ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-19 01:25:31    
ຫໍພິພິດທະພັນ​ຮູບ​ເງົາ​ຈີນ​ໄຂ​ປະຕູ ສະ​ແດງວິວັດທະນາ​ການ100ປີ​ຂອງ​ຮູບ​ເງົາ​ຈີນ

cri

ທ່ານຜູ້​ຟັງ​ທີ່​ໂຄລົບ,​ໃນ​ທ້າຍ​ເດືອນທັນວາປີ2005,ຫໍພິພິດທະພັນ​ຮູບ​ເງົາ​ຈີນ​​ເຊິ່ງ​ເປັນສິ່ງ​ກໍ່ສ້າງ​ວັດທະນະທຳ​​ທີ່​ເປັນ​ສັນຍາ​ລັກ​ແຫ່ງ​ການລະ​ລຶກຮູບ​ເງົາ​ຈີນ​ກຳ​ເນີດຂຶ້ນຄົບຮອບ100ປີ​​ໄດ້​ເປີດ​ຫໍຢູ່​ປັກ​ກິ່ງ​ຢ່າງ​ຄຶກຄື້ນ.​ໃນ​ລາຍການ​ວັດທະນະທຳ​ຈີນພາກ​ນີ້,​ເຊີນ​ຟັງ​ການລາຍ​ງານ​ຂ່າວ​:ຫໍພິພິດທະພັນ​ຮູບ​ເງົາ​ຈີນ​ສະ​ແດງວິວັດທະນາ​ການ100ປີ​ຂອງ​ຮູບ​ເງົາ​ຈີນ.

ເພື່ອ​ລະ​ລຶກຮູ​ບ​ເງົາ​ຈີນ​ກຳ​ເນີ​ດຂຶ້ນຄົບຮອບ100ປີ,ໃນ​ວັນ​ທີ29 ທັນວາປີ2005,ຫໍພິພິດທະພັນ​ຮູບ​ເງົາຈີນ​ທີ່​ໄດ້ສ້າງມາ3ປີ​ກໍ່ໄດ້​​​ເປີດ​ຫໍຢ່າງ​ຄຶກຄື້ນ,​ໃນ​ເວລາ​ດຽວ​ກັນ​ຍັງ​ໄດ້ຈັດ​ງານ​ວາງສະ​ແດງທີ່​ມີ​ຊື່ວ່າ ວິວັດທະນາ​ການ100ປີ  ສະຕະວັດທີ່ສະຫງ່າ​ລາສີ ​ເພື່ອ​ລະ​ລຶກຮູບ​ເງົາ​ຈີນ​ກຳ​ເນີດຂຶ້ນຄົບຮອບ100ປີ​ ​.

ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ວາງ​ຊີ​ຊ່ານ ​ເຈົ້າ​ຄອງ​ນະຄອນ​ປັກ​ກິ່ງກ່າວ​ວ່າ:

"ການ​ພົວພັນ​ລະຫວ່າງ​ປັກ​ກີ່​ງກັບ​ຮູບ​​ເງົາ​ຈີນ​ແມ່ນ​ແໜ້ນ​ແຟ້ນທີ່​ສຸດ,ປີ1905,​ຮູບ​ເງົາ​ເລື່ອງ ຕ້ຽງຈຸ່ນ​ຊ່ານ ຮູບ​​ເງົາ​ເລື່ອງ​ທຳ​ອິດ​ຂອງ​ຈີນ​ໄດ້​ກຳ​ເນີ​ດຂຶ້ນຢູ່​ປັກ​ກິ່ງ,​ໄດ້​ເປີດ​ໜ້າປະຫວັດສາດ​ຂອງ​ຮູບ​ເງົາ​ຈີນ,​ໃນ​ມື້​ນີ້ພາຍຫຼັງ​ເວລາ​ຜ່ານ​ໄປ100ປີ​​,ຫໍພິພິດທະພັນ​ຮູບ​ເງົາລະດັບຊາດ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ໄດ້ສ້າງ​ຂຶ້ນ​ຢູ່​​ປັກ​ກິ່ງ,​ໄດ້​ຂຽນ​ໜ້າ​ໃໝ່​ໃນ​ປະຫວັດສາດ​ຮູບ​ເງົາ​ຈີນອີກ​ເທື່ອ​ໜຶ່ງ.ການ​ສ້າງ​ຂຶ້ນ​​ແລະ​ເປີດ​ຫໍ​ຂອງ​ຫໍພິພິດທະພັນ​ຮູບ​ເງົາ​ຈີນ​ຈະ​ກາຍ​ເປັນ​ປ່ອງ​ຢ້ຽມ​ສຳຄັນ​ທີ່​ສະ​ແດງ​ແລະ​ແລກປ່ຽນ​ວັດທະນະທຳ​ຮູບ​ເງົາ​ຈີນ,​ເຮັດ​​ໃຫ້​ພາ​ລະ​ກິດ​ຮູບ​ເງົາ​ຈີນ​ຈະ​ເລີນ​ຮຸ່ງ​ເຮືອງຂຶ້ນ,ພ້ອມ​ກັນ​ນັ້ນ​ຍັງ​​​ໄດ້ເປີດ​ຍຸກ​ສະ​​​ໄໝ​ອັນ​ດີງາມ​ຂອງ​ການ​ພັດທະນາ​ຫໍພິພິດທະພັນ.

ຫໍພິພິດທະພັນ​ຮູບ​ເງົາ​ຈີນ​ຕັ້ງ​ຢູ່​ເຂດ​ຊານ​ເມືອງ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປັກ​ກິ່ງ,ມີ​ເນື້ອ​ທີ່​​ເກືອບ4ໝື່ນ​​ແມັດ​ຕາ,​ແມ່ນ​ຫໍພິພິດ​ທະ​ທັນທີ່​ມີ​​ເນື້ອ​ທີ່​ກໍ່ສ້າງ​ໃຫຍ່ກວ່າ​ໝູ່​​ໃນ​​ໂລກ​ປະຈຸ​ບັນ​.ຮູບ​ນອກ​ຂອງ​ຫໍພິພິດ​ທະ​ພັນ​ຄ້າຍຄື​ກັບດຳ​ສີ່ຫຼ່ຽມໜ່ວຍ​ໜຶ່ງ,ຕາມ​ເວົ້າ​ວ່າ​ນີ້​ແມ່ນສັນຍະລັກຂອງກ້ອງຖ່າຍຮູບ​ເງົາ,ກໍ່​ແມ່ນ​ສັນຍະ​ລັກຂອງໂຮງສາຍ​ຮູບ​​ເງົາ.ຢູ່​ສະ​ໜາມ​ຫຼວງທີ່ຢູ່​ຫນ້າຫໍພິພິດທະພັນ​ໄດ້ຕັ້ງ​ຂອບ​ສີ່ຫຼ່ຽມສີດຳ10​ໜ່ວຍ​ທີ່​ຕິດ​ຕໍ່​ກັນ,ຄ້າຍຄື"​​​ແປ້ນ​ຄ່າ"​ທີ່​ໃຊ້ໃນ​​ເວ​ລາຖ່າຍຮູບ​​ເງົາ.ຊັ້ນ​ຕົກ​ແຕ່ງ​ນອກ​ຫໍພິພິດທະພັນ​ເບິ່ງ​ຈາກ​ທາງໄກ​ຄື​ດວງ​ດາວເຕັມ​ທ້ອງຟ້າ,​ເບິ່ງຈາກ​ທາງ​ໃກ້​ມີຮູບ​ຊົງຕ່າງ​ກັນ,​ເປັນ​ສັນຍະລັກ​ຂອງດາລາ​ທີ່​ຂາດບໍ່​ໄດ້ໃນ​​ໂລກ​ຮູບ​ເງົາ.

ຫໍພິພິດທະ​ພັນ​ຮູບ​ເງົາ​ຈີນມີ​ຫ້ອງ​ວາງສະ​ແດງ21​ຫ້ອງ,​ເນື້ອ​ທີ່​ວາງສະ​ແດງ​ເກືອບ​ໜຶ່ງ​ໝື່ນ​ແມັດ​ຕາ,​ໂດຍ​ຖືການ​ເຕົ້າ​ໂຮມ​ຜົນສຳ​ເລັດ​ດ້ານ​ສິນລະປະຮູບ​ເງົາ​ເປັນຫຼັກ,​ໂຮມ​ເອົາ​ງານ​ມະຫະກຳ,ການວາງສະ​ແດງ,ການ​ສາຍຮູບ​ເງົາ,ການ​ຊົມ​ເບິ່ງ,ການ​ແລກປ່ຽນ,ການ​ຄົ້ນຄວ້າ​ວິທະຍາສາດ,ການລື່ນ​ເລີງ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ.ທ່ານ​ວາງ​ເທ້ຮວາ ຫົວຫນ້າ​ກົມ​ໃຫຍ່​ວິທະຍຸ ຮູບ​ເງົາ​ແລະ​ໂທລະ​ພາບ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ:

"ຫໍພິພິດທະພັນ​ຮູບ​ເງົາ​ຈີນ​ຈະ​ສະໜອງການ​ບໍລິການ​ວັດທະນະທຳ​ຮູບ​ເງົາ​ອັນ​ດີງາມ​ໃຫ້​ແກ່ມວນ​ຊົນ​ອັນໄພສານ,​ຜ່ານ​ຈາກ​ການຈັດການ​ເຄື່ອນ​ໄຫວ​ວັດທະນະທຳ​ຮູບ​​ເງົາປະ​ເພດຕ່າງໆ,ສ່ອງ​ແສງ​ວິວັດທະນາ​ການແລະ​ຜົນສຳ​ເລັດ​ອັນ​ສະຫງ່າ​ລາສີ​ໃນໄລ​ຍະຕ່າງໆ​ຂອງ​ຮູບ​ເງົາ​ຈີນຢ່າງຮອບດ້ານ,ພົ້ນ​ເດັ່ນສະ​ແດງ​ຮູ​ບ​ເງົາ​ເລື່ອງສຳຄັນ​ແລະ​ບຸກຄົນສຳຄັນ​ໃນ​ປະຫວັດສາດ​ຮູບ​ເງົາ​ຈີນ,​ເປີດ​ເຜີຍ​ຄວາມ​ເລິກ​ລັບ​ດ້ານ​ວິທະຍາສາດ​ຂອງ​ຮູບ​ເງົາ​ຢ່າງ​ມີຊີ​ວິດ​ຊີວາ,​ເຮັ​ດ​ໃຫ້​ຫໍພິພິດທະພັນ​ບໍ່ພ​ຽ​ງ​ແຕ່​ສາມາດ​ຮັກສາຜົນສຳ​ເລັດ​ດ້ານປະຫວັດວັດທະນະທຳ​ຂອງ​ຮູບ​ເງົາ​ຈີນ​ຢ່າງບັງ​ເກີດ​ຜົນ​ແລະ​ເຜີຍ​ແຜ່​ຜົນສຳ​ເລັດ​ດ້ານປະຫວັດ​ວັດທະນະທຳ​ຂອງ​ຮູບ​ເງົາ​ຈີນຢ່າງ​ກວ້າງຂວາງ​​ເທົ່າ​ນັ້ນ,ຍັງ​ສາມາດ​ຊຸກຍູ້​ວັດທະນະທຳ​ຮູບ​ເງົາ​ຈີນ​ໃຫ້ພັດທະນາ​ຢ່າງ​ວ່ອງ​ໄວ."

ຕາມ​ຊາບ​ວ່າ, ງານ​ວາງ​ສະ​ແດງທີ່​ມີ​ຊື່ວ່າ"ວິວັດທະນາ​ການ100ປີ  ສະຕະວັດ​ທີ່​ສະຫງ່າລາສີ"ທີ່ລະ​ລຶກວັນຮູບ​ເງົາ​ຈີນ​ກຳ​ເນີດຂຶ້ນຄົບຮອບ100ປີຂອງ​ຫໍພິພິດທະພັນ​,​ໄດ້​ວາງສະ​ແດງ​ວັດຖຸບູຮານ​ແລະ​ເຄື່ອງວາງ​ສະ​ແດງຂອງ​ຮູບ​ເງົາ​ອັນ​ລ້ຳ​ຄ່າ6000ກວ່າ​​ເຄື່ອງ,ກ່ຽວ​ພັນ​ເຖິງ​ຮູບ​ເງົາ1500ກວ່າ​ເລື່ອງ.​ໃນ​​ຫໍວາງສະ​ແດງມີ​ຈໍ​​260​ແຜ່ນ,​ໃຊ້​ພາຫະນະ​ໄຮ​ເທັກ​ຄື​ສຽງ,​ແສງ,​ໄຟຟ້າ​ເປັນ​ຕົ້ນ,ສ່ອງ​ແສງ​ວິວັດ​ທະນາການ​ຂອງ​ຮູບ​ເງົາ​ຈີນ​ແລະ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ທີ່​ພາລະກິດ​ຮູບ​ເງົາ​ຂອງປະ​ເທດຈີນ​ໃໝ່​ໄດ້ຮັບຢ່າງມີ​ຊີວິດ​ຊີວາ.

ໃນ​ຫ້ອງ​ວາງສະ​ແດງ,ຜູ້​ຊົມ​ບໍ່ພ​ຽງ​ແຕ່​​ໄດ້ເຫັນ​ພາບ​​ຖ່າຍ​ຮູບ​ເງົາ​ເລື່ອງ ຕ້ຽງຈຸ່ນ​ຊ່ານ ຮູບ​ເງົາ​ເລື່ອງ​ທຳ​ອິດ​ຂອງ​ຈີນ​​ເມື່ອ​ປີ1905,ມີ​ຄວາມ​ຮູ້ສຶກເໝືອນ​ດັ່ງ​ຢູ່​​ໃນ​ເຫດການ​ເທົ່າ​ນັ້ນ,ຍັງ​ສາມາດ​ເຫັນພາບ​ທີ່ອ້າຍ​ນ້ອງລູມີ​ເອສ໌ຖ່າຍຮູບ​ເງົາ​ເລື່ອງ​ທຳ​ອິດ​ຂອງ​ໂລກຢູ່​​​ປາຣີ​ໃນປີ1895ອີກ​ດ້ວຍ.​ເພື່ອ​ສະ​ແດງ​ປະຫວັດສາດ​ການກຳ​ເນີ​ດຂອງ​ຮູບ​ເງົາ​ຕໍ່​ຜູ້​ເຂົ້າ​ຊົມ,ຫໍພິພິດທະພັນ​ຍັງ​​ໄດ້ເຊົ່າ​ກ້ອງຖ່າຍຮູບ​ເງົາ​ເຄື່ອງ​ທຳ​ອິດ​ໃນ​ໂລກ​ຈາກ​ຝະລັ່ງ,​ເຊິ່ງກໍ່​ແມ່ນກ້ອງຖ່າຍຮູບ​ເງົາ​ທີ່​ອ້າຍ​ນ້ອງລູມີ​ແອ​ສ໌​ໃຊ້​ແລະ​ຖືກ​ຝະລັ່ງ​ຖື​ເປັນ​ຂອງລ້ຳ​ຄ່າ​ລະດັບ​ຊາດ.

ພ້ອມ​ກັນ​ນັ້ນ,ວັດຖຸ​ບູຮານຂອງ​ຮູບ​ເງົາ,ຮູບ​ທຽນໄຂ,ຮູບ​ຄົນ​ປັ້ນ​ດ້ວຍ​ດິນດາກ,ປະກົດ​ພາບ​ຄືນ​ໃໝ່,ສາຍຮູບ​ເງົາ​ພ້ອມ​ດ້ວຍ​ຮູບ​ຖ່າຍ,ປ້າຍ​ໂຄສະນາ​ຂອງຮູບ​ເງົາ​ແຜ່ນ​ຕ່າງໆ​ເປັນ​ຕົ້ນ,​ໄດ້​ເຮັດ​ໃຫ້ພາບ​ປະຫວັດສາດ​ຕອນຕ່າງໆ​ຂອງ​ວິວັດທະນາ​ການ​ຮູບ​ເງົາ​ຈີນ​ສະ​ແດງຢູ່​ຕໍ່ຫນ້າຄົນ​ທັງຫຼາຍຢ່າງມີ​ຊີວິດ​ຊີວາ.

ຫໍພິພິດທະພັນ​ຮູບ​ເງົາ​ຈີນ​ບໍ່ພ​ຽງ​ແຕ່​ສະ​ແດງ​ປະຫວັດສາດ​100ປີ​ຂອງຮູບ​ເງົາຈີນ​ເທົ່າ​ນັ້ນ,ຍັງ​ໃຊ້ພາຫະນະ​ສາມ​ມິ​ຕິ,​​ເປີດ​ເຜີຍຄວາມ​ເລິກ​ລັບ​ໃນ​ການຖ່າຍຮູບ​ເງົາ,ອັດສ​ຽງ,ຕັດ​ຕໍ່ຟີມ,ລ້າງ​ຟີມ,ປະສົມ​ຟິມ,ລີລາ​ສະ​ແດ​ງພິ​ເສດ,​ເຮັດ​ກາ​ຕູນ​ເປັນ​ຕົ້ນ,ຢູ່​​ແຫ່ງ​ນີ້,ຜູ້​ຊົມ​ສາມາດ​ຂີ່​ລົດ​ຈັກຫຼົບ​ຫຼີກ​ການ​ໂຈມ​ຕີ​ຂອງ"ກະປອມ​ຍັກ",ນັ່ງ​ຢູ່​ເທິງ​ຜ້າ​ພົມ​ບິນ"ກົ້ມ​ລົງ​ເບິ່ງ"ນະຄອນ​ປັກ​ກິ່ງ,​ຫ້ອງ​ອັດສ​ຽງຈຳລອງ​ໄດ້​ສະ​ສົມ​ຮູບ​ເງົາ​ບາງ​ຕອນ​ແລະບົດ​ສົນທະນາ​ຂອງ​ຮູ​ບ​ເງົາ60ກວ່າ​ເລື່ອງ​ທີ່ຜູ້​ຊົມນິຍົມ​ທີ່​ສຸດ,ຢູ່​ແຫ່ງ​ນີ້,ຜູ້​ຊົມ​ສາມາດທົດລອງຄວາມ​ຮູ້ສຶກ​ທີ່​ພາກ​ໃຫ້​ຮູບ​ເງົາ​​ໂດຍ​ຕົນ​ເອງ,​ແລະ​ສາມາດ​ໄດ້​ຮັບ​CDທີ່​ຕົນ​ເອງ​ພາກ​ເພື່ອ​ລະ​ລຶກ.