|
ພະຍາດປາກເປື່ອຍລົງເລັບຢູ່ເມືອງຊີ່ນຢີແຂວງຈ່ຽງຊູຈີນໄດ້ຮັບການຄວບຄຸມຢ່າງບັງເກີດຜົນ
cri
|
ຕາມຂ່າວສານຊີນຮວາ,ວັນທີ11ມັງກອນຫຼັງຈາກໄດ້ເກີດພະຍາດປາກເປື່ອຍລົງເລັບແບບກ.ອາຊີແລ້ວ,ອົງການປົກຄອງເມືອງຊີ່ນຢີແຂວງຈ່ຽງຊູ່ຈີນໄດ້ໃຊ້ມາດຕະການອັນເຂັ້ມງວດ,ຄືປິດລ້ອມ,ດັບເຊື້ອ,ຂ້າສັດທີ່ເປັນພະຍາດແລະສັດໃນຝູງດຽວກັນຢູ່ເຂດເກີດພະຍາດ,ແລະຊຳລະໃຫ້ບໍ່ມີຜົນຮ້າຍ,ໄດ້ສັກຢາວັກແຊງໂດຍດ່ວນໃຫ້ສັດທັງໝົດທີ່ມັກຕິດພະຍາດຢູ່ເຂດເກີດພະຍາດແລະເຂດຖືກຂົ່ມຂູ່.ປັດຈຸບັນ,ສະພາບພະຍາດໄດ້ຖືກຄວບຄຸມຢ່າງບັງເກີດຜົນແລ້ວ,ລະບຽບສັງຄົມຢູ່ທ້ອງຖິ່ນດັ່ງກ່າວເປັນປົກກະຕິ.
|
|