|
 |
(GMT+08:00)
2006-01-19 10:15:25
|
 |
ສປປລາວສ້າງ"ແຫຼ່ງທົດລອງປູກຜັກແລະໝາກໄມ້ແນວພັນໃໝ່ຈີນ" (ສຽງ)
cri
Author: da

ເຂດກວາງຊີໄກຈາກເມືອງປາກຊ່ອງສປປລາວປະມານ 2 ພັນຫຼັກ,ປີ 2004,ຈີນກັບລາວໄດ້ພ້ອມກັນສ້າງ"ແຫຼ່ງທົດລອງປູກຜັກແລະໝາກໄມ້ແນວພັນໃໝ່ຂອງຈີນ".
ລາວສ້າງ"ແຫຼ່ງທົດລອງປູກຜັກແລະໝາກໄມ້ແນວພັນໃໝ່ຂອງຈີນ"ແມ່ນຕາມຂໍ້ສະເໜີໃນງານເອັກສ໌ໂປຈີນອາຊຽນ.ທ້າຍປີ 2003,ໄດ້ຕົກລົງຈະຈັດງານເອັກສ໌ໂປຈີນອາຊຽນຢູ່ເຂດກວາງຊີ. ເນື່ອງໃນໂອກາດນີ້,ທ່ານຫົວໜ້າພະແນກກະສິກຳເຂດກວາງຊີຢາມລາວ. ເດືອນມິນາປີ 2004,ຫົວໜ້າກົມປູກຝັງກະຊວງກະສິກຳປ່າໄມ້ລາວນຳພາຄະນະຢ້ຽມຢາມເຂດກວາງຊີ,ນີ້ແມ່ນເຈົ້າໜ້າທີ່ກະຊວງກະສິກຳປ່າໄມ້ລາວມາຟາມເຂດກວາງຊີຄັ້ງທຳອິດ.ເມື່ອທັດສະນະສຶກສາແລ້ວ,ພວກທ່ານພາກັນຍ້ອງຍໍກະສິກຳເຂດກວາງຊີຢ່າງບໍ່ເຫືອດສົບເຫືອດປາກ,ຫວັງໃຫ້ເຂດກວາງຊີໄປສ້າງແຫຼ່ງກະສິກຳຢູ່ລາວ,ນຳເຂົ້າພືດແນວພັນໃໝ່ແລະເຕັກນິກໃໝ່ຂອງເຂດກວາງຊີໄປລາວ ແລະຊ່ອຍຝ່າຍລາວອົບຮົມພະນັກງານວິຊາການກະສິກຳ.
ພາຍໃຕ້ການສະໜັບສະໜູນຢ່າງແຂງແຮງຂອງພະແນກກະສິກຳເຂດກວາງຊີ,ໃນເດືອນເມສາປີ 2004,ຜູ້ຊ່ຽວຊານຂອງສະຖາບັນເຕັກນິກກະສິກຳເຂດກວາງຊີລົງໄປທັດສະນະສຶກສາຢູ່ລາວ.ໃນທີ່ສຸດໄດ້ຕົກລົງວ່າ ແມ່ນໃຫ້ຝ່າຍລາວສະໜອງທີ່ດິນ 60 ເຮັກຕາຢູ່ເມືອງປາກຊ່ອງໂດຍບໍ່ເກັບຄ່າ 20 ປີ,ຝ່າຍຈີນຮັບຜິດຊອບການລົງທຶນແລະສະໜອງເຕັກນິກ,ພ້ອມກັນສ້າງຕັ້ງ"ແຫຼ່ງທົດລອງປູກຜັກແລະໝາກໄມ້ແນວພັນໃໝ່ຂອງຈີນ".
ໂຄງການນີ້ແມ່ນຖື"ວາງແຜນຢ່າງເປັນເອກະພາບກັນ,ພັດທະນາໂດຍຕົນເອງ,ທຸລະກິດໂດຍເປັນເຈົ້າຕົນເອງ,ຈະໄດ້ກຳໄລຫຼືຫຼຸບທຶນຕົນເອງເປັນຜູ້ຮັບຜິດຊອບ"ນັ້ນເປັນຫຼັກການ,ທັງດູດດຶງພາກສ່ວນກະສິກຳແລະນັກທຸລະກິດຊາວກະສິກອນຈີນມາເຂົ້າຮ່ວມ.ຝ່າຍຈີນຫວັງວ່າ,ຫຼັງຈາກໄດ້ສ້າງຕັ້ງແຫຼ່ງດັ່ງກ່າວແລ້ວ,ສາມາດວາງສະແດງຜັກແລະໝາກໄມ້ແນວພັນໃໝ່ ເຕັກນິກໃໝ່ແລະໝາກຜົນໃໝ່ຂອງຈີນ,ທັງເຮັດໃຫ້ແຫຼ່ງນີ້ກາຍເປັນປ່ອງຢ້ຽມກະສິກຳຂອງຈີນທີ່ມີພາລະບົດບາດສັງລວມ,ເຊັ່ນ:ວາງສະແດງແລະຈຳໜ່າຍຜະລິດຕະພັນກະສິກຳ ຈັດຊຸດອົບຮົມຊາວນາ ແຫຼ່ງທ່ອງທ່ຽວແລະສົ່ງຜູ້ອອກແຮງງານດ້ານກະສິກຳໄປນອກເປັນຕົ້ນ.
ປະຈຸບັນນີ້,ແຫຼ່ງດັ່ງກ່າວນີ້ກຳລັງສ້າງສາຢູ່,ດິນ 60 ເຮັກຕາໄດ້ຖືກບຸກເບີກ 1 ສ່ວນ 3 ແລ້ວ,ໄດ້ນຳເອົາຜັກແລະໝາກໄມ້ 25 ຊະນິດແລະແນວພັນ 3 ໝື່ນຕົ້ນຂອງເຂດກວາງຊີໄປລາວ,ຂະໜາດຂອງໄລຍະຕົ້ນບໍ່ໃຫຍ່ປານໃດ.
ທ່ານຫົວໜ້າກົມປູກຝັງກະຊວງກະສິກຳປ່າໄມ້ລາວບອກນັກຂ່າວວ່າ,ແຫຼ່ງທົດລອງປູກທີ່ມີຂະໜາດໃຫຍ່ສ່ຳນີ້,ກໍມີປະເທດສ່ວນໜຶ່ງເຄີຍມາຫາລືກັນແລ້ວ,ຈົນຮອດໄດ້ເຊັນສັນຍາກັບບາງປະເທດ,ແຕ່ໃນທີ່ສຸດພັດບໍ່ມີຄວາມຄືບໜ້າຫຍັງ.ບາງໂຄງການຖືການພັດທະນາກະສິກຳເປັນຂໍ້ອ້າງ,ສຳປະທານດິນປ່າໄມ້ຜືນໃຫຍ່ດ້ວຍລາຄາຖືກໆ,ແຕ່ມາຮອດດຽວນີ້ກໍບໍ່ໄດ້ເຮັດຫຍັງເລີຍ,ເຮັດໃຫ້ຄົນລາວເປັນຫ່ວງວ່າ,ຈຸດປະສົງຂອງພວກເຂົາເຈົ້າແມ່ນຢາກໄດ້ຕົ້ນໄມ້ຂອງລາວຕາມຂໍ້ອ້າງທີ່ວ່າພັດທະນາ?ບາງປະເທດເຖິງວ່າມາປູກຝັງແລ້ວ,ແຕ່ຄຳນຶງເຖິງຫາເງິນຫາຄຳແກ່ຕົນເອງທໍ່ນັ້ນ,ບໍ່ພິຈາລະນາເຖິງການສະໜອງການບໍລິການໃຫ້ອົງການປົກຄອງທ້ອງຖິ່ນແລະຊາວກະສິກອນຈັກເມັດ. ມີແຕ່ຈີນທໍ່ນັ້ນ,ເວົ້າແນວໃດເຮັດແນວນັ້ນ,ເຮັດໃຫ້ຄົນລາວໄດ້ຜົນແທ້ຈິງ.
"ຜົນແທ້ຈິງ"ທີ່ທ່ານຫົວໜ້າກົມປູກຝັງເວົ້ານັ້ນ,ແມ່ນໝາຍເຖິງສິ່ງທີ່ທ່ານໄດ້ເຫັນຢູ່ເຂດກວາງຊີນັ້ນເອງ,ປະຈຸບັນ ຢູ່ແຫຼ່ງທົດລອງຂອງລາວນີ້ກໍມີຕູບພົ່ນນ້ຳອັດຕະໂນມັດ ໃຊ້ແສງດອກໄຟຍົວະແມງໄມ້ມາເປັນເຍືອຂອງປາ ຊຶ່ງເປັນວິທີກະສິກຳຊີວະພາບໃໝ່ທີ່ຢູ່ລາວເຫັນໜ້ອຍ,ຍັງໄດ້ປູກຝັງແລະໝາກໄມ້ແນວພັນໃໝ່ທີ່ຢູ່ລາວຍັງບໍ່ທັນມີ.ປະຈຸບັນ,ມັນເຜືອກແລະໝາກເດັ່ນໄດ້ເກັບຜົນແລ້ວ,ເບ້ຍໄມ້ກິນໝາກກໍໃຫຍ່ສົມຄວນ,ໂດຍສະເພາະແມ່ນໝາກພັບແລະໝາກກ້ຽງຂອງເຂດກວາງຊີ,ໄດ້ມີຜົນໄດ້ຮັບດີຢູ່ແຫ່ງນັ້ນ.ເດືອນພະຈິກປີ 2005,ໃນເວລາພົບຜູ້ຮັບຜິດຊອບຝ່າຍຈີນຂອງໂຄງການ,ລັດຖະມົນຕີກະຊວງກະສິກຳປ່າໄມ້ລາວໄດ້ຕີລາຄາສູງຕໍ່ການສ້າງແຫຼ່ງທົດລອງດັ່ງກ່າວນີ້.
ຄຽງຄູ່ກັບການສ້າງຕັ້ງເຂດການຄ້າເສລີຈີນອາຊຽນ,ລັດຖະບານລາວໄດ້ຕົກລົງວ່າ ແຕ່ປີ 2006 ເປັນຕົ້ນໄປ ຈະຈັດເອົາການພັດທະນາກະສິກຳສີຂຽວເຂົ້າໃນແຜນການ 5 ປີຄັ້ງທີ 6 ຂອງລາວ.ຕາມໄດ້ຊາບ,ປະຈຸບັນ ຜູ້ລົງທຶນຂອງຈີນຈຳນວນໜຶ່ງພວມເພີ່ມການລົງທຶນເຂົ້າໃນການພັດທະນາກະສິກຳລາວ.ຊູ່ມື້ນີ້,ສິ່ງແວດລ້ອມທົ່ວໂລກຖືກເຊື່ອມພິດນັບມື້ນັບຮ້າຍແຮງ,ຄວາມປອດໄພທາງກະສິກຳຖືກຂົ່ມຂູ່,ແຕ່ສປປລາວທີ່ຖືກຖືເປັນປະເທດການຜະລິດຜົນທຳມະຊາດຫຼ້າຫຼັງນັ້ນ,ກຳລັງກາຍເປັນປະເທດຂອງຜູ້ລົງທຶນ.
|
|
|