ອົງການປົກຄອງເຂດບໍລິຫານພິເສດຮົງກົງເພີ່ມທະວີມາດຕະການປ້ອງກັນເພື່ອຕ້ານໄຂ້ຫວັດສັດປີກ
cri
Author: cai
ຕາມຂ່າວສານຊີນຮວາ:ຍ້ອນວັນທີ 19 ມັງກອນ,ຢູ່ຮົງກົງໄດ້ພົບນົກຕາຍໂຕໜຶ່ງເຊິ່ງຖືກຢືນຢັນວ່າຕິດເຊື້ອH5N1,ພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງໄດ້ໃຊ້ມາດຕະການທີ່ເໝາະສົມຕ້ານໄຂ້ຫວັດສັດປີກ,ເພື່ອປ້ອງກັນບໍ່ໃຫ້ນົກແຜ່ລະບາດເຊື້ອໂຣກ.
ປະຈຸບັນ,ຮົງກົງໄດ້ເພີ່ມທະວີການຕິດຕາມກວດກາຕໍ່ນົກປ່າແລ້ວ,ແລະປະຕິບັດມາດຕະການກວດສອບແລະກວດພະຍາດຕໍ່ນົກນຳເຂົ້າຢ່າງເຄັ່ງຄັດ,ກຳນົດວ່າ,ນົກນຳເຂົ້າທັງໝົດຕ້ອງຮ້ອງຂໍໃບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ.ພ້ອມກັນນັ້ນ,ຮົງກົງຍັງມີແຜນຈະເພີ່ມທະວີການເຮັດອະນາໄມຢູ່ຕະຫຼາດຂາຍສັດປີກຍ່ອຍ,ແລະເພີ່ມການໂຄສະນາກ່ຽວກັບການປ້ອງກັນແລະປົວໄຂ້ຫວັດສັດປີກແລະເພີ່ມການສຶກສາສາທາລະນະ.
|
|