ທ່ານໂອເມິດເວົ້າວ່າອິສຣາແອນອາດຈະດຳເນີນການເຄື່ອນໄຫວຖອນອອກແຕ່ຝ່າຍດຽວອີກ
cri
ຕາມຂ່າວCRI: ວັນທີ 24 ມັງກອນ, ໃນກອງປະຊຸມຫາລືການເມືອງຂອງອິສຣາແອນເທື່ອໜຶ່ງ, ທ່ານໂອເມິດ ຜູ້ວ່າການແທນນາຍົກລັດຖະມົນຕີອິສຣາແອນເວົ້າວ່າ, ຖ້າຝ່າຍປາເລັສຕີນບໍ່ສາມາດປະຕິບັດພັນທະທີ່ແຜນການແຜນທີ່ເສັ້ນທາງສັນຕິພາບຕາເວັນອອກກາງກຳນົດໄວ້, ອິສຣາແອນອາດຈະດຳເນີນການເຄື່ອນໄຫວຖອນອອກແຕ່ຝ່າຍດຽວຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນອີກ.
ທ່ານໂອເມິດເວົ້າວ່າ, ການເຄື່ອນໄຫວຖອນອອກຈາກແຖບກາຊາແລະຝັ່ງຕາເວັນຕົກແມ່ນ້ຳຈໍແດນຂອງອິສຣາແອນໃນປີກາຍນີ້ແມ່ນບາດລ້ຽວເທື່ອໜຶ່ງ. ຖ້າຝ່າຍປາເລັສຕີນບໍ່ສາມາດປະຕິບັດພັນທະ, ອິສຣາແອນຈະຍະຍາມສຸດຂີດເພື່ອປ້ອງກັນຄວາມປອດໄພແລະຜົນປະໂຫຍດຂອງປະຊາຊົນ, ໃນນັ້ນ, ລວມທັງການເຄື່ອນໄຫວຖອນອອກແຕ່ຝ່າຍດຽວ. ທ່ານຍັງເວົ້າວ່າ, ເມື່ອທຽບກັບການເຄື່ອນໄຫວຖອນອອກແຕ່ຝ່າຍດຽວແລ້ວ, ອິສຣາແອນຍິ່ງຫວັງຢາກສາມາດກັບເຖິງຂັ້ນຕົກລົງກັນກັບຝ່າຍປາເລັສຕີນ.
|
|