ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-23 18:16:28    
ເຈົ້າໜ້າ​ທີ່​ຫ້ອງການ​ວຽກ​ງານ​ໄຕ້​ຫວັດນ​ລັດ​ຖະ​ບານ​ຈີນ​ຊີ້​ອອກ​ວ່າ ນະ​ໂຍ​ບາຍ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ໄດ້​ຈຳ​ກັດ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ຝັ່ງ​ຢ່າງ​ໜັກ​ໜ່ວງ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 23 ມັງກອນ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຫີ​ຊືຈົ່ງ ຫົວໜ້າ​ກົມ​ເສດ​ຖະ​ກິດ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ລັດຖະບານ​ຈີນ​ກ່າວ​ວ່າ, ນະ​ໂຍບາຍຂອງ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ໄດ້​ຈຳ​ກັດ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານເສດຖະກິດ​ລະ​ຫວ່າງ​ສອງ​ຝັ່ງ​ຢ່າງ​ໜັກ​ໜ່ວງ.

ທ່ານ​ເຫີ​ຊືຈົ່ງ​ກ່າວ​ວ່າ, ປີ​ກາຍ​ນີ້ ​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ​ໄດ້​ໃຊ້​ຫຼາຍມາດ​ຕະ​ການ ​ເຊັ່ນ ຊຸກ​ຍູ້​ການ​ເໝົາຍົນ​​ລະຫວ່າງ​ສອງ​ຝັ່ງໃນ​ໄລຍະ​ບຸນ​ກຸດ​ຈີນ ຜ່ອນຄາຍ​ເງື່ອນ​ໄຂ​ອະ​ນຸ​ຍາດ​ໃຫ້​ໝາກ​ໄມ້​ໄຕ້​ຫວັນ​ເຂົ້າຕະຫຼາດ​ແຜ່ນດິນ​ໃຫຍ່​ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ທຶນ​ໄຕ້​ຫວັນ​ໃນ​ການ​ລະດົມ​ທຶນ​ແລະ​ອື່ນໆ, ພະຍາຍາມ​ຊຸກ​ຍູ້​​ໃຫ້ການ​ພົວພັນ​ລະ​ຫວ່າງ​ສອງ​ຝັ່ງ​ຂະ​ຫຍາຍຕົວ. ​ຝ່າຍ​ແຜ່ນດິນ​ໃຫຍ່​ຈະ​ປົກ​ປັກ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ນັກ​ທຸລະກິດ​ໄຕ້​ຫວັນ, ຊຸກ​ຍູ້​ການ​ແລກປ່ຽນດ້ານ​ເສດຖະກິດ​ລະ​ຫວ່າງ​ສອງ​ຝັ່ງ​ຢ່າງ​ຮອບດ້ານ.

​ເນື່ອງ​ຈາກ​ຜູ່​ຄອງ​ອຳນາດ​​ໄຕ້​ຫວັນ​ກັ້ນກາງ, ການ​ແລກປ່ຽນ​ດ້ານ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ໄດ້​ຕົກ​ຢູ່​ໃນ​ສະພາບ​ທາງ​ອ້ອມ​ແລະ​ທິດ​ດຽວ​ໂດຍ​ຕະຫຼອດ, ​ໄດ້​ຈຳກັດ​ການ​ພັດ​ທະນາ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ. ​ໂດຍ​ແນ​ໃສ່​ຄຳ​ເວົ້າ​ຂອງ​ຜູ່​ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ທີ່​ກ່າວ​ໃນ​ຫວ່າງ​ມໍ່ໆ​ນີ້​ທີ່​ວ່າ "​ຈິນຕະນາການ​ໃໝ່​ການ​ປະ​ພຶດ​ໃໝ່​ໃນ​ນະ​ໂຍບາຍ​ເສດຖະກິດ​ການ​ຄ້າ​ກັບ​ແຜ່ນດິນ​ໃຫຍ່" ທີ່ "ຕັ້ງໜ້າ​ຄຸ້ມ​ຄອງ ​ເປີດ​ປະຕູ​ຢ່າງ​ບັງ​ເກີດ​ຜົນ", ທ່ານ​ເຫີ​ຊືຈົ່ງ​ຕິຕຽນ​ວ່າ, ນີ້​ແມ່ນ​ການ​ກະທຳ​ທີ່​ຝຶນບ້ານຂວາງ​ເມືອງ.