ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-18 22:16:19    
ລັດ​ຖະ​ບານ​ຈີນ​ຕົກ​ລົງ​ບໍ​ລິ​ຈາກ​10​ລ້ານ​ໂດ​ລາ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຂອງ​ໂລກ​(ສຽງ)

cri Author: shuo,he,mo




ທ່ານເວີ່ນເຈ່ຍປາວກ່າວຄຳປາໄສໃນກອງປະຊຸມ

ຕາມ​ຂ່າວCRI: ວັນ​ທີ 18 ມັງກອນ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນປະກາດ​ວ່າ, ລັດຖະບານ​ຈີນ​ຕົກລົງ​ສະໜອງ 10 ລ້ານ​ໂດ​ລາ​ສະຫະລັດ​ເພື່ອສະໜັບສະໜູນ​ພາລະກິດ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ຂອງ​ໂລກ.ນີ້​ແມ່ນ​ຈີນບໍລິຈາກ​​ເງິນ​ໃຫ້ຫຼາຍຝ່າຍ​ກ່ຽວ​ກັບ​ບັນຫາ​ໄຂ້​ຫວັດ​ສັດ​ປີກ​ເປັນຄັ້ງທຳ​ອິດ.

​ທ່ານ​ເວີ່ນ​ເຈຍ​ປາວ​​ແມ່ນ​ປະກາດ​ການ​ຕົກລົງດັ່ງກ່າວໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນພິທີ​ໄຂ​ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ຂອງ​ກອງ​ປະຊຸມ​ລະດົມ​ທຶນ​ສາກົນ​ກ່ຽວ​ກັບ​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 18 ມັງກອນ. ທ່ານ​ເວົ້າວ່າ: ​ເພື່ອ​ສະໜັບສະໜູນ​ພາລະກິດ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ຂອງ​ໂລກ, ລັດຖະບານ​ຈີນ​ຕົກລົງ​ສະໜອງ 10 ລ້ານ​ໂດ​ລາ​ສະຫະລັດ. ພວກ​ຂ້າພະ​ເຈົ້າຍັງ​ຈະ​ສືບ​ຕໍ່ຜ່ານຈາກ​ຊ່ອງ​ທາງ​ສອງ​ຝ່າຍ, ສະໜອງ​ການ​ຊ່ອຍ​ເຫຼືອໃຫ້​ປະ​ເທດ​ອ້ອມ​ຂ້າງ​ແລະ​ປະ​ເທດອື່ນໆ​ທີ່​ຕ້ອງການຕາມ​ຄວາມ​ສາມາດ​ຂອງ​ຕົນ.

ຂ່າວ​ແຈ້ງ​ວ່າ, ປີ 2005, ຢູ່ຈີນ​ໄດ້​ເກີດ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ປະ​ເພດ​ຮ້າຍ​ແຮງ​ 32 ລາຍ, ຂ້າ​ສັດ​ປີກ​ລ້ຽງ 20 ກວ່າ​ລ້ານ​ໂຕ. ລັດຖະບານ​ຈີນ​ໄດ້​​ໃຫ້​ເງິນເກື້ອ​ກູນ 200 ​ກວ່າລ້ານ​ຢວນ​ແກ່ການ​ຂ້າ​ສັດ​ປີກ​ລ້ຽງ. ​ເຈາະ​ຈົງ​ໃຊ້​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ສ້າງສາ​ລະບົບ​ປ້ອງ​ກັນ​ພະຍາດ​ຂັ້ນຮາກ​ຖານ; ​ເພີ່ມ​ທະວີ​ການ​ກວດກາ​ພະຍາດ​ເຂົ້າອອກ​ເມືອງ​ແລະ​ການ​ສ້າງສາ​ລະບົບ​ຕິດຕາມຢັ່ງ​ແທກ​ນົກ​ຍ້າຍ​ແກ່ວ; ​ເພີ່ມ​ທະວີ​ການຄົ້ນຄວ້າ​ແລະ​ເຜີຍ​ແຜ່​ເຕັກນິກ​ຂໍ​ກະ​ແຈ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ, ​ເຊິ່ງລວມທັງ​ວັກ​ແຊງ, ​ເຕັກນິກ​ບົ່ງມະຕິ​ຢ່າງ​ວ່ອງ​ໄວ​ແລະຢາ​ຕ້ານ​ເຊື້ອ​​ໂຣກ​ເປັນຕົ້ນ; ​ເພີ່​ມທະວີ​ການ​ອົບຮົມ​ສັດຕະວະ​ແພດ, ຜູ້ປະຕິບັດ​ງານ​ໃນ​ຂັ້ນຮາກ​ຖານ​​ໃນ​ຂົງ​ເຂດສາທາລະນະສຸກ, ໂຄສະ​ນາຄວາມ​ຮູ້​ໃນສາທາລະນະ​ຊົນ​ຢ່າງ​ແຂງ​ແຮງ​ກວ່າ​ເກົ່າ​ແລະ​ອື່ນໆ.

​​​ໃນ​ຖານ​ເປັນ​ປະ​ເທດ​ທີ່​ປະກົດ​ເຫັນພະຍາດ​​ໄຂ້ຫວັດ​ສັດ​ປີກ,ຈີນ​ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​​ໃນ​ລະ ດັບ​ສູງ​ນຳວຽກ​ງານ​ປ້ອງ​ກັນ​ຄວບ​ຄຸມພະ​ຍາດ​ໄຂ້ຫວັ​ດສັດ​ປີກ​ຂອງ​ປະ​ເທດ​ຕົນ​ທໍ່​ນັ້ນ,ຫາກ​ຍັງ​​ໄດ້ສຸມ​ກຳລັງ​ເຂົ້າ​ໃນ​ພາລະກິດ​ປ້ອງ​ກັນ​​ແລະຄວບ​ຄຸມພະຍາດ​​ໄຂ້ຫວັດ​ສັດ​ປີກ​ຂອງ​ທົ່ວ​ໂລກອີກດ້ວຍ.ທ່ານ​ເວີ່​ນ​​ເຈ່ຍ​ປາວ​ເວົ້າວ່າ:"ລັດຖະບານ​ຈີນ​​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ແລະ​ຕັ້ງໜ້າ​ເຂົ້າຮ່ວມ​ການ​ຮ່ວມ​ມື​ລະຫວ່າງ​ຊາດ​​ໃນການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໄຂ້ຫວັດ​ສັດ​ປີກ.ຈີນ​ໄດ້​ລາຍ​ງານ​ສະພບທີ່​ສັດ​ເປັນ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ແລະ​ຄົນ​ເປັນ​ພະຍາດໄຂ້ຫວັດ​ສັດ​ປີກ​ໃຫ້​ອົງການ​ສາກົນ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງ​ຊາບ​ຕາມຫຼັກການ​ທີ່​ທັນ​ການ​ເປີດ​ເຜີຍ​ແລະ​ໂປ່​ງ​ໃສ,ຕັ້ງໜ້າ​​ເປັນ​ປະທານຈັດ​ແລະ​ເຂົ້າຮ່ວມກອງ​ປະຊຸ​ມສາກົນ​ຕ່າງໆ​ທີ່​ກ່ຽວ​ກັບການປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​​ໄຂ້ຫວັດ​ສັດ​ປີກ,​ໄດ້​ສະໜອງການ​ຊ່ອຍ​ເຫຼືອດ້ານ​ເງິນ​ທຶນ ວັດຖຸ​ແລະ​ເຕັກນິກ​ໃຫ້ປະ​ເທດ​ອ້ອມ​ຂ້າງ​ໃນການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​​ໄຂ້ຫວັດ​ສັດປີກ​ຕາມ​ຄວາມ​ສາມາດ​ຂອງ​ຕົນ."

​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​​ແລະ​ຄວບ​ຄຸມພະຍາດ​ໄຂ້ຫວັດ​ສັດ​ປີກ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ໂລກ​ຕື່ມ​ອີກ,​ໃນ​ກອງ​ປະຊຸມ​ເທື່ອ​ນີ້,ທ່ານ​ເວີ່ນ​ເຈ່ຍ​ປາວ​ຍັງ​ໄດ້​ວາງ​ຂໍ້​ສະ​ເໜີ​ສີ່​ຂໍ້,​​​ເຊິ່ງກໍ​ຄື:ສ້າງຕັ້ງກົນ​ໄກ​ຮ່ວມ​ມື​ລະຫວ່າງ​ຊາດ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​;​ເສີມ​ສ້າງ​ຄວາມ​ສາ​ມາດ​ປ້ອງ​ກັນ​ແລະ​ຄວບ​ຄຸມ;​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະຫະ​ປະຊາຊາດ​ແລະ​ອົງການ​ສາ​ກົນ​ທີ່​ກ່ຽວຂ້ອງ;ຍາດ​ແຍ່ງ​ໃຫ້​ມີ​ທຶນສະໜັບສະໜູນຫຼາຍກວ່າ​ເກົ່າ.


ທ່ານຫຼີຈົງອຸກກ່າວຄຳປາໄສໃນກອງປະຊຸມ

ທ່ານຫຼີຈົງອຸກ ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ​ໄດ້​ຕີ​ລາຄາ​ສູງ​ຕໍ່​ລັດຖະບານ​ຈີນ​ທີ່​ໄດ້​ທຳຄວາມ​ພະຍາຍາມຈີນ​ໃນການ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ.​ໃນ​ພິທີ​ໄຂ​ກອງປະຊຸມ​ຄັ້ງ​ນີ້,ທ່ານ​ເວົ້າ​ວ່າ,ຄວາ​ມພະຍາຍາມ​ຂອງ​ຈີນ​ເປັນຕາ​ຍ້ອງຍໍ​ສັນລະ​ເສີນ.ຜ່ານ​ຈາກ​ການ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້,​ບໍ່ພ​ຽງ​ແຕ່​ຢູ່​ປະ​ເທດຕົນ,ຈີນ​ຍັງ​ສາມາດ​ຊ່ວຍ​ປະ​ເທດ​ອື່ນ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີ​ກຢ່າງ​ບັງ​ເກີດ​ຜົນ.

ກອງ​ປະຊຸມ​ລະດົມ​ທຶນ​ສາກົນ​ເພື່ອ​ປ່ອງ​ກັນ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ທີ່​ຈະຈັດ​ຂຶ້ນ​ສອງ​ມື້​ແມ່ນ​ຈີນ,ສະຫະພາບ​ເອີ​ລົບ​ແລະ​ທະນາຄານ​ໂລກ​ຮ່ວມ​ກັນ​ຈັດ​ຂຶ້ນ.ຜູ້​ຕາງ​ໜ້າ​ຂອງ100ກວ່າ​ປະ​ເທດ,​ເຂດ​ແຄວ້ນ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ປັກ​ກິ່ງ,ພ້ອມ​ກັນຫາ​ລື​ແຜນນະ​​ໂຍບາຍ​ໃຫຍ່​ໃນການ​ຮ່ວມ​ມືລະຫວ່າງ​ຊາດເພື່ອ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ,ຫົວ​ຂໍ້​ສຳຄັນ​ແມ່ນ​ຫ້າງ​ຫາ​ເງິນ​ທຶນ.ນີ້​ໄດ້​ສະ​ແດງ​​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງຄວາມ​ປາຖະ​ໜາ​ການ​ເມືອງ​ແລະ​ຄວາມ​ຕັດສິນ​​ໃຈອັນໝັ້ນ​ໜຽວຂອງປະຊາ​ຄົມ​ໂລກ​​ທີ່ ພ້ອມ​ກັນ​ຮັບ​ມື​ກັບພະຍາດ​ໄຂ້ຫວັດ​ສັດ​ປີກ,ໝາກຜົນ​ຂອງກອງ​ປະຊຸມຍ່ອມ​ຈະ​ມີ​ຜົນສະທ້ອນອັນ​ສຳຄັນ​ຕໍ່​ການ​ຮ່ວມ​ມື​ປ້ອງ​ກັນຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​​ໃນ​ທົ່ວ​ໂລກ.