ຈີນຈະສືບຕໍ່ພະຍາຍາມຊຸກຍູ້ການສ້າງສາສິດທິມະນຸດ
cri
Author: shuo
ຕາມຂ່າວCRI:ວັນທີ19ມັງກອນ,ຢູ່ທີ່ປັກກິ່ງ,ທ່ານຂົງຊວນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຈີນຈະຊຸກຍູ້ການກໍ່ສ້າງປະຊາທິປະໄຕແລະລະບອບກົດໝາຍແລະປົວແປງສະພາບສິດທິມະນຸດໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ທີປັກກິ່ງ,ທ່ານຂົງຊວນກ່າວວ່າ,ໃນລັດຖະທຳມະນູນຈີນໄດ້ລະບຸໄວ້ຢ່າງແຈ່ມແຈ້ງວ່າ ລັດຄວນໂຄລົບແລະປົກປ້ອງສິດທິມະນຸດ.ໃນດ້ານປະຊາທິປະໄຕ ລະບອບກົດໝາຍແລະການຮັບປະກັນສິດທິມະນຸດ,ລັດຖະບານຈີນໄດ້ທຳຄວາມພະຍາຍາມຢ່າງແທ້ຈິງ,ແລະຈະທຳຄວາມພະຍາຍາມຕໍ່ໄປ.ທ່ານຍັງກ່າວວ່າ,ຈີນຍັງແມ່ນ ປະເທດພວມພັດທະນາທີ່ມີປະຊາກອນຫຼາຍ,ຍ້ອນຖືກປັດໄຈຫຼາຍຢ່າງຜູກຂາດ,ສະພາບສິດທິມະນຸດຂອງຈີນຍັງມີບ່ອນບໍ່ໜ້ອຍຕ້ອງປົວແປງໃຫ້ດີຂຶ້ນ.
|
|