ຕາມຂ່າວCRI: ວັນທີ 24 ມັງກອນຢູ່ທີ່ປັກກິ່ງ, ທ່ານລີເວີຍອີ ໂຄສົກຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນກ່າວວ່າ, ຫວັງໃຫ້ເຈົ້າໜ້າທີ່ໄຕ້ຫວັນຈົ່ງປະຕິບັດຕາມມະຕິຊົນໄຕ້ຫວັນ, ຢ່າກັ້ນກາງໝີແພນດາໄປໄຕ້ຫວັນ.
ໃນງານຖະແຫຼງຂ່າວທີ່ຫ້ອງການວຽກງານໄຕ້ຫວັນລັດຖະບານຈີນຈັດຂຶ້ນໃນມື້ດຽວກັນ, ທ່ານລີເວີຍອີກ່າວວ່າ, ຝ່າຍແຜ່ນດິນໃຫຍ່ມອບໝີແພນດາສອງໂຕໃຫ້ພີ່ນ້ອງຮ່ວມຊາດໄຕ້ຫວັນເພື່ອເປັນຂອງຂວັນ, ນີ້ໄດ້ສະແດງເຖິງໄມຕີຈິດມິດຕະພາບແລະເຈດຕະນາດີຂອງພີ່ນ້ອງຮ່ວມຊາດແຜ່ນດິນໃຫຍ່ທີ່ມີຕໍ່ພີ່ນ້ອງຮ່ວມຊາດໄຕ້ຫວັນນັ້ນຢ່າງເຕັມສ່ວນ, ພີ່ນ້ອງຮ່ວມຊາດໄຕ້ຫວັນກໍ່ໄດ້ສະແດງຄວາມປາຖະໜາທີ່ຫວັງຈະໄດ້ເຫັນໝີແພນດາສອງໂຕຢູ່ໄຕ້ຫວັນໂດຍໄວ, ຫວັງເຈົ້າໜ້າທີ່ໄຕ້ຫວັນຕອບສະໜອງຄວາມປາຖະໜາຂອງພີ່ນ້ອງຮ່ວມຊາດໄຕ້ຫວັນໂດຍໄວ.
|