|
 |
(GMT+08:00)
2006-01-24 18:11:42
|
 |
ຈີນອາເມລິກາຈະສືບຕໍ່ເພີ່ມທະວີການສົນທະນາກັນເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນຫຼາຍຂຶ້ນຕື່ມ
cri
Author: da
ຕາມຂ່າວCRI:ວັນທີ 24 ມັງກອນ,ທ່ານເວີນເຈຍປາວ ນາຍົກລັດຖະມົນຕີ ທ່ານຫຼີຈ້າວຊິງ ລັດຖະມົນຕີການຕ່າງປະເທດແລະທ່ານຕ້າຍປີງໂກ ຮອງລັດຖະມົນຕີການຕ່າງປະເທດຈີນແຍກອອກພົບປະຫຼືເຈລະຈາກັບທ່ານໂຣເບີດ ຈໍລິກ ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມລິກາທີ່ມາຢາມຢູ່ປັກກິ່ງ.ໃນການພົບປະ,ທ່ານເວີນເຈຍປາວເວົ້າວ່າ,ຝ່າຍຈີນຫວັງເພີ່ມທະວີການສົນທະນາຍຸດທະສາດລະຫວ່າງຈີນກັບອາເມລິກາ,ເຮັດໃຫ້ຄວາມເຂົ້າໃຈແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຫຼາຍຂຶ້ນຕື່ມ,ເຮັດໃຫ້ການພົວພັນລະຫວ່າງຈີນກັບອາເມລິກາຂະຫຍາຍຕົວຢ່າງໝັ້ນທ່ຽງແລະປອດໄສ.
ໃນເວລາພົບປະທ່ານຈໍລິກ ທ່ານຫຼີຈ້າວຊິງກ່າວເນັ້ນວ່າ,ຄັດຄ້ານແລະສະກັດກັ້ນ"ການແບ່ງແຍກໄຕ້ຫວັນເປັນເອກະລາດ",ປົກປັກຮັກສາສັນຕິພາບແລະສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນ,ສອດຄ່ອງກັບຜົນປະໂຫຍດຮ່ວມຂອງຈີນແລະອາເມລິກາ.ຝ່າຍຈີນຫວັງໃຫ້ອາເມລິກາຈົ່ງໂຄລົບຄຳໝັ້ນສັນຍາທີ່ຍຶດໝັ້ນນະໂຍບາຍຈີນດຽວ ໂຄລົບປະກາດແຈ້ງການຮ່ວມລະຫວ່າງຈີນກັບອາເມລິກາສາມສະບັບແລະຄັດຄ້ານການແບ່ງແຍກໄຕ້ຫວັນເປັນເອກະລາດ.
ທ່ານຈໍລິກເວົ້າວ່າ,ອາເມລິກາເອົາໃຈໃສ່ໃນລະດັບສູງຕໍ່ການຂະຫຍາຍການພົວພັນກັບຈີນ,ຊົມເຊີຍຈີນເສີມຂະຫຍາຍບົດບາດຫຼາຍກວ່າເກົ່າໃນການປົກປັກຮັກສາສັນຕິພາບຂອງໂລກແລະຊຸກຍູ້ການພັດທະນາພ້ອມກັນ.ທ່ານຍັງກ່າວລື້ມວ່າ,ລັດຖະບານອາເມລິກາຈະສືບຕໍ່ປະຕິບັດນະໂຍບາຍຈີນດຽວ.
ໃນການເຈລະຈາ ທ່ານຕ້າຍປີງໂກແລະທ່ານຈໍລິກພ້ອມກັນເວົ້າວ່າ,ຈີນກັບອາເມລິກາຈະສືບຕໍ່ເພີ່ມທະວີການສົນທະນາແລະການແລກປ່ຽນກັນ,ຊຳລະແກ້ໄຂບັນຫາທີ່ກ່ຽວຂ້ອງຢ່າງເໝາະສົມຕາມຫຼັກການຂອງປະກາດແຈ້ງການຮ່ວມລະຫວ່າງຈີນກັບອາເມລິກາສາມສະບັບ.
|
|
|