ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-22 20:27:11    
ອຸຍ​ແກຼນ​ເລື່ອນ​ເວ​ລາ​ເຊັນ​ສັນ​ຍາ​ສະ​ບັບ​ໃໝ່​ກ່ຽວ​ກັບ​ອາຍ​ແກັສ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ອຸຍ​ແກຼນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ21 ມັງກອນ​,ທ່ານ​ເຢຮາ​ນຸ​ໂຣຟ ນາຍົກລັດຖະມົນຕີອຸຍ​ແກຼນກ່າວ​ວ່າ,ຍ້ອນ​ວ່າລັດຖະ​ສະພາ​ຂັດຂວາງ​ແລະ​ບາ​ງຂໍ້​ປີກ​ຍ່ອຍ​ຄື​ລາຄາ​ເປັນ​ຕົ້ນ​ຍັງ​ບໍ່​ທັນ​ຕົກລົງ.ລັດຖະບານ​ອຸຍ​ແກຼນຕົກລົງ​ເລື່ອນ​ເວລາ​ເຊັນ​ສັນຍາ​ສະບັບ​ໃໝ່​ກ່ຽວ​ກັບ​ການ​ຊຶ້ອາຍ​ແກັສຂອງຣັດ​ເຊຍ.

ມື້​ດຽວ​ກັນ,​​ໃນ​ຄຳ​ປາ​ໄສ​ທີ່​ໂທລະພາບ​ອອກ​ອາກາດ,ທ່ານ​ເຢຣານຸ​ໂຣຟກ່າວ​ວ່າ,ລັດຖະບານອຸຍ​ແກຼນມີແຜນການ​ເຊັນ​ສັນຍາ​ສະບັບ​ນີ້​ກັບ​ບໍລິສັດ​ຫຸ້ນ​ສ່ວນ​ອຸດສາຫະກຳ​ອາ​ຍແກັສຣັດ​ເຊຍ​ໃນ​ວັນ​ທີ25 ມັງກອນ,​ແຕ່​ໃນ​ປະຈຸ​ບັນ​,​ເອກະສານ​ຂອງສັນຍາ​ຍັງ​ບໍ່​ທັນ​ກຽມຮຽບຮ້ອຍ​ເທື່ອ.ກ່ອນ​ອື່ນ​ແມ່ນ​ບັນຫາ​ກ່ຽວ​ກັບ​ລາຄາ​ຂອງ​ອາຍ​ແກັສ,ຄື​ກຳນົດ​ລາຄາ​ແນວ​ໃດ​ແລະ​ສາມາດ​ຮັກສາ​ດົນ​ປານໃດ​ຫຼັງ​ຈາກກຳນົດ​ລາຄາ;ຖັດມາ,ຍ້ອນ​ວ່າ​ລັດຖະບານ​ຖືກລັດຖະ​ສະພາຍຸບເລີກ,ລັດຖະມົນ​ຕີ​ທີ່​ກ່ຽວຂ້ອງ​ຖືກປົດຕໍາ​ແໜ່ງ​,​ພວກ​ເພິ່ນ​ຈະມີ​ສິດ​ເຊັນ​ສັນຍາ​ຫຼືບໍ່ນັ້ນ​ໄດ້ກາຍ​ເປັນ​ບັນຫາ.