ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-24 20:58:03    
ຈີນ​ມີ​ເຈດ​ຈຳ​ນົງ​ໃຫ້​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ​ຮ່ວມ​ມື​ກັນ​ຕື່ມ​ອີກ​​ພ້ອມ​ກັນ​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ອາ​ຊີ​ຕາ​ເວັນ​ອອກ

cri Author: da
ຕາມ​ຂ່າວCRI: ຈີນ​ມີ​ເຈດ​ຈຳນົງ​ໃຫ້​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ຮ່ວມ​ມື​ກັນ​ຕື່ມ​ອີກ​​ພ້ອມ​ກັນ​ເຂົ້າຮ່ວມ​ການຄົ້ນຄວ້າ​ປະຫວັດສາດອາຊີ​ຕາ​ເວັນ​ອອກ.

​ທ່າ​ນຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃຫ້​ທັດສະນະ​ດັ່ງກ່າວໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນວັນ​ທີ 24 ມັງກອນ.ທ່ານ​ເວົ້າວ່າ,ປະຫວັດສາດອາຊີ​ຕາ​ເວັນ​ອອກ ​ໂດຍ​ສະ​ເພາະ​ແມ່ນ​ປະຫວັດສາດ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອມີ​ຈຸດ​ພິ​ເສດຂອງ​ຕົນ,​ເຊິ່ງກ່ຽວ​ພັນ​​ກັບ​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ໂດຍ​ກົງ,ສະນັ້ນ ຝ່າຍຈີນ​ມີ​ເຈດ​ຈຳນົງ​ໃຫ້​ສາມ​ປະ​ເທດ​ພ້ອມ​ກັນ​ເຂົ້າຮ່ວມ​.ທ່ານ​ເຫັນ​ວ່າ,ນັກ​ປາດ​ຂອງ​ສາມ​ປະ​ເທດ​ນີ້​ໄດ້​ທຳ​ການ​ທົດ​ລອງ​ຢ່າງ​ມີ​ຜົນ​ດີ​ໃນ​ດ້ານ​ນີ້​ແລ້ວ.ຝ່າຍ​ຈີນ​ຫວັງ​ໃຫ້​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ຕັ້ງໜ້າ​ພິຈາລະນາ,ດຳ​ເນີນ​ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ນີ້​ຕື່ມ​ອີກ​ດ້ວຍ​ຮູບ​ການ​ໃດໜຶ່ງ.

ປີ​ກາຍ​ນີ້ ນັກປາດ 40 ກວ່າ​ທ່ານ​ຂອງ​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ໄດ້​ຮ່ວມກັນ​ຮຽບຮຽງ"ປະຫວັດ​ຍຸກ​ສະ​ໄໝ​ມໍ່​ແລະປະຈຸ​ບັນ​ຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ"​.