ໂຄສົກຫ້ອງການວຽກງານໄຕ້ຫວັນລັດຖະບານຈີນກ່າວວ່າ,ນະໂຍບາຍສອງຝັ່ງຂອງທ່ານເສີນສວຍປຽນໄດ້ທຳລາຍຜົນປະໂຫຍດຕິດຕົວຂອງມວນຊົນໄຕ້ຫວັນ
cri
Author: da
ຕາມຂ່າວCRI: ວັນທີ 24 ມັງກອນ,ຢູ່ປັກກິ່ງ,ທ່ານຫຼີເຫວີຍອີ່ ໂຄສົກຫ້ອງການວຽກງານໄຕ້ຫວັນລັດຖະບານຈີນກ່າວວ່າ,ນະໂຍບາຍເສດຖະກິດການຄ້າລະຫວ່າງສອງຝັ່ງຂອງທ່ານເສີນສວຍປຽນ ຜູ້ນຳເຈົ້າໜ້າທີ່ໄຕ້ຫວນໄດ້ທຳລາຍຜົນປະໂຫຍດຕິດຕົວຂອງມວນຊົນໄຕ້ຫວັນ.
ທ່ານຫຼີເຫວີຍອີ່ແມ່ນໃຫ້ທັດສະນະດັ່ງກ່າວໃນງານຖະແຫຼງຂ່າວທີ່ຫ້ອງການວຽກງານໄຕ້ຫວັນລັດຖະບານຈີນຈັດຂຶ້ນໃນມື້ດຽວກັນ.ໂດຍແນໃສ່ຄຳເວົ້າຂອງທ່ານເສີນສວຍປຽນໃນຫວ່າງມໍ່ໆນີ້ທີ່ສະເໜີໃຫ້ຮັບປະກັນ"ຖານະເສດຖະກິດ"ຂອງໄຕ້ຫວັນໂດຍຜ່ານຈາກການຄຸ້ມຄອງຢ່າງຕັ້ງໜ້າແລະໄຂປະຕູຢ່າງບັງເກີດຜົນ,ທ່ານຫຼີເຫວີຍອີ່ເວົ້າວ່າ,ຍອດມູນຄ່າການຄ້າສົ່ງອອກໄຕ້ຫວັນຫຼາຍກວ່າການນຳເຂົ້າຈາກແຜ່ນດິນໃຫຍ່ຈີນນັ້ນໄດ້ບັນລຸ 330 ຕື້ໂດລາ.ສະນັ້ນ ຈາກນີ້ໄດ້ເຫັນວ່າ,ຖ້າຫາກຈຳກັດການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງຝັ່ງ,ຜູ້ມີຜົນຮ້າຍໃນທີ່ສຸດນັ້ນຈະແມ່ນເສດຖະກິດໄຕ້ຫວັນ,ນີ້ແມ່ນຜົນປະໂຫຍດຕິດຕົວຂອງມວນຊົນໄຕ້ຫວັນ.
ທ່ານຫຼີເຫວີຍອີ່ກ່າວລື້ມວ່າ,ທະແນມແຕ່ແມ່ນວຽກທີ່ມີຜົນດີຕໍ່ພີ່ນ້ອງຮ່ວມຊາດໄຕ້ຫວັນ,ທະແນມແຕ່ແມ່ນວຽກທີ່ມີຜົນດີຕໍ່ການຊຸກຍູ້ການແລກປ່ຽນລະຫວ່າງສອງຝັ່ງ,ຝ່າຍແຜ່ນດິນໃຫຍ່ຈະພະຍາຍາມສຸດຂີດໄປເຮັດແລະພະຍາຍາມເຮັດໃຫ້ໄດ້ຜົນດີຢ່າງແນ່ນອນ.
|
|