ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-19 21:56:57    
ຈີນ​ປະ​ກາດ​ບັນ​ຊີ​ລາຍ​ຊື່​ "​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ແຫ່ງ​ຊາດ"​ທີ່​ສະ​ເໜີ​ເປັນ​ງວດ​ທຳ​ອິດ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່​ນີ້,ຈີນ​​ໄດ້ປະກາດ "ບັນຊີ​ລາຍ​ຊື່​​ໂຄງການ​ທີ່​ສະ​ເໜີ​​ໃຫ້​ຈັດ​ເຂົ້າ​ໃນ​ສາລະບານມໍລະດົກ​ວັດທະນະທຳ​ທີ່ບໍ່​ແມ່ນ​ວັດ​ຖຸ​ແຫ່ງ​ຊາດ"ງວດ​ທຳ​ອິດ.​ລວມ​ມີ​501​ໂຄງການ​ຂອງ31​ແຂວງ ກຳ​ແພງ​ນະຄອນ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ຂອງ​ຈີນ​,​ແບ່ງ​ເປັນ10​ປະ​ເພດ​ໃຫຍ່ ​ເຊັ່ນ​ວັນນະ​ຄະດີ​ພື້ນ​ເມືອງ ດົນຕີ ການ​ຟ້ອນ​ ງິ້ວ ​ແພ​ດສາດ​ແລະ​ຢາ​ພື້ນ​ເມືອງແລະ​ຮີດຄອງ​ປະ​ເພນີ​ເປັນຕົ້ນ.

ຕາມ​ຊາບ​ວ່າ,ຕົວ​ແທນ​ມໍລະດົກ​ວັດທະນະທຳ​ທີ່ບໍ່​ແມ່ນ​ວັດ​ຖຸ​ແຫ່ງ​ຊາດ​​​ແມ່ນ​ປະ​ກວດ​ໂດຍ​ຄະນະ​ກຳມະການ​ປະ​ກວດ​ທີ່​ປະກອບ​ດ້ວຍຜູ້​ຊ່ຽວຊານ​ຂອງກະຊວງ​ວັດ​ທະ​ນະ​ທຳ​ຈີນ​ແລະ​ຂົງ​ເຂດ​ທີ່​ກ່ຽວຂ້ອງ,​ແຕ່ລະສອງ​ປີ​ມດປະກາດ​ເທື່ອ​ໜຶ່ງ.​ໂຄງ​ການ​ຂອງຈີນທີ່​ຮ້ອງ​ຂໍ​​ເຂົ້າ​​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ທີ່ບໍ່​ແມ່ນວັດຖຸ​ຂອງ​ໂລກ​ຂອງ​ອົງການ​ຢູ​ເນັສ​ໂກຈະ​ເລືອກ​ອອກ​ຈາກ​ຕົວ​ແທນ​ມໍລະດົກ​ວັດທະນະ​ທຳ​ທີ່ບໍ່​ແມ່ນ​ວັດ​ຖຸແຫ່ງ​ຊາດ​.

​​ໃນ​ຕົວ​ແທນ​ມໍລະດົກວັດທະນະທຳ​ທາງ​ປາກ​ແລະບໍ່​ແມ່ນ​ວັດຖຸຂອງ​ມະນຸດ​ທີ່ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະກາດ​ມີສິລະ​ປະ​ງິ້ວຄຸ່ນສີ ສິລະປະ​ພິນ​ບູຮານ ສິລະ​ປະມູນ​ຄາມ​ເຜົ່າ​ອຸຍ​ເອີ​ເຂດ​ຊິນ​ຈຽງ​ແລະ​ເພງ​ພື້ນ​ເມືອງ​ສຽງ​ຍາວ​ຂອງ​ເຜົ່າ​ມົງ​ໂກນ​ຂອງ​ຈີນ​.