ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-20 21:03:26    
ທ່ານ​ເວີ່ນ​ເຈ່ຍ​ປາວ​ຫວັງ​ໃຫ້​ສົມ​ເດັດ​ນະ​ໂລ​ດົມ ສີ​ຫະ​ນຸ​ຊົງ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ​ກຳ​ປູ​ເຈຍ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ20​ມັງກອນ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເວີ່​ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ ກ່າວ​ວ່າ,ຫວັງ​ໃຫ້​ສົມ​ເດັດ​ໂນ​​ໂລ​ດົມ ສີຫະ​ນຸກ ອະດີດ​ເຈົ້າຊີວິດ​ກຳປູ​ເຈຍຊົງ​ພະ​ໄທ​ຢ່າງ​ສູງ​ແລະ​ສະໜັບສະໜູນ​ການ​ຮ່ວມ​ມື​ທີ່​ມີ​ໄມຕີ​ຈິດ​​ໃນ​ທຸກຂົງ​ເຂດ​ລະ​ຫວ່າງ​ຈີນ​ກັບ​ກຳປູ​ເຈຍ,ຊົງ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັງ.

ທ່ານ​ເວີ່​ນ​ເຈ່ຍ​ປາວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ໄປ​ຢ້ຽມຢາມ​ສົມ​ເດັດ​​ນະ​ລະດົມ ສີ​ຫະ​ນຸ​ພ້ອມ​ດ້ວຍພະ​ອັກຄະມະ​ເຫ​ສີ​​ເນື່ອງ​ໃນ​ໂອກາດ​ບຸນ​ກຸດ​ຈີນ​ມໍ່​ຈະ​ວຽນມາ​ເຖິງ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່ການ​ປະກອບສ່ວນ​ຂອງສົມ​ເດັດ​ນະໂລ​ດົມ ສີຫະ​ນຸ​ເພື່ອການ​ຂະຫຍາຍ​ການ​ພົວພັນ​ຈີນ​ກຳປູ​ເຈຍ​.ທ່ານ​ເວົ້າວ່າ​,ຈີນ​ກຳປູ​​ເຈຍ​ແມ່ນ​ບ້ານ​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ​,​ແມ່ນ​ເພື່ອນ​ມິດທີ່​ດີ,ປະຊາຊົນ​ຈີນ​ຈະ​ບໍ່ລືມ​ເພື່ອນ​ເກົ່າ​.

ສົມ​ເດັດ​ນະ​ໂລ​ດົມ ສີຫະ​ນຸພ້ອມ​ດ້ວຍພະ​ອັກຄະ​ມະ​ເຫ​ສີຊົງ​ຕັດວ່າ,ລັດຖະບານ​​ຊຸດ​ປະຈຸ​ບັນແລະ​ພະ​ບໍ​ລົມ​ມະ​ວົງສາ​ນຸວົງ​ຂອງ​ກຳປູ​ເຈຍຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ໄມຕີ​ຈິດ​ຕໍ່ ​ຈີນ,ສະໜັບສະ​ໜູນ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ,​ນະ​ໂຍບາຍ​ດັ່ງກ່າວ​ຈະ​ບໍ່ປ່ຽນ​ແປງ​ຈົນ​ເທົ່າ​ໃດໆ.