ​​ເທື່ອ ​ແມ່ນ​ທີ​ມທີ່​ຊິງ​ໄດ້​ແຊມ​ປຽນຫຼາຍກວ່າໝູ່​. ​ໃນ​ງານ​ແຂ່ງຂັນ​ເທື່ອ​ນີ້ ຈີນ​ກໍໄດ້​ແຕ່ງ​ທີ​ມນັກ​ກິລາ​ເຂົ້າຮ່ວມ, ​ແຕ່​ໃນ​ການ​ແຂ່ງຂັນ​ຮອບ​ຄັດ​ເລືອກ​ກໍ່​ຕົກ​ຮອບ​ແລ້ວ, ຍ້ອນ​ເສຍ​ໃຫ້​ທີ​ມ​ໂຮ​ນລັງທີ່​ຄອງ​ຮອງ​ຊະນະ​ເລີດ.