ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-24 18:16:58    
ທ່ານ​ເວິ່ນ​ເຈ່ຍ​ປາວ​ຫວັງ​ໃຫ້​ຈີນ​ກັບ​ອາ​ລາ​ບີ​ຊາ​ອູ​ດິດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ພະລັງງານ​ແລະ​ຂົງ​ເຂດ​ອື່ນໆ

cri

ຕາມ​ຂ່າວ​cri:ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ຫວັງ​ໃຫ້​ຈີນ​ກັບ​ອາ​ລາ​ບີ​ຊາ​ອູ​ດິດສືບ​ຕໍ່​ເປີດ​ກວ້າງການລົງທຶນຢູ່​ຝ່າຍ​ກົງກັນຂ້າມ​,ຈຸດ​ໜັກ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​,ການ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ແລະ​ໂທລະ​ຄົມມະນາຄົມ​ຂໍ້​ມູນ​ຂ່າວ​ສານເປັນ​ຕົ້ນ.

ວັນ​ທີ24 ມັງກອນ,​ຢູ່​ປັກ​ກິ່ງ,ໃນ​ເວລາ​ພົບ​ປະສົມ​ເດັດ​ອາບ​ດູລາ ບິນ ອາບ​ດູລາ​ຊິສ ​ເຈົ້າ​ຊີວິດ​ອາ​ລາ​ບີ​ຊາ​ອູ​ດິດທີ່​ມາ​ຢ້ຽມຢາມ,ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ຊຸກຍູ້​ການ​ພົວພັນ​ໄມຕີ​ຈິດ​ຮ່ວມ​ມື​​ລະຫວ່ງສອງ​ປະ​ເທດ​ຢ່າງຮອບດ້ານ.ທ່ານ​ກ່າວ​ວ່າ,ອາ​ລາ​ບີ​ຊາ​ອູ​ດິດ​ແມ່ນຄູ່​ການ​ຄ້າ​ໃຫຍ່​ທີ່​ໜຶ່ງຂອງ​ຈີນ​ຢູ່​ອາຊີ​ຕາ​ເວັນ​ຕົກ​ແລະ​ອາ​ຟຼິກາ​ເໜືອ,​ໃນສະ​ເພາະ​ໜ້າ​ນີ້,ຈີນ​ແລະ​ອາລາ​ບີ​ຊາ​ອູ​ດິດລ້ວນ​ແຕ່ຢູ່​ໃນ​ໄລຍະ​​ເສດຖະກິດພັດທະນາຢ່າງ​ໄວວາ,ສອງ​ປະ​ເທດ​ຄວນ​ເສີມ​ຂະ​ຫຍາ​ຍທ່າ​ແຮງ​ຂອງ​​ໃຜ​ຂອງ​ລາວ,ບັນລຸ​ການ​ພັດທະນາ​ພ້ອມ​ກັນ.

ທ່ານ​ເວິ່ນ​ເຈ່ຍ​ປາວ​ຍັງ​ກ່າວ​ວ່າ,ຈີນ​ຍິນ​ດີ​ພະຍາຍາມ​ພ້ອມກັນ​ກັບປະ​ເທດ​ຄະນະກຳມະການ​ຮ່ວມ​ມື​ອ່າຍ​ເປີ​ເຊຍ​ເຊິ່ງ​ລວມທັງ​ອາລາ​ບີ​ຊາ​ອູ​ດິດ,ຊຸກຍູ້​ສອງ​ຝ່າຍ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ໂດຍ​ໄວ.