ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-24 20:46:39    
ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຝ່າຍ​ຍີ່ປຸ່ນ​ຄວນ​ປົວ​ແປງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ດ້ວຍ​ການ​ກະ​ທຳ​ອັນ​ແທດ​ເໝາະ

cri Author: da
ຕາມ​ຂ່າວCRI: ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 24 ມັງກອນ, ທ່ານ​ຂົງຊວນ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວວ່າ,ຝ່າຍ​ຈີນ​ເຫັນ​ວ່າ,ຝ່າຍ​ຍີ່ປຸ່ນ​ຄວນ​ປົວ​ແປງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ດ້ວຍ​ການກະທຳ​ອັນ​ແທດ​ເໝາະ.

ຫວ່າງ​ມໍ່ໆ​ນີ້ ທ່ານ​ໂຄ​ອີ​ຈູ​ມີ ຈູ​ນີຊີ​ໂລ ນາຍົກລັດຖະມົນຕີຍີ່ປຸ່ນ​ແລະ​ທ່ານ​ທາ​ໂຣ ອາ​ໂຊ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນຕ່າງ​ໄດ້​ກ່າວສະ​ແດງ​ວ່າ​ເອົາ​ໃຈ​ໃສ່​ນຳ​ການ​ພົວພັນ​ຈີນ​ຍີ່ປຸ່ນ.ທ່ານ​ຂົງຊວນ​ເວົ້າວ່າ,ຝ່າຍ​ຈີນ​ໄດ້​​ໃຫ້​ຄວາ​ມສົນ​ໃຈນຳ​ຄຳ​ເວົ້າຂອງ​ພວກທ່ານທີ່​​ເອົາ​ໃຈ​ໃສ່ນຳ​ການ​ພົວພັນ​ກັບ​ຈີນ.ລັດຖະບານ​ຈີນຈະ​ສືບ​ຕໍ່ອອກ​ແຮງ​ຂະຫຍາຍ​ການ​ພົວພັນ​ໄມຕີ​ຈິດຮ່ວມ​ມືລະຫວ່າງຈີນ​ຍີ່ປຸ່ນ​ບົນ​ພື້ນຖານ​ຖື​ປະຫວັດ​ເປັນ​ແວ່ນ​ແຍງ​ແລະ​ອວ່າຍໜ້າ​ໄປ​ສູ່​ອະນາຄົດ.

ທ່ານ​ຂົງຊວນ​ຍັງ​ຕອບ​ຄຳ​ຖາມຂອງ​ນັກ​ຂ່າວ​ກ່ຽວ​ກັບທ່ານ​ຫຼີ​ເຕິ​ງຫຸ່ຍ ອະດີດ​ຜູ້ນຳ​​ເຂດໄຕ້ຫວັນຈະ​ໄປ​ເຄື່ອນ​ໄຫວ​ຢູ່​ຍີ່​ປຸ່ນ​ໃນ​ເດືອນ​ພຶດສະພາ​,ທ່ານ​ກ່າວວ່າ,ບັນຫາ​ໄຕ້​ຫວັນ​​ໄດ້ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດ​ແກນ​ກາງຂອງ​ຈີນ,​ແລະກ່ຽວ​ພັນ​ເຖິງ​ພື້ນຖານ​ການ​ເມືອງ​ຂອງ​ການ​ພົວພັນ​ຈີນ​ຍີ່ປຸ່ນ.ຝ່າຍ​ຈີນ​ໄດ້​ທວງ​ໃຫ້​ຝ່າຍ​ຍີ່ປຸ່ນ​ຈົ່ງໂຄລົບ​ຫຼັກການ​ໃນເອກະສານ​ການ​ເມືອງ 3 ສະບັບ​ເຊັ່ນ"ຖະ​ແຫຼ​ງການ​ຮ່ວມ​ຈີ​ນຍີ່ປຸ່ນ",​ໃຊ້​ການ​ກະທຳ​ຕົວ​ຈິງ ມາສະ​ແດງ​ຄຳ​ໝັ້ນສັນຍາ​ໃນ​ບັນຫາ​ໄຕ້​ຫວັນຈົນ​ເທົ້າທຸກ​ວັນ​ນີ້,ຊຳລະ​ແກ້​ໄຂ​ບັນຫາທີ່​ກ່ຽວ​ຂ້ອງກັບ​ໄຕ້​ຫວັນ.