ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-20 17:36:05    
ຈີນ​ຈະ​ກາຍ​ເປັນ​ແຫຼ່ງ​ຜະ​ລິດ​ໂທ​ລະ​ສັບ​ມື​ຖື​ຂອງ​ໂລກ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ຄຽງ​ຄູ່​ກັບ​ຂະ​ແໜງ​ການ​ຜະລິດ​ໂທລະ​ສັບ​ມື​ຖື​ຂອງ​ປະ​ເທດ​ພັດ​ທະ​ນາ​ຂອງ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ຍ້າຍ​ມາ​ສູ່​ຈີນ​ຢ່າງ​ວ່ອງ​ໄວ,​ຈີນ​ຈະ​ກາຍ​ເປັນ​ແຫຼ່ງ​ຜະ​ລິດ​ແລະ​ປະ​ເທດ​ທີ່​ສົ່ງ​ອອກ​ໂທລະ​ສັບ​ມື​ຖື​ທີ່​ສຳຄັນ​ກວ່າ​ໝູ່​ຂອງ​ໂລກ.

ໃນຫຼາຍ​ປີ​ມາ​ນີ້,​ບໍລິ​ສັດ​ໃຫຍ່​ຕ່າງໆ​ທີ່​ຜະລິດ​ໂທລະ​ສັບ​ມື​ຖື​ຂອງ​ໂລກ​ເຊັ່ນ​ໂມ​ໂຕ​ໂຣລາ,​ໂນ​ເກຍ​ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ລົງ​ທຶນ​100​ລ້ານ​ໂດ​ລາ​ຂຶ້ນ​ໄປ​ເພື່ອ​ສ້າງ​ຕັ້ງ​ໂຮງ​ງານ​ຢູ່​ຈີນ,​ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ຜະ​ລິດ​ໂທລະ​ສັບ​ມື​ຖື​ຂອງ​ປະ​ເທດ​ພັດ​ທະນາ​ຂອງ​ເອີ​ລົບ​ແລະ​ອາ​ເມລິ​ກາ​ຍ້າຍ​ມາ​ສູ່​ຈີນ​ຢ່າງ​ວ່ອງ​ໄວ, ຈຳ​ນວນ​ໂທ​ລະ​ສັບ​ມື​ຖື​ທີ່​ຈີນ​ສົ່ງ​ອອກ​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໃນ​ປີ2005,​ພຽງ​ແຕ່​ທ່າ​ກຳ​ປັ່ນ​ທຽນ​ສິນ​ແຫ່ງ​ດຽວ​ກໍ່​ໄດ້​ສົ່ງ​ອອກ​ໂທລະ​ສັບ​ມື​ຖື​13ລ້ານ​ກວ່າ​ໜ່ວຍ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ2004​ເກືອບ​20%.