ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-20 13:05:12    
ໃຊ້​ອາຫານ​ມາ​ປ້ອງ​ກັນ​ແລະ​ປົວ​ພະຍາດ(ສຽງ)

cri


ຢູ່​ຈີນ​ມີ​ສຸພາສິດ​ຫນຶ່ງ​ວ່າ:ຢາ​ມີ​ທາດ​ພິດ 30%,ຄົນ​ເຈັບ​ສ່ວນ​ຫນຶ່ງ​ໄດ້​ກິນ​ຢາ​ມາ​ດົນໆ,ຈະ​ທຳລາຍ​ຕັບ​ຫມາກ​ໄຂ່ຫຼັງ ລຳ​ໄສ້​ແລະ​ກ​ະ​ເພາະ​ອາຫານ​ໃນ​ລະດັບ​ໃດ​ຫນຶ່ງ,​ປະຈຸ​ບັນ,ຢູ່​ໃນ​ໂລກ,ຄົນ​ນັບ​ມື້​ນັບ​ຫຼາຍ​ເລີ່ມທົດ​ລອງ​ໃຊ້​ອາຫານ​ມາ​ປ້ອງ​ກັນ​ແລະ​ປົວ​ພະຍາດ,​ແລະ​ຂໍ້​ນີ້​ກຊ່​ໄດ້​ຖືກ​ນັກປາດ​ຫຼາຍໆ​ຄົນຮັບ​ເຫັນ​ດີ​ນ້ຳ​ແລ້ວ,​ຄົນ​ລາວ​ຫຼາຍ​ຄົນ​ມັກ​ດື່ມ​ນ້ຳ​ຊາ,​ແຕ່​ທ່ານ​ອາດ​ຈະ​ບໍ່​ຮູ້​ວ່າ​ດື່ມ​ນ້ຳ​ຊາ​ແດງ​ເປັນ​ປະຈຳ​ສາມາດປ້ອງ​ກັນ​ແລະ​ປົ​ວ​ໄຂ້ຫວັດ​ໃຫຍ່,ນັກ​ວິທະຍາສາດ​ຍີ່​ປຸ່ນ​ໄດ້​ດຳ​ເນີນການ​ທົດ​ລອງ​ດັ່ງກ່າວ  ຄື​ໃຊ້​ນ້ຳ​ຊາ​ແດງ​ທີ່​ຈາງ​ກວ່າ​ນ້ຳ​ຊາ​ແດງ​ທຳ​ມະ​ດາ​ແຊ່​ໃສ່​ເຂດ​ຕິດ​ເຊື້ອ​ພະຍາດ 5 ວິນາທີ,​ເຊື້ອ​ພະຍາດ​ດັ່ງກ່າວ​ກໍ​ຈະ​ຫມົດ​ຄວາມ​ສາມາດ​ຕິດ​​ແປດ,ດ້ວຍ​ເຫດ​ນີ້,ພະນັກງານ​ຄົ້ນຄວ້າ​ຊີ້​ອອກ​ວ່າ,​ໃນ​ຍາມ​ມັກ​ເກີດ​ໄຂ້ຫວັດ​ໃຫຍ່​ ​ໃຫ້​ຄົນ​ທັງຫຼາຍ​ດື່ມ​ນ້ຳ​ຊາ​ແດງ​ຫຼື​ຍຶດຫມັ້ນ​ເອົາ​ນ້ຳ​ຊາ​ແດງ​ມາ​ບ້ວນປາກ​ຈະ​ສາມາດ​ປ້ອງ​ກັນ​ໄຂ້ຫວັດ​ສັດ​​ໃຫຍ່


  ການ​ເພີ່ມ​ວິຕາມິນ​ໃນ​ຮ່າງກາຍ​ຂອງ​ຄົນ​ເຮົາ​ແມ່ນ​ສຳຄັນ​ທີ່​ສຸດ,ຝຣັ່ງ ອີ​ຕາ​ລີ​ແລະ​ຍີ່​ປຸ່ນລ້ວນ​ແຕ່​ໄດ້​ລາຍ​ງານ​ວ່າ,ຜູ່​ເປັນ​ໂຣກ​ເບົາຫວານ​ທີ່​ວິຕາມິນ​ເບ 6 ຕ່ຳ​ກວ່າ​ລະດັບ​ປົກ​ກະຕິ,​ໃຫ້​ກິນ​ວິຕາມິນ​ເບ 6 ມື້​ລະ 100 ມີ​ລີກຼາມ,ຫຼັງ​ຈາກ 6 ອາທິດ​ແລ້ວ,ອາການ​ທີ່​ແຂນອາ​ມືນ​ຊາ​ແລະ​ເຈັບ​ຈະ​ເບົາ​ລົງ​ຫຼື​ຫາຍ​ໄປ,ສະນ​ນັ້ນ,​ໃນ​ຍາມ​ທຳ​ມະ​ດາ,ຖ້າ​ກິນ​ອາຫານ​ທີ່​ມີ​ວິຕາມິນ​ເບ 6 ຫຼາຍ​ເຊັ່ນ:​ເຂົ້າກ້ອງ ​ແປ້ງ​ຫມີ່​ ​ໄຂ່ ຜັກກາດ​ຂາວ​ເປັນຕົ້ນ​ຈະ​ມີ​ຜົນ​ດີ​ຕໍ່​ການ​ປ້ອງ​ກັນ​ແລະ​ປົ​ວ​ໂຣກ​ເບົາຫວານ​ເຊັ່ນ​ດຽວ​ກັນ.
  ກິນ​ນົມງົວ​ສາມາດ​ເພີ່ມ​ທາດ​ການ​ຊີ​ອົມ,​ແຕ່​ທ່ານ​ຮູ້​ບໍ່? ກິນ​ນົມງົວ​ເລື້ອຍໆ​ຍັງ​ສາມາດ​ປ້ອງ​ກັນ​ແລະ​ປົວ​ຫຼອດລົມ​ໃຫຍ່​ອັກ​ເສບ,ສະຖິຕິ​ການ​ສຳ​ຫຼວດລາຍ​ຫນື່ງຂອງ​ນັກປາດ​ອາ​ເມ​ລິ​ກາ​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ປະກົດ​ເຫັນ​ວ່າ,ຜູ່​ສູບຢາ​ທັງ​ຍັງ​ເປັນຫ​ຫຼອດລົມ​ໃຫຍ່​ອັກ​ເສບ​ຊຳ​ເຮືອ​ມີ 31%,​ແມ່ນ​ບໍ່​ເຄີຍ​ກິນ​ນົມງົວ​ຈັກ​ເທື່ອ,​ແຕ່​ຜູ່​ເປັນຫ​ຫຼອດລົ​ມ​ໃຫຍ່​ອັກ​ເສບ​ໃນ​ຜູ່​ສູບຢາ​ທີ່​ກິນ​ນົມງົວ​ທຸກ​ມື້ນ​ນັ້ນ​ພັດ​ຕ່ຳ​ກວ່າ 20%,​ເພາະວ່າ​ວິຕາມິນ​ອາ​ຈຳນວນ​ຫຼວງ​ຫຼາຍ​ໃນ​ນົມ​ງົມ​ສາມາດ​ປ້ອງ​ກັນຫ​ຫຼອດລົ​ມ​ໃຫຍ່​ແລະ​ຝາ​ຫຼອດລົມ​ໃຫຍ່,ຫຼຸດ​ໂອກາດອັກ​ເສບ​ໃຫ້​ຫນ້ອຍລົງ.

  ທ່ານ​ນາງ​ມາລີ​ກີ​ຫມໍ​ພະ​ແນ​ກຜະດຸງຄັນ​ຂອງ​ອາ​ເມ​ລິ​ກາ​ໄດ້​ຜ່ານ​ຈາກ​ການຄ​ຄົ້ນຄວ້າ​ແລ້ວ​ເຫັນ​ວ່າ,ຜູ່​ທີ່​ມັກ​ເປັນ​ຊ່ອງ​ປັດສາວະ​ອັກ​ເສບ​ນັ້ນ,ຖ້າ​ດື່ມ​ນ້ຳຫມາກ​ກ້ຽງ 300 ມີ​ລີກຼາມ​ແຕ່​ລະມ​ມື້​ຈະ​ມີ​ຜົນ​ດີ​ຕໍ່​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາ​ດຊ່ອງ​ປັດສາວະ​ອັກ​ເສບ,ມີ​ປະສິດທິ​ຜົນ​ດີກ​ວ່າການ​ກິນ​ນ້ຳ​ທຳ​ມະ​ດາ,​ເພາະວ່າ,ນ້ຳຫມາກ​ກ້ຽງ​ບໍ່ພ​ພຽງ​ແຕ່​ສາມາດ​ຊ່ອຍ​ຂັບ​ໄລ່​ແມ່​ພະຍາດ​ອອກ​ຈາກ​ຮ່າງກາຍ​ທໍ່​ນັ້ນ,ຍັງ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ແມ່​ພະຍາດ​ອາ​ໄສ​ຢູ່​ເທິງ​ຝາ​ຊ່ອງ​ປັດສາວະ​ອີກ​ດ້ວຍ

   ຫຼັງ​ຈາກ​ນັກວິທະຍາສາດ​ອັງກິດ​ໄດ້​ຄົ້ນຄວ້າ​ຜູ່​ເປັນ​ປະດົງ​ຄໍ່​ອັກ​ເສບ 200 ຄົນ​ແລ້ວ​ໄດ້​ມີ​ຂໍ້​ສະຫຼຸບ​ໃຫມ່​ວ່າ:ຜູ່​ເປັນ​ປະດົງ​ຄໍ່າ​ອັກ​ເສບ​ທີ່​ກິນ​ຫົວ​ນ້ຳ​ເຜິ້ງມື້​ລະ​ເທື່ອ​ຄວາມ​ເຈັບ​ຈະ​ຫູຸດລົງ​ຕັ້ງ 50%,ຄວາມ​ຄ່ອງ​ແຄ້ວ​ຂອງ​ຄໍ່​ກໍ່​ໄດ້​ດີ​ຂຶ້ນ 17%.

 ວິທະຍາ​ນິພົນ​ຄົ້ນຄວ້າ​ວິທະຍາສາດ​ສະບັບ​ຫນຶ່ງ​ທີ່​ພະນັກງານ​ຄົ້ນຄວ້າ​ອາ​ເມ​ລິ​ກາ​ປະກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ຊີ້​ອອກ​ວ່າ,ຍຶດຫມັ້ນ​ກິນ​ແກ່ນ​ຫມາກອຶ​ປະມານ 50 ກຼາມ​ໃນ​ແຕ່​ລະມ​ມື້​ຈະ​ສາມາດ​ປິ່ນປົວ​ພະຍາດ​ຕ່ອນ​ອະລິ​ຈິ​ໃຫຍ່​ຂຶ້ນ,​ແລະ​ເຮັດ​ໃຫ້​ອາການ​ໄລຍະ​ທີ​ສອງ​ຟື້ນ​ຟູ​ຮອ​ດ​ໄລຍະ​ຕົ້ນ,ປົວ​ແປງອາການ​ໄລຍະ​ທີ​ສາມ​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.​ເພາະວ່າ​ທາດ​ທີ່​ມີ​ພະລັງ​ດູດ​ແຮງ​ໃນ​ແກ່ນ​ຫມາກ​ອື​ສາມາດ​ແກ້​ອາການ​ບວມ​ໃນ​​ໄລຍະ​ຕົ້ນ​ຂອງ​ຕ່ອມ,ທັງ​ຍັງ​ມີ​ສັບພະ​ຄຸນ​ທີ່​ປ້ອງ​ກັນ​ໂຣກມະ​ເຮັງ​ຕ່ອມ​ອີກ​ດ້ວຍ.

  ການຄົ້ນຄວ້າ​ຂອງ​ມະຫາວິທະຍາ​​ໄລ​ແຄມ​ບຼິດຂອງ​ອັງກິດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ອັດຕາ​ເປັນ​ໂຣກມະ​ເຣັງລຳ​ໄສ້​ແກ່​ຕອນ​ກາງ​ຢູ່​ອົສ໌ຕຼາລີ​ແມ່ນ 4 ​ເທົ່າ​ຂອງ​ຄົນ​ຈີນ,ສາ​ເຫດ​ຕົ້ນຕໍ​ອັນ​ຫນຶ່ງ​ກໍ່​ແມ່ນ​ຄົນ​ອົສ໌ຕຼາລີ​ກິນ​ທາດ​​ແປ້ງ​ຫນ້ອຍ​ກວ່າ 100 ກຼາມຕໍ່​ມື້,​ແຕ່​ຄົນ​ຈີນ​ກິນ​ທາດ​ປ້ອງ​ຫຼາຍ​ກວ່າ 370 ກຼາມຕໍ່​ມື້,ຜູ່​ຊ່ຽວຊານ​ທັງຫຼາຍ​ຊີ້​ອອກ​ວ່າ,ທາດ​ກົດ​ຊະນິດ​ຫນຶ່ງ​ໃນ​ອາຫານ​ທີ່​ມີ​ທາດ​ແປ້ງ​ຫຼາຍ,​ເຊັ່ນ:ຫມາ​ກກ້ວຍ ມັນ​ຝຣັ່ງ​ແລະ​ຖົ່ວ​ລັນ​ເຕົາ​ເປັນຕ​ຕົ້ນ​ໄດ້​ລະງັບ​ບໍ່​ໃຫ້​ແມ່​ພະຍາດ​ໄສ້​ແກ່​ແຜ່ພັນ​ໂດຍ​ກົງ,​ແມ່ນ​ວັດຖຸ​ລະງັບ​ອັນ​ແຂ​ງ​ແຮງ​ແລະ​ບັງ​ເກີດ​ເພື່ອ​ບໍ່​ໃຫ້​ຈຸ​ລັງ​ຜົນ​ມະ​ເຣັງ​ເກີດ​ຂຶ້ນ.

 ການຄົ້ນຄວ້າ​ລາຍ​ຫນຶ່ງ​ຂອງ​ມະຫາວິທະຍາ​ໄລ​ຮາ​ເວີ​ດຂອງ​ອາ​ເມ​ລິ​ກາ​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຖ້າ​ກິ​ນຜັກ​ຕີນ​ເປັດ 2 ຫາ  ​ເທື່ອ​ໃນ​ແຕ່​ລະອາ​ທິດ​ຈະ​ສາມາດ​ຫຼຸດ​ຄວາມ​ອັນຕະລາຍ​ທີ່​ເຍື່ອຮັບ​ພາບ​ໃນ​ແກ້ວຕາ​ເສື່ອມລົງ  ຕາມ​ຂ່າວ​ວ່າ,ຂໍ​ກະ​ແຈ​ໃນ​ການ​ປ້ອ​ງກັນ​ສາຍຕາ​ຂອງ​ຜັກ​ຕີນ​ເປັດ​ແມ່ນ​ທາດ​ກາ​ໂລ​ຕິນ ມວນ​ສານ​ປະສົມ​ດັ່ງກ່າວ​ໄດ້​ມີ​ຢູ່​ໃນ​ຜັກ​ໃຍ​ສີຂຽວ,ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ແສງຕາ​ເວັນ​ທຳລາຍ​ເຍື່ອຮັ​ບພາບ​ໃນ​ແກ້ວຕາ