ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-22 20:51:34    
ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ຕໍ່​ມະ​ຫາ​ສະ​ໝຸດ​ອ້ອມ​ໂລກ​ຄັ້ງ​ທຳ​ອິດຂອງ​ຈີນ​ສິ້ນ​ສຸດ​ລົງ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​ເຮືອສຳ​ຫຼວດ​ວິທະຍາ​ສາດ"ມະຫາ​ສະໝຸດ​ເລກ 1"ຂອງ​ຈີນ​ຜ່ານ​ການ​ເດີນ​ເຮືອ​ເປັນ​ເວລາ​ເກືອບ 300 ມື້​​ແລ້ວ,​ໄດ້​ສຳ​ເລັດ​ໜ້າ​ທີ່​ທຸກ​ລາຍ​ໃນ​ການ​ສຳ​ຫຼວດ​ວິທະຍາ​ສາດ​ຕໍ່​ມະ​ຫາ​ສະ​ໝຸດ​ອ້ອມ​ໂລກ​ຄັ້ງທຳ​ອິດຂອງ​ຈີນ,​ແລ້ວກັບ​ຄື​ນຮອດ​ບ່ອນ​ອອກ​​ເດີນທາງ​ຄື​ເມືອງ​ຊີ່ງຕາວ​ ​ເມືອງ​ທ່າ​ພາກ​ຕາ​​ເວັນ​ອອກ​ຂອງ​ຈີນ​ໃນ​ວັນ​ທີ 22 ມັງກອນ.

ການ​ສຳ​ຫຼວດວິທະຍາ​ສາດ​ຕໍ່​ມະຫາ​ສະໝຸດ​ອ້ອມ​ໂລກຂອງ​ເຮືອ"ມະຫາ​ສະໝຸດ​ເລກ 1"​ເທື່ອ​ນີ້​​ໄດ້ຂ້າມສາມ​ມະຫາ​ສະໝຸດ​ຄື​​ມະຫາ​ສະໝຸດປາຊີ​ຟິກ ມະຫາ​ສະໝຸດອັດລັງ​ຕິກ​ແລະ​ມະຫາ​ສະໝຸດ​ອິນ​ເດຍ,ນັກ​ຄົ້ນຄວ້າ​ວິທະຍາສາດ 100 ກວ່າ​ຄົນ​ຂອງ​ໜ່ວຍງານ​ຄົ້ນຄວ້າ 20 ກວ່າ​ແຫ່ງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ເຊິ່ງລວມທັງ​ອົງການ​ຄົ້ນຄວ້າ​ທະ​ເລ​ຈຳນວນ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ແລະ​ເຢຍລະ​ມັນ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສຳ​ຫຼວດມະຫາ​ສະໝຸດ​ເທື່ອ​ນີ້.