ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-23 18:32:22    
ປີ​2005​ແຜ່ນ​ດິນ​ໃຫຍ່​ປະ​ເທດ​ຊາດ​ໄດ້​ນຳ​ໃຊ້​ທຶນ​ໄຕ້​ຫວັນ​ລື່ນ​ກາຍ​2​ຕື້ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ

cri
ຕາມ​ຂ່າວສານ​ຊີນຮວາ,​ປີ2005,​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ​ໄດ້​ອະນຸ​ມັດ​ໂຄງ​ການ​ທີ່​ນັກ​ທຸ​ລະ​ກິດ​ໄຕ້​ຫວັນ​ລົງທຶນ​ລວມ​3907​ໂຄງ​ການ,​ນຳ​ໃຊ້​ທຶນ​ຂອງ​ທຸລະ​ກິດ​ໄຕ້​ຫວັນ​ໄດ້​ລື່ນ​ກາຍ​2​ຕື້​100 ລ້ານ​ໂດ​ລາ​ສະຫະ​ລັດ.

ວັນ​ທີ23​ມັງກອນ,​ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂ່າວ​ສານ​ຊີນ​ຮວາ,​ທ່ານ​ເຫີ​ຊື້​ຈົງ,​ຫົວ​ໜ້າ​ກົມ​ເສດຖະ​ກິດ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ລັດຖະ​ບານ​ຈີນ​ກ່າວ​ວ່າ,​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຊ່ອງ​ແຄບ,​ປີ2005,​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝັ່ງ​ຊ່ອງ​ແຄບສືບ​ຕໍ່​ຂະ​ຫຍາຍ​ໄປ​ໜ້າ.​ເມື່ອເບິ່ງ​ຈາກ​ພາກ​ພື້ນ​ທີ່​ນັກ​ທຸລະ​ກິດ​​ໄຕ້​ຫວັນ​ລົງ​ທຶນ,​ຕົ້ນຕໍ​ສຸມ​ໃສ່​ຢູ່​ພາກ​ຕາເວັນ​ອອກ​ສຽງ​ໃຕ້​ຂອງ​ແຂວງ​ຟູ​ຈ້ຽນ,​ເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຈູ່​ຈ່ຽງ,​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ຢາງ​ເຊ,​ເຂດ​ອ້ອມ​ທະ​ເລ​ໂບ​ໄຫ,​ແລະ​ຂະ​ຫຍາຍ​ໄປ​ສູ່​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ເທື່ອ​ລະ​ກ້າວ.​ເມື່ອ​ເບິ່ງ​ຈາກ​ຈຸດ​ພິ​ເສດ​ຂອງ​ອຸດ​ສາ​ຫະກຳ​ແລ້ວ,ວິ​ສາ​ຫະກິດ​ເຕັກນິກ​ສູງ​ຂອງ​ໄຕ້​ຫວັນ​ທີ່​ຖື​ອຸດສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ເປັນ​ຫຼັກ​ຍ້າຍ​ມາສູ່​ແຜ່ນ​ດິນ​ໃຫຍ່​ຢ່າງ​​ໄວ​ກວ່າ​ເກົ່າ,​ໄດ້​ກາຍ​ເປັນ​ຈຸດ​ຮ້ອນ​ທີ່​ນັກ​ທຸ​ລະ​ກິດ​ໄຕ້​ຫວັນ​ມາ​ລົງທຶນ​ຢູ່​ແຜ່ນດິນ​ໃຫຍ່​ໃນ​ຫຼາຍ​ປີ​ມາ​ນີ້.

ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ເຫັນ​ວ່າ,​ນັກ​ທຸລະ​ກິດ​ໄຕ້​ຫວັນ​ມາ​ລົງ​ທຶນ​ຢູ່​ແຜ່ນ​ດິນ​ໃຫຍ່,​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ,​ຊຸກຍູ້​ໃຫ້​ເສດ​ຖະ​ກິດ​ຂອງ​ໄຕ້​ຫວັນ​ແລະ​ຂອງ​ແຜ່ນ​ດິນ​ໃຫຍ່​ຂະ ຫຍາຍ​ຕົວ​ພ້ອມກັນ.