ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-23 18:11:42    
ໂຄງການ​ປະຕິສັງຂອນບູຮານ​ນະ​ສະ​ຖານ​ຈຸດ​ໜັກ​ສາມ​ແຫ່ງ​ຄື ວັງ​ບູ​ຕາ​ລາ​ຕິ​ເບ​ດ​ເປັນ​ຕົ້ນ​ໄດ້​ສຳ​ເລັດ 80% ​ແລ້ວ

cri Author: lm

ຕາມ​ຂ່າວCRI: ໂຄງການປະຕິສັງຂອນ​ບູຮານ​ນະ​ສະຖານ​ຈຸດ​ໜັກ​ 3​ ແຫ່ງ​ຂອງ​ຕິ​ເບ​ດຈີນຄື ວັງ​ບູ​ຕາ​ລາ ວັດ​​ໂລ​ປູ້​ລິນ​ຄາ​ແລະ​ວັດ​ຊ້າ​ເຈ່ຍທີ່​​ລວມທັງ​ໝົດ​ໄດ້ລົງທຶນ 330 ລ້ານ​ຢວນ​ນັ້ນ ປັດ​ຈຸ​ບັນ ​ໄດ້​ສຳ​ເລັດ 80% ​ຂຶ້ນ​ໄປແລ້ວ.

ນັກ​ຂ່າວ​ໄດ້​ຊາບ​ຈາກ​ງານ​ສົນທະນາ​ວຽກ​ງານ​ວັດຖຸບູຮານ​ທີ່​ຈັດ​ຂຶ້ນຢູ່​ນະຄອນ​ລາ​ຊາ ​ເທດ​ສະ​ບານຕິ​ເບ​ດວ່າ, ແຕ່​​ເລີ່​ມລົງມືປະຕິ​ສັງ​ຂອນ​ເມື່ອເດືອນ​ມິຖຸນາ​ປີ 2002 ​ມາຮອດ​ປັດຈຸບັນ, ​ໂຄງ​ການ​ປະຕິສັງຂອນບູຮານ​ນະ​ສະຖານ​ສາມ​ແຫ່ງ​ດັ່ງກ່າວ​ໄດ້​ສຳ​ເລັດ​ວຽກ​ງານ​ປະຕິສັງ​ຂອນ​ອາ​ຄານ​ຕົ້ນ​ຕໍຂອງ​ວັງ​ບູຕາລາ​ແລະ​ວັດ​ໂລ​ປູ້​ລິນ​ຄາ ປະຕິສັງຂອນ​ຮູບ​​ແຕັ້ມບົນ​ຝາ​ພະ​ໜັງ​ຂອງ​ວັດ​​ໂລ​ປູ້​ລິນ​ຄາ ຫ້ອງ​ວາງສະ​ແດງ​ວັດຖຸບູຮານ​ວັດ​ຊ້າ​ເຈ່ຍ.

ວັງ​ບູຕາລາ​ສ້າງ​​​ເມື່ອ ຄ.ສ.​ສະຕະວັດ​ທີ 7, ຖືກ​ຖື​ເປັນ​ຜົນງານ​ສູງ​ສຸດ​​ແຫ່ງສິລະ​ປະດ້ານ​ການ​ກໍ່​ສ້າງ​ແລະ​ວັດທະນະທຳ​ຊົນ​ເຜົ່າ​ຕິ​ເບ​ດ, ວັດ​​ໂລ​ປູ້​ລິນ​ຄາ​ແມ່ນ​ສິ່ງ​ກໍ່ສ້າງ​ສວນ​ບູຮານ​ທີ່​ຂະ​ໜາດ​ໃຫຍ່​ກວ່າ​ໝູ່​ແລະ​ຮັກສາ​ໄວ້​ສົມບູນ​ກວ່າ​ໝູ່​ໃນ​ໂລກ, ​ສອງ​ແຫ່ງດັ່ງ​ກ່າວ​ຕ່າງ​ຖືກ​ອົງ​ການ​ຢູ​ເນັສກູ​ສະຫະ​ປະຊາ​ຊາດຈັດ​​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ໂລກ​ໃນ​ປີ 1994 ​ແລະ​ປີ 2001. ວັດ​ຊ້າ​​ເຈ່ຍ​ແມ່ນ​ວັດ​ສຳຄັນ​ຂອງ​ພຸດທະ​ສາສະໜາ​ນິກາຍ​ຕິ​ເບ​ດ, ຢູ່​ໃນ​ວັດ​​ໄດ້​ເກັບ​ຮັກ​ສາ​ຄຳ​ພີ​ແລະ​ວັດຖຸບູຮານ​ທີ່​ຫາ​ຍາກ​ໃນ​ໂລກ​ເປັນ​ຈຳນວນຫຼວງ​ຫຼາຍ.