ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-20 18:06:00    
ປີ​ກາຍ​ນີ້,​ຈີນ​ນຳ​ເຂົ້າ​ແຜ່ນ​ແພ​ເສື້ອ​ຜ້າ​ອາ​ພອນ​ຈາກ​ອາ​ຊີ​ອາ​ຄະ​ເນ​ເພີ່ມ​ຂຶ້ນ

cri
ຕາມຂ່າວສານຊິນຮວາ,ແຕ່ເດືອນມັງກອນ​ຮອດ​ເດືອນ​ພະ​ຈິກ​ປີ​2005,​ຈີນ​ໄດ້​ນຳ​ເຂົ້າ​​ແຜ່ນ​ແພ​ເສື້ອ​ຜ້າ​ອາ​ພອນ​ທີ່​ມີ​ມູນ​ຄ່າ​620​ລ້ານ​ໂດ​ລາ​ຈາກ​ອາ​ຊີ​ອາ​ຄະ​ເນ,​ກວມ​4%​ຂອງ​ການ​ນຳ​ເຂົ້າ​ຈາກ​ທົ່ວ​ໂລກ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ​2004 5,8%.

ນັກ​ຂ່າວ​ໄດ້​ຊາບ​ຈາກສະມາຄົມ​ການ​ຄ້າຂາ​ເຂົ້າຂາ​ອອກ​ແຜ່ນ​ແພ​ຈີນ​ວ່າ,​ພາຍ​ຫຼັງ​ຫຼຸດ​ພາ​ສີ​ໃນ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​​ເມື່ອ​ວັນ​ທີ1​ກໍ​ລະ​ກົດ​ປີ2005​ແລ້ວ,​ອັດ​ຕາ​​ແຜ່ນ​ແພ​ທີ່​ອາ​ຊຽນ​ຊື້​ຈາກ​ຈີນ​ໄດ້​ຫຼຸດ​ຕ່ຳລົງ​ຢ່າງ​ເດັ່ນ​ຊັດ.​ເມື່ອ​ຮອດ​ປີ2015,ອັດຕາ​ພາສີ​ແຜ່ນ​ແພປະ​ເທດ​ຕ່າງໆ​ເຊັ່ນ​ໄທ,ມາ​ເລ​ເຊຍ,ຟີ​ລິບ​ປິນ,ຫວຽດນາມ​ເປັນ​ຕົ້ນ​ນຳ​​ເຂົ້າຈາກ​ຈີນ​ຈະ​ຄ່ອຍໆ​ຫຼຸດ​ໜ້ອຍ​ລົງ​ຈົນ​ຮອດ​ບໍ່​ເກັບ​ພາສີ.

ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ພະຈິກ​ປີ2005,ຈີນ​ໄດ້​ສົ່ງ​​ແຜ່ນ​ແພ​ເສື້ອ​ຜ້າ​ອາ​ພອນ​ທີ່​ມີ​ມູນ​ຄ່າ5​ຕື້80​ລ້ານ​ໂດ​ລາອອກ​ຂາຍ​​ໃຫ້ອາຊີ​ອາ​ຄະ​ເນ,​ກວມ​4,8%​ຂອງ​ມູນ​ຄ່າ​ສົ່ງ​ອອກ​ໃຫ້​ທົ່ວ​ໂລກ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ​2004​22,4%.