ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-18 21:35:34    
ທ່ານ​ກິມ​ເຈິງ​ອິນ​ຢ້ຽມ​ຢາມ​ຈີນ​ຢ່າງ​ບໍ່​ເປັນ​ທາງ​ການ

cri Author: shuo

ຕາມ​ຂ່າວສານ​ຊິນ​ຮວາ:​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຫູ​ຈິນທ່າວ ​ເລຂາທິການ​ໃຫຍ່​ສູນ ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ,​ ທ່ານ​ກິມ​ເຈິ​ງ​ອິນ ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​​ເກົາຫຼີ ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດສປປ​ເກົາຫຼີ​ໄດ້​​ຢ້ຽມຢາມຈີນ​ຢ່າງ​ບໍ່​ເປັນ​ທາງ​ການແຕ່​ວັນ​ທີ10​ຫາ​ວັນ​ທີ18​ມັງກອນ.ໃນ​ໄລຍະ​ຢູ່​ປັກ​ກິ່ງ,ທ່ານ​ຫູ​ຈິນທ່າວ​​ໄດ້​ເຈລະຈາ​ກັບ​ທ່ານ​ກິມ​ເຈິ​ງອິນ,​ແລະ​ໄດ້​ຈັດ​ງານ​ລ້ຽງ​​ເພື່ອ​ເປັນ​ກຽດ​ແກ່ທ່ານ​ກິມ​ເຈິ​ງອິນ.

​ໃນ​ການ​ເຈລະຈາ,ຜູ້​ນຳ​ສອງ​ພັກ​ສອງ​ລັດ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບການ​ພັດທະ ນາ​ການ​ພົວພັນ​ລະຫວ່າງສອງ​ພັກ ສອງຊາດ​ຈີນ​ສປປເກົາຫຼີຕື່ມ​ອີກ​ແລະ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ​ໃນທ່າມກາງ​ບັນຍາກາດ​ທີ່​ຟົດ​ຟື້ນ​ແລະ​ຈິງ​ໃຈ,​ແລະ​ໄດ້​ກ້າວ​ເຖິງ​ຂັ້ນມີ ຄວາມ​ຮັບ​ຮູ້​ຄື​ກັນ​ອັນ​ສຳຄັນ​ແລະ​ກວ້າງ​ຂວາງ.


ທ່ານຫູຈິນທ່າວເປັນເພື່ອນຂອງທ່ານກິມເຈິງອິນໄປທັດສະນາຈອນສະຖາບັນຄົ້ນຄວ້າວິທະຍາສາດທັນຍາຫານ

ທ່ານ​ອູ​ປາງ​ກົວະ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ຄະນະ​ປະ ຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ ທ່ານ​ເວີ່​ນ​ເຈ່ຍ​ປາວ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູນິດຈີນ ນາຍົກລັດຖະມົນຕີຈີນກໍ​ໄດ້​ພົບ​ປະ​ທ່ານ​ກິມ​ເຈິ​ງອິນ.