ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-19 22:25:31    
ປະ​ມວນ​ເພງ​ຮ້ອງ​ຮວມ​ໝູ່​"ຮີດ​ຄອງ​ປະ​ເພ​ນີ​ຢຸນ​ນານ"(ສຽງ)

cri Author: shuo


ທີ່​ນີ້​ວິທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ.ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ ສູ່​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ,ຂ້າ​ພະ​ເຈົ້າ​ແມ່ນດາລາ​ວັນ.​ໃນ​ລາຍການ​ພາກ​ນີ້,​ຂ້າພະ​ເຈົ້າ​ໄດ້​ຈັດ​​​ເອົາ​ປະມວນເພງຮ້ອງ​ຮວມໝູ່"ຮິດຄອງ​ປະ​ເພນີ​ຢຸນນານ"​​ມາສູ່​ທ່ານ​ຟັງ.​ທຳ ນອງ​ແລະ​ເນື້ອ​ເພງຂອງ​ເພງ​ເຫຼົ່າ​ນີ້​ແຕ່ງ​ໂດຍ​ທ່ານ​ທຽນ​ເຟີ່ງ​ແລະ​ທ່ານ​ຈ່າງ​ຕົ່ງ​ຮຸ່ຍ.

​ປະມວນເພງ"ຮີດຄອງ​ປະ​ເພນີ​ຢຸນນານ"ປະກອບ​ດ້ວຍ​ຫ້າ​ເພງ.ພວກ​ເຮົາ​ໄດ້​ແບ່ງ​ອອກ​ເປັນ​ສອງ​ພາກສ່ວນ,ມື້​ນີ້​ເຊີນ​ຟັງ​ພາກ​ຕົ້ນ.

​ເພງ​ທຳ​ອິດທີ່​ທ່ານ​ຈະ​ໄດ້​ຟັງແມ່ນ​ເພງ"ສາວ​ຫາ​ປາໜອງ​​ແສ".ພູ​ຊ່າງ​ຊ່ານ​ແລະ​ໜອງ​ແສ​ແມ່ນ​​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ທິວ​ທັດ​ສວຍ​ງາມ​ຂອງ​ແຂວງ​ຢຸນນານ​,​ເພງ​ນີ້​ໄດ້​ສະ​ແດງ​​ໃຫ້​ເຫັນຄວາມ​ຮັກຫອມບ້ານ​ເກີດ​ເມືອງ​ນອນ​ຂອງ​ສາວ​ຫາ​ປາ​ເຜົ່າ​ໄປ​ທີ່​ດຳລົງ​ຊີວິດ​ຢູ່​ຕີນ​ພູຊ່າງ​ຊ່ານ​ແລະ​​​ແຄມ​ໜອງ​ແສ.

ທີ່​ທ່ານ​ຟັງ​ມານັ້ນ​ແມ່ນ​ເພງ "ສາວ​ຫາ​ປາໜອງ​​ແສ",​ເພງ​ທຳ​ອິດ​ໃນປະມວນ​ເພງ "ຮີດ​ຄອງ​ປະ​ເພນີ​ຢຸນນານ".​ແຂວງ​ຢຸນນານ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ມີ​ຊາຍ​ແດນ​ຕິດ​ກັບ​ລາວ.​ແຂວງ​ນີ້ນອກຈາກ​ເຜົ່າ​ຮ້ານ​ແລ້ວ,ຍັງ​ມີ​25ຊົນ​ເຜົ່າ​ສ່ວນ​ໜ້ອຍ​.ທ່ານ​ທຽນ​ເຟີ່ງ ຜູ້​ແຕ່ງ​ນົດ​ໄດ້​ເອົາດົນຕີ​ຊົນ​ເຜົ່າ​ທ້ອງ​ຖິ່ນ​ເປັນ​​​ເຄົ້າມູນ,ບັນ​ລະ​ຍາຍ​ຮີດຄອງ​ປະ​ເພນີ​ຊົນ​ເຜົ່າ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຜົ່າ​​ໄປ ​ເຜົ່າ​​ລື້ ​ເຜົ່າ​ນ້າ​ຊີ່​ ​ເຜົ່າ​ຈີ​ງພໍ່ແລະ​ເຜົ່າອີ.​ເຖິງ​ວ່າ​​ເຄົ້າ​ຂອງ​ດົນຕີ​ແມ່ນ​ເພງພື້ນ​​ເມືອງ,​ແຕ່​​ໃນ​ດ້ານ​ທຳນອງ,ການ​ປະສານ​ສຽງແລະ​ການ​ປະກອບ ເຄື່ອງ​​ເສບ,​​ແມ່ນ​ໄດ້​ໃຊ້​ວິທີ​ທີ່​ທັນ​ສະ​ໄໝ,ຈຶ່ງໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຟັງ​ທັງຫຼາຍ,​ແລະ​ໄດ້​ຮັບຄວາມ​ຍ້ອງຍໍ​ໂດຍ​ທົ່ວ​ໄປ​ໃນ​ວົງການ​ດົນຕີ​ຂອງຈີນ.​ເພງ​ນີ້​ນຳ​ອອກສະ​ແດງ​​ເປັນຄັ້ງທຳ​ອິດ​ໃນງານ​ຮ້ອງ​ຮວມໝູ່​ປັກ​ກິ່ງ​ສະ​ໄໝທີ​ສອງ​​ເມື່ອ​ປີ​1987,​ປີ​ລຸນ​ມາ​ໄດ້​ຮັບ​ລາງ ວັນ​ທີ​ໜຶ່ງ​ໃນ​ງານ​ປະ​ກວດ​ດົນຕີຈີນສະ​ໄໝທີ​ຫ້າ.

ບຸນ​ທວນ​ໄຟ​ແມ່ນ​ບຸນ​ປະ​ເພນີ​ດັ້ງ​ເດີມ​ຂອງ​ຊາວ​ເຜົ່າອີ.ຕາມ​ເລົ່າ​ລື​ກັນ​ວ່າ,​ໃນສະ​ໄໝດຶກ​ດຳ​ບັນ,​ຍ້ອນເຈົ້າຟ້າ​​ເຈົ້າ​ແຖນ​ໂກດ​ເຄືອງ,ຈຶ່ງ​ໄດ້ແຕ່ງ​​ແມງ​ຟ້າ​ລົງມາ​ກິນ​​ເຄື່ອງ​ປູກ​ຂອງ​ຝັງ​​ໃນ​ເມືອງ​ມະນຸ​ດ.​ເພື່ອ​ຮັກສາ​ໝາກຜົນ​ການ​ອອກແຮງ​ງານ,ຍິງ​ຊາຍ​ນ້ອຍ​ໃຫຍ່​ເຜົ່າ​ອີຈຶ່ງ​ພາກັນ​ໄຕ້​ທວນ​ໄຟ,​ເຜົາ​​ແມງ​ຟ້າ​ໃຫ້​ຕາຍ,​ຈຶ່ງ​​ໄດ້​ກອບ​ກູ້ເຄື່ອງ​ປູກ​ຂອງ​ຝັງບໍ່​​ໃຫ້ຖືກ​ທຳລາຍ.ສະ ນັ້ນ,​ໃນ​ສະ​ໄໝ​ບູຮານ,​​ເມື່ອ​ຮອດ​ເດືອນ​6​ທຸກປີ,​ຊາວ​ເຜົ່າ​ອີກໍ​ພາກັນ​​ໄຕ້ທວນ​ໄຟ,​ໄລ່​ແມງ​​ໄມ້ຕາມ​ເຮືອນຊານ​ແລະ​ໄຮ່ນາ​ຮົ້ວ​ສວນ.ຫຼັງຈາກ​ນັ້ນ,ຊາວ​ເຜົ່າ​ອີ​ໃນ​ໝົດ​ບ້ານ​ກໍ​ພາກັນນັ່ງ​ອ້ອມກອງ​ຮ້າ​ໄຟ,ດີດ​ພິນ​ວົງ​ເດືອນ,ດື່ມ​ເຫຼົ້າ ຟ້ອນ​ລຳທຳ​ເພງ​ຈົນ​ຊອດ​ແຈ້ງ,ຂໍ​ໃຫ້ເກັບ​ກ່ຽວ​​ໄດ້ຜົນອຸດົມ​ສົມບູນ.ພາຍຫຼັງມາ,ຮີດຄອງ​ປະ​ເພນີດັ່ງກ່າວຄ່ອຍໆ​ກາຍ​ເປັນ​ບຸນ​ທວນ​ໄຟ.​ເພງ​"ບຸນ​ທວນ​ໄຟ" ​ເພງ​ທີ​5​ໃນປະມວນ​ເພງ "ຮີດຄອງ​ປ​ະ​ເພນີ​ຢຸນນານ"ກໍ​​ແມ່ນ​ສະ​ແດງສະ​ພາບ​ມ່ວນ​ຊື່ນ​ຟົດ​ຟື້ນ​ໃນ​ເວລາຊາວ​ເຜົ່າອີສະ​ເຫຼີມສະຫຼອງບຸນ​ທວນ​ໄຟ.​ເຊີນ​ຟັງ​ເພງ"ບຸນ​ທວນ​ໄຟ".

​ທ່ານ​ຜູ້​ຟັງ,ປະມວນ​ເພງ "ຮີດຄອງ​ປະ​ເພນີຢຸນນານ"ມື້​ນີ້​ຂໍ​ແນະນຳທໍ່​ນີ້ກ່ອນ, ຍິນ​ດີ​ຕ້ອນ ຮັບ​ທ່ານ​ຕິດຕາມຮັບ​ຟັງ​ພາກ​ປາຍໃນ​ລາຍການ​ອາທິດ​ໜ້າ,​ແລະ​ຊົມ​ເຊີຍທ່ານ​ຂຽນ​ຈົດ ໝາຍ​ມາ​ໃຫ້ພວກ​ເຮົາ​ເລື້ອຍໆ,ບອກ​ພວກ​ວ່າທ່ານ​ຢາກ​ຟັງ​​ຫຍັງໃນ​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ.ຕູ້​​ໄປສະນີ​ຂອງ​ພວກ​ເຮົາ​​ແມ່ນChina Radio International 4216, CRI-13, Beijing China,​ລະຫັດ​ໄປ​ສະ​ນີ​ແມ່ນ100040,ຫຼືວ່າ​ສົ່ງ​e-mailມາ​​ໃຫ້ພວກ​ເຮົາກໍ​ໄດ້,ທີ່ຢູ່ e-mail​ຂອງ​ພວກ​ເຮົາ​ແມ່ນ laos@chinabroadcast.cn.​
ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ,ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ​ສະບາຍດີ.