ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-24 21:12:24    
ຜູ່​ນຳ​ຈີນ​ກ່າວ​ວ່າ ຕັ້ງໜ້າ​ສະ​ໜັບ​ສະ​
ໜູນ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ທາງ​
ເສດ​ຖະ​ກິດການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​
ຜົນ​ປະ​ໂຫຍດ​ລະຫວ່າງ​ຈີນ​ກັບ​ອາ​
ລາ​ບີຊາ​ອູ​ດິດ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 24 ມັງກອນ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະ​ພາ​ປະ​ຊາຊົນ​ແຫ່ງ​ຊາດ ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ຕ່າງ​ໄດ້​ພົບ​ປະສົມ​ເດັດ​ອັບ​ດູ​ນລາ ​ເຈົ້າ​ຊີວິດ​ອາ​ລາ​ບີຊາ​ອູ​ດິດທີ່​ມາ​ຢ້ຽມຢາມ. ຜູ່​ນຳ​ຈີນ​ກ່າວ​ວ່າ ຈະ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະນາ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ​ກັບ​ອາ​ລາ​ບີຊາ​ອູ​ດິດ.


ທ່ານອູປາງໂກພົບປະສົມເດັດອັບດູນລາ

​ໃນ​ການ​ພົບ​ປະ ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຫວັງ​ໃຫ້​ຈີນອາ​ລາ​ບີ​ຊາ​ອູ​ດິດສືບ​ຕໍ່​​ເພີ່ມ​ທະວີ​ການ​ລົງທຶນຢູ່​ຝ່າຍ​ກົງກັນຂ້າມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ໂທລະ​ຄົມມະນາຄົມຂໍ້​ມູນ​ຂ່າວສານ​ເປັນ​ຈຸດ​ໜັກ. ທ່ານ​ຍັງ​ກ່າວ​ວ່າ, ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຄະນະ​ກຳມະການ​ຮ່ວມ​ມື​ອ່າວ​ເປີ​ເຊຍ​ເຊິ່ງລວມທັງ​ອາ​ລາ​ບີ​ຊາ​ອູ​ດິດທຳ​ຄວາມ​ພະຍາຍາມ, ຊຸກ​ຍູ້​ໃຫ້​ສອງ​ຝ່າຍ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ໂດຍ​ໄວ.

ສົມ​ເດັດ​ອັບ​ດູ​ນລາ​ຊົງກ່າວ​ວ່າ, ຝ່າຍ​ອາ​ລາ​ບີຊາ​ອູ​ດິດຍິນ​ດີ​ພ້ອມ​ກັນກັບ​ຝ່າຍ​ຈີນ​ທຳ​ຄວາມ​ພະຍາຍາມ, ປັບປຸງ​ແລະ​ພັດທະນາ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດໃນ​ຂົງ​ເຂດ​ອັນ​ກວ້າງຂວາງ ​ເຊັ່ນການ​ເມືອງ​ແລະ​ເສ​ດຖະກິດ​ການ​ຄ້າ​ເປັນຕົ້ນ.


ທ່ານເວີນເຈຍປາວພົບປະສົມເດັດອັບດູນລາ

ຕອນ​ບ່າຍ​ມື້​ດຽວ​ກັນ ສົມ​ເດັດ​ອັບ​ອູ​ນລາ​ໄດ້ສຳ​ເລັດ​ການ​ຢ້ຽມຢາມ​ຈີນທາງລັດຖະ​ກິດ​ເປັນ​ເວ​ລາ 3 ມື້ ແລະເດີນທາງ​ອອກ​ຈາກ​ປັກ​ກິ່ງ.