ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-20 18:41:51    
ເກັຼກ​ຍິນ​ດີ​ພະ​ຍາ​ຍາມ​ລົບ​ລ້າງ​ອຸ​ປະ​ສັກ​ໃນ​ການ​ພົວ​ພັນ​ຈີນ-​ເອີ​ລົບ

cri
ຕາມ​ຂ່າວCRI,ວັນ​ທີ20​ມັງກອນ,ຢູ່​ທີ່​ປັກ​ກິ່ງ,​​ໃນ​ເວລາ​ພົບ​ປະ​ທ່ານ​ຫູ​ຈິນທາວ ປະ​ທານ​ປະ​ເທດ​ຈີນ,ທ່ານ​ຄາ​ລາມາ​ນລິ​ສ ນາຍົກລັດຖະມົນຕີ​ເກຼັກ​ກ່າວ​ວ່າ,​ຝ່າຍ​ເກັຼກຍິນ​ດີທຳ​ຄວາ​ມ​ພະ​ຍາ​ຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ລົບ​ລ້າງ​ອຸປະສັກ​ໃນ​ການ​ຂະຫຍາຍການ​ພົວພັນ​ລະ​ຫວ່າງຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ,ຊຸກຍູ້​ການ​ພົວພັນ​ຈີນ​ສະຫະພາບ​ເອີ​ລົບ​​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ.​ເກຼັກ​ຍຶດ​ໝັ້ນ​ນະ​ໂຍບາຍ​ຈີນ​ດຽວ,ຄັດຄ້ານ​ການ​​ແຍກ​ໄຕ້​ຫວັນ​ເປັນ​ເອກະ​ລາດ,​ຫວັງ​​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ຂົນ​ສົ່ງ​ທາງ​ທະ​ເລ,​ພະ​ລັງ​ງານ,​ການ​ທ່ອງ​ທ່ຽວ,​ວັດ​ທະ​ນະ​ທຳ​ແລະ​ການ​ສຶກ​ສາ​ເປັນ​ຕົ້ນ.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,​ແຕ່​ຈີນ​ແລະ​ເກຼັກສ້າງສາ​ຍສຳພັນ​ທາງ​ການ​ທູດ​ເປັນ​ເວ​ລາ​33​ປີ​ມາ​ນີ້,​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ຢູ່​ໃນ​ໄລ​ຍະ​ດີ​ທີ່​ສຸດ.​ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ເກຼັກທຳ​ຄວາມ​ພະຍາຍາມ,​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດຕື່ມ​ອີກ,ຊຸກຍູ້​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ລົງ​ສູ່​ລວງເລິກ​​ແລະຂະຫຍາຍ​ໄປ​ໜ້າຢ່າງ​ບໍ່​ຢຸດ​ຢັ້ງ.