ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-19 19:30:16    
ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ພ້ອມ​ກັນ​ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ຈັດ​ກອງ​ປະ​ຊຸມ​ໄລ​ຍະ​ທີ​ສອງ​ຂອງ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຮອບ​ຫ້າ​ໂດຍ​ໄວ

cri
ຕາມ​ຂ່າວCRI,ວັນ​ທີ19​ມັງກອນ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຂົງ​ຊວນ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​​ເຫັນ​ວ່າ​ຫົກ​ຝ່າຍ​ຜ່ານ​ຈາກ​ການ​ເຈ​ລະ​ຈາ​ສັນຕິພາບ​ແກ້​ໄຂ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ,​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນີວ​ເຄຼຍ,​ເປົ້າ​ໝາຍ​ແລະ​ຫຼັກການ​ດັ່ງ​ກ່າວ​ປ່ຽນ​ແປງ​ບໍ່​ໄດ້.ຝ່າຍ​ຈີນ​ໃນ​ນາມ​ເປັນ​ປະ​ເທດ​ປະ​ທານ​ຈະ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ມ​ເພື່ອ​ເລື່ອງ​ນີ້.

ທ່ານ​ຂົງຊວນ​ກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ທຳ​ຄວາມ​ພະ​ຍາ​ຍາມ​ພ້ອມ​ກັນ​,ຜ່ານ​ຈາກ​ການ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ສົນທະນາ​ກັນ,​ເຮັດ​ໃຫ້​ຄວາມ​ເຫັນ​ຂັດ​ກັນ​ລະ​ຫວ່າງ​ບັນດາ​ຝ່າຍ​ຄ່ອຍໆ​ ​ໜ້ອຍ​ລົງ,ຄ່ອຍໆຜ່ານ​ຜ່າ​ປັດ​ໄຈ​ສັບ​ສົນ​ໃນ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ໃນ​ປັດຈຸບັນ,​ເຮັດ​ໃຫ້ກອງ​ປະຊຸມ​ໄລຍະ​ທີ​ສອງ​ຂອງ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຮອບ​ຫ້າ​ຈັດ​ຂຶ້ນ​​ໂດຍ​ໄວ.