ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-24 17:15:58    
ປີ 2005, ຄຸນ​ນະ​ພາບ​ການ​ໝູນ​ເດີມ​ຂອງ​ເສດ​ຖະ​ກິດ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ໜັກ​ແໜ້ນ

cri
ຕາມ​ຂ່າວCRI: ​ເສດຖະກິດ​​ແຫ່​ງຊາດຈີນ​ໃນປີ 2005 ​ໄດ້​ຮັກສາ​ທ່ວງທ່າ​ພັດທະນາ​ອັນ​ດີງາມ, ຄຸນ​ນະພາບ​ການໝູນ​ເດີມ​ຂອງ​ເສດຖະກິດ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.

ວັນ​ທີ 24 ມັງກອນ​, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈູ່ຮົງ​ເວີຍ ຫົວໜ້າ​ກົມ​ການ​ໝູນ​ເດີມ​ເສດຖະກິດ​ຂອງ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດຈີນ​ເວົ້າ​ວ່າ, ປີ 2005, ການ​ຜະລິດ​ດ້ານ​ອຸດສາ​ຫະກຳ​ຂອງຈີນ​ໄດ້​ຮັກສາ​ຈັງຫວະ​ເຕີບ​ໂຕ​ອ່າວ​ໄວ, ບົນ​ພື້ນຖານ​ໄດ້​ຮັກສາ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ຄື 30% ຮອດ 40%​ໃນ​ສາມ​ປີ​ລຽນຕິດ​ແລ້ວ, ກຳ​ໄລ​ຂອງວິ​ສາ​ຫະກິດ​ອຸດສາຫະກຳ​​ໃນ​ປີ​ກາຍໄດ້​ກ້າວ​ເຂົ້າ​ສູ່​​ໄລຍະ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​, ຈັງຫວະ​ເຕີບ​ໂຕ​​ແມ່ນ​ຢູ່​ໃນ​ປະມານ 20%. ຢູ່​ໃຕ້​ບົດບາດ​ຂອງ​ນະ​ໂຍບາຍ​ສັບ​ຊ້ອນ​ທາງ​ມະຫາ​ພາກ, ທ່ວງທ່າ​ເຕີບ​ໂຕ​ໄວ​ເກີນ​ໄປ​ຂອງການ​ລົງທຶນ​ໃນຂະ​ແໜງ​ການ​ຕ່າງໆ, ​ເຊັ່ນ: ​ເຫຼັກກ້າ, ​ໂລຫະ​ມີ​ສີ, ວັດ​ສະດຸ​ກໍ່ສ້າງ​ເປັນ​ຕົ້ນ​ໄດ້​ຮັບ​ການ​ສະກັດ​ກັ້ນ, ພ້ອມ​ກັນ​ນັ້ນ, ການ​ລົງທຶນ​ໃນ​ຂະ​ແໜງ​ການ​ຂຸດ​ຄົ້ນ​ຖ່ານ​ຫີນ, ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກ໌ສທຳ​ມະ​ຊາດ​ໄດ້​ມີ​ການ​ເພີ່ມ​ຂຶ້ນ​ຂ້ອນ​ຂ້າງ​ໃຫຍ່. ສະພາບ​ເຄັ່ງ​ດຶງ​ຂອງ​ການ​ສະໜອງ​ພະລັງງານ​ໄດ້​ມີ​ການ​ປົວ​ແປງ​ໃນ​ສ່ວນ​ໃດ​ສ່ວນ​ໜຶ່ງ​ແລ້ວ.