ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-24 18:51:14    
ໂຄສົກ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​​​ລັດຖະບານ​ຈີນ​ກ່າວ​ວ່າ ຖ້າ​ຫາກ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ກຳຈັດ​ອຸປະສັກ​ຂອງ​ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ຝັ່ງ"ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເດີນ​ເຮືອ ​ເດີນ​ອາ​ກາດ ໄປ​ສະ​ນີ​ແລະ​ການ​ຄ້າ"​ໂດຍ​ກົງ​ລະຫວ່າງ​ສອງ​ຝັ່ງ​ແມ່ນ​ບັນ​ລຸ​ໄດ້

cri

ຕາມ​ຂ່າວCRI: ທ່ານ​ຫຼີ້​ເວ​ຢີ ​ໂຄສົກ​ຫ້ອງການ​ວຽກງານ​ໄຕ້​ຫວັນ​ລັດຖະບານ​ຈີນ​ກ່າວ​ວ່າ, ຖ້າຫາກ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ສາມາດ​ຖື​ເອົາຜົນ​ປະ​ໂຫຍ​ດຕົວ​ຈິງ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ແລະ​ການ​ພັດທະນາ​ເສດຖະກິດ​ໄຕ້​ຫວັນ​ເປັນ​ເດີນ​ພັນ​ຢ່າງ​ແທ້​ຈີ​ງ, ​ໃຊ້​ມາດ​ຕະການ​ອັນ​ບັງ​​ເກີດ​ຜົນ, ກຳຈັດອຸປະສັກທີ່​ຢູ່​ໃນ​ການ​​ແລກປ່ຽນ​ລະຫວ່າງ​ສອງ​ຝັ່ງ​ແລ້ວ, "ການ​ໄປມາຫາ​ສູ່​ກັນ​ດ້ານ​ເດີນ​ເຮືອ ​ເດີນ​ອາກາດ ໄປສະນີ​ແລະການ​ຄ້າ"​ໂດຍກົງ​ລະຫວ່າງ​ສອງ​ຝັ່ງ​ແມ່ນ​ບັນລຸ​ຜົນ​ເປັນ​ຈິງ​ໄດ້.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຫ້ອງການ​ວຽກ​ງານ​ໄຕ້​ຫວັນລັດຖະບານ​ຈນ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 24 ມັງກອນ, ທ່ານ​ຫຼີ້​ເວ​ຢີ ກ່າວ​ວ່າ, ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ປະຕິ​ເສດບໍ່​ຮັບຮອງ"ຄວາມ​ຮັບ​ຮູ້​ຄື​ກັນ​ປີ1992" ​ເຮັດ​ໃຫ້​ການ​ປກສາ​ຫາລືການ​ຄ້າ​​ພື້ນ​ເມືອງ​ລະຫວ່າງ​ສອງ​ຝັ່ງບໍ່​ໄດ້​ຈັດ​ຂຶ້ນຈົນ​ເທົ່າ​ປັດຈຸບັນ. ​ເພື່ອ​​ເຮັດ​ໃຫ້"ການ​ໄປມາຫາ​ສູ່​ກັນ​ດ້ານ​ເດີນ​ເຮືອ ​ເດີນ​ອາກາດ ໄປສະນີ​ແລະການ​ຄ້າ"​ໂດຍ​ກົງ​ລະຫວ່າງ​ສອງ​ຝັ່ງ​ບັນລຸຜນ​ເປັນ​ຈີ​ງ​ໂດຍ​ໄວ, ຝ່າຍ​ແຜ່ນດິນ​ໃຫຍ່ມີ​ເຈດ​ຈຳນົງ​​ໃຫ້ຂະ​ແໜງ​ການ​ເອກ​ກະ​ຊົນລະຫວ່າງ​ສອງ​ຝ່າຍປຶກສາ​ຫາລືກັນ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ, ພະຍາຍາມ​ເຮັດ​ໃຫ້​ດບັນຫາ​ເຕັກ​ນິກ​ກະ​ທັດ​ຮັດ, ​ວິທີ​ແກ້​ໄຂ​ມີ​ຄວາມ​ສະ​ດວກ​.