ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-20 17:24:14    
ງານ​ວາງ​ສະ​ແດງ​ສິ​ລະ​ປະ​ສະ​ໄໝ​ຟື້ນ​ຟູ​ສິ​ລະ​ປະ​ຂອງ​ອີ​ຕາ​ລີ​ຈັດ​ຂຶ້ນ​ຢູ່​ທີ​ປັກ​ກິ່ງ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ20​ມັງກອນ,ງານ​ວາງສະ​ແດງ​ສິລະ​ປະ​ສະ​ໄໝ​ຟື້ນ​ຟູ​ສິລະ​ປະ​ຂອງ​ອີ​ຕາ​ລີ​ໄດ້​ຈັດ​ຂຶ້ນຢູ່​ຫໍ​ສິລະ​ປະ​ໂລກ​ແທ່ນ​ສະຕະວັດ​ປະ​ຊາຊາດ​ຈີນທີ່​ປັກ​ກິ່ງ.

ງານ​ວາງສະ​ແດງ​ດັ່ງກ່າວ​ເປັນ​ການ​​ເປີດ​ສາກ​ປີ​ອີ​ຕາ​ລີ​ຂອງ​ຈີນ2006,​ໄດ້​ໂຮມ​ສູນ​ຮູບ​ແຕ້ມ ຮູບຄວັດຮູບ​ປັ້ນ​ແລະເຄື່ອງ​ສິລະ​ປະ​ຫັດຖະກຳ​ເປັນຕົ້ນ80ກວ່າ​ເຄື່ອງ​ທີ່​​​ເກັບຮັກສາ​ໄວ້​ຢູ່​ຫໍ​ພິ​ພິດ​ທະ​ພັນ​12​ແຫ່ງ​ຂອງ​ອີ​ຕາ​ລີ,​​ປະດິດ​​ແຕ່​ງຂຶ້ນ​ແຕ່ສະ​ຕະວັດ​ທີ13​ຫາ​ສະຕະວັດ​ທີ17,ປະດິດ​ແຕ່ງ​ໂດຍ​ນັກ​ສິ​ລະ​ປິນ​ຜູ້​ຍິ່ງ​ໃຫຍ່​ເຊັ່ນ ທ່ານ​ບົດ​ຕີ​ເຊ​ນລີ ທ່ານ​ເລ​ໂອ​ນາກ​ໂດ ດາ ວິນ​ຊີ ທ່ານ​ຣາ​ຟາ​ແອ​ນໂລ ທ່ານ​ຕີ​​ເຊຍ​ໂນ ​ເວ​ເຊ​ນລີ​ໂອ​ແລະ​ທ່ານ​ຄາ​ຣາວັກ​ຈີ​ໂອ​ເປັນ​ຕົ້ນ,​ໄດ້​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ດ້ານສິລະ​ປະທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມຂອງ​ອີ​ຕາ​ລີ​ໃນ​ສະ​ໄໝ​ຟຶ້ນ​ຟູ​ສິ​ລະ​ປະ​ແລະສະ​ໄໝ​ກ່ອນຫຼືຫຼັງ ສະ​ໄໝ​ຟຶ້ນຟູ​ສິລະ​ປະ​,​ແມ່ນ​​ເຄື່ອງ​ແຕ່ງ​ທີ່​ມີ​ລະ​ດັບ​ສິ​ລະ​ປະສູ​ງສຸດ​ໃນສະ​ໄໝ​ຟຶ້ນຟູ​ສິລະ​ປະຂອງ​ອີ​ຕາ​ລີ​​ທີ່​ຈີນ​ນຳ​ເຂົ້າ​ຈົນ​ຮອດ​ປະ​ຈຸ​ບັນ,​ກໍ​ແມ່ນ​ອີ​ຕາ​ລີ​​ໂຮມ​ສູນ​ວາງ​ສະ​ແດງ​ເຄື່ອງ​ສິ​ລະ​ປະ​ອັນ​ລ້ຳ​ຄ່າ​ຢ່າງ​ຫຼວງ​ຫຼາຍ​ຢູ່​ຕ່າງ​ປະ​ເທດ​​ເປັນ​ຄັ້ງ​ທຳ​ອິດ​ໃນ​ຫຼາຍ​ສິບ​ປີ​ມາ​ນີ້.

ຕາມ​ຊາບ​ວ່າ,​ຕາມ​ການ​ຄາດ​ຄະ​ເນ​ຕ່ຳ​ສຸດ,​ເຄື່ອງ​ວາງ​ສະ​ແດງ​​ທັງ​ໝົດ​ໃນ​ງານ​ວາງ​ສະ​ແດງ​ເທື່ອ​ນີ້​​ມີ​ມູນ​ຄ່າ​300​ລ້ານ​​​ເອີ​ໂລ,​ງານ​ວາງ​ສະ​ແດງ​ເທື່ອ​ນີ້​ຈະ​ສິ້ນ​ສຸດ​ລົງ​​ໃນ​ວັນ​ທີ​23​ເມ​ສາ.