ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-20 18:35:43    
ວິຕາມິນ​E​ສາ​ມາດ​ແກ່​ຍາວ​ຊີ​ວິດ​ຂອງ​ຈຸ​ລັງ(ສຽງ)

cri Author: MO


ວິຕາມິນEສາມາດ​ລະງັບການ​ເກີດ​ຂຶ້ນ​ຂອງ​ທາດ​​ໄຂມັນ​ປີ​ອອກ​ຊິດ​, ມັນ​ແມ່ນ​ວັດຖຸ​ຕ້ານ​ການ​ຫັນ​ເປັນ​ອອກ​ຊີ​ດັດທີ່​ບັງ​ເກີດ​ຜົນ​ກວ່າ​ໝູ່. ວິຕາມິນEມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ຂັບ​ຖ່າຍ​ອັນ​ເກົ່າ​ເພີ່ມ​ເຕີມ​ອັນ​​ໃໝ່​ໃນ​ຮ່າງກາຍ, ຖ້າ​ຂາດ​ວິຕາມິນE, ຮ່າງກາຍ​ກໍ​ຈະ​ປະກົດກໍ​ອາດ​ມີ​ອາການ​ເລືອດ​ຈາງ​, ​ເປັນ​ບວມ, ​ແລະຜີວ​ອອກ​ຕຸ່ມ​​ເປັນຕົ້ນ. ​ໃນ​ຖານ​ເປັນ​ວັດຖຸ​ຕ້ານ​ການ​ຫັນ​ເປັນ​ອອກ​ຊີ​ດັດຊະນິດ​ໜຶ່ງ, ວິຕາມິນE ນອກຈາກ​ສາມາດ​ລະງັບທາດ​ໄຂມັນ​ປີ​ອອກ​ຊິດຢ່າງ​​ເດັ່ນຊັດ​ແລ້ວ, ຍັງສາມາດ​ກຳ​ຈັດ​ສານ​ແຍກ​ຕົວ, ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ດ້ານ​ເຮັດ​ໃຫ້​ຄົນ​ເຖົ້າ​​ແກ່​ຊະລາ​ລົງແລະ​ປ້ອງ​ກັນ​ພະຍາດ​ເປັນຕົ້ນ. ມັນ​ສາມາດຊ່ອຍ​ໃຫ້​ຫາຍ​ເມື່ອຍ, ​ເພີ່ມ​ກຳລັງ​ແຮງ, ຫລຸດ​​ໂຄ​ເລັສ​ເຕຣອນ(cholesterol), ປ້ອງ​ກັນ​ພະຍາດ​​ເສັ້ນ​ເລືອດຫົວໃຈ​, ຍັງ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຈຸດ​ດ່າງ​ດຳ, ​ເຮັດ​ໃຫ້​ຜິວໜັງ​ຂອງ​ຄົນ​​ເສາະ​ໃສ​ແລະ​ອ່ອນ​ນຸ້ມ​ກວ່າ​ເກົ່າ.

ເຖິງ​ວ່າ ອາຍຸ​ວັດທະນະ​ແມ່ນ​ຄວາມ​ປາຖະໜາ​ອັນ​ດີງາມ​ຂອງ​ຄົນທັງຫລາຍ​ກໍ​ຕາມ, ​ແຕ່​​ຂະ​ບວນການ​ເຕີບ​ໃຫຍ່​​ແລະ​ການ​ປ່ຽນ​ແປງ​ດ້ານສະ​ລິ​ລະສາດຂອງ​ຄົນ ກໍຖືກ​ກຳນົດ​ໃນ​​ແຢັນກຳມະພັນ​ແລ້ວ, ພວກ​ເຮົາ​ບໍ່​ສາມາດ​ປ່ຽນ​ແປງ​ກົດ​ເກນ​ພາວະ​ວິ​​ໄສ​ຂອງ​ທຳ​ມະ​ຊາດ. ​ແຕ່​ວ່າ, ນັກວິທະຍາສາດ​ຈຳນວນ​ໜຶ່ງ​ເຫັນ​ວ່າ, ວິຕາມິນEພັດ​ສາມາດ​ຊ່ອຍ​ພວກ​ເຮົາ​ເລື່ອນ​ເວລາ​ເຖົ້າ​ແກ່​ຊະ​ລາລົງ, ບັນລຸ​ຈຸດປະສົງ​ທີ່​ມີ​ອາຍຸ​ຍືນ​ຍາວ. ທຳ​ມະ​ດາ​ແລ້ວ, ​ກິນວິຕາມິນEມື້​ລະ 30-50 ມີ​ລີກຼາມ​ແມ່ນດີ​ທີ່​ສຸດ​, ​ຖ້າ​ຢາກປົວ​ແປງ​ບາງອາການ​ທີ່ຂາດວິຕາມິນE, ຈະກິນວິຕາມິນEມື້​ລະ 100-300 ມີ​ລີກຼາມກໍ​ໄດ້; ຖ້າ​​ໃຊ້​ເຂົ້າ​ໃນ​ການ​ປິ່ນປົວ​ພະຍາດ, ກໍ​ຈະຕ້ອງກິນ 200-600 ມິລິກຼາມຕໍ່​ມື້.

ການ​ຮັບ​ເອົາວິຕາມິນEຈາກ​ອາຫານ​​ໂດຍ​ກົງ​ນັ້ນແມ່ນ​ວິທີ​ທີ່​ດີ​ທີ່​ສຸດ. ອາຫານ​ທີ່​ມີວິຕາມິນEຫລາຍນັ້ນມີ​​ເຄື່ອງ​ໃນ​ງົວ, ໝາກ​ໄຂ່ຫຼັງ, ອ່ຽນ, ປະ​ເພດ​ໄຂ່, ນ້ຳມັນ​ເບີ, ຜັກ​ຕີນ​ເປັດ, ຜັກກາດ​ດິບ, ​ແລະ​​ຖົ່ວ​ລັນ​ເຕົາຂຽວ​ເປັນຕົ້ນ. ຖ້າ​ຢາກ​ເພີ່ມ​ປະລິມານ​​ໃຫ້ຫລາຍ​ຂຶ້ນ, ກໍ​ກິນ​ຢາ​ປະ​ເພດ​ຕ່າງໆ, ​ເຊັ່ນ​ເຄັບ​ຊຸນວິຕາມິນE, ​ແລະ​ເຄັບ​ຊຸນ​ເບ້​ຍ​ເຂົ້າ​ແບຼ. ​ເຄັບ​ຊຸນວິຕາມິນE​​ເຮັດ​​ດ້ວຍການ​ສັງ​ເຄາະ​ເຄມີ, ມີອົງ​ປະກອບ​ອັນ​ດຽວ, ຄວາມ​ສາມາດ​ແຍກ​ຕົວບໍ່​ສູງ; ​ແຕ່​ເຄັບ​ຊຸນ​ເບ້​ຍ​ເຂົ້າ​ແບຼ​​ເປັນ​ຂອງ​ທຳ​ມະ​ຊາດ, ​ມີ​ຄວາມ​ສາມາດ​ແຍກ​ຕົວສູງ, ຮ່າງກາຍ​ຄົນ​ດູດ​ຮັບ​ງ່າຍ. ​ເມື່ອ​ທຽບ​ໃສ່​ກັນ​ແລ້ວ, ​ເຄັບ​ຊຸນ​ເບ້ຍ​ເຂົ້າ​ແບຼມີ​ປະສິດທິ​ຜົນ​ດີກ​ວ່າ.

ກິນວິຕາມິນEຈະ​ມີ​ອາຍຸ​ຍືນ​ຍາວ, ​ແຕ່​ກິນຫຼາຍ​ເກີນ​ຄວນຈະມີ​ຜົນ​ຮ້າຍ, ຕ້ອງ​ກິນ​ຢ່າງ​ເໝາະ​ສົມພໍ​ດ້າມ​ພໍດີ.


1  2