ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-25 17:26:10    
ນັກ​ກິລາ​ຈີນ​ຈະ​ສຸມ​ກຳລັງບຸກບືນ​ສູ້​ຊົນ​ໃນ​ປີ 2006(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ເວົ້າສຳລັບ​ນັກ​ກິລາ​ຈີນ​ແລ້ວ, ປີ 2006 ຈະ​ແມ່ນ​ປີ​ໜຶ່ງ​ທີ່​ມີ​ງານຫຼາຍທີ່​ສຸດ. ຕົ້ນປີ​ນີ້ແລະ​ທ້າຍ​ປີນີ້, ມີສອງໜ້າ​ທີ່​ສຳຄັນ ຄື ພະຍາຍາມ​ຊິງ​ໄດ້ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ຕູຣິງ​ແລະ​ງານ​​ເອຊຽນ​ເກ​ມທີ່​ໂດ​ຮາ, ສ່ວນ​ໃນ​ງານ​ແຂ່ງຂັນ​ປະ​ເພດ​ດ່ຽວຂະ​ໜາດ​ໃຫຍ່ຕ່າງໆ ທີ່​ຈະ​ຈັດ​ຂຶ້ນຕາມໆ​ກັນ​ພາຍ​ໃນ​ປີ​ນີ້, ນັກ​ກິລາ​ຈີນ​ກໍ່​ຈະ​ພະຍາຍາມ​ຈົນ​ສຸດ​ຂີດ, ຍາດ​ແຍ່ງ​ຊິງ​ໄດ້ຜົນ​ງານ​ດີ. ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສຽງທີ່​ພາດ​ຫົວ​ເລື່ອງ​ວ່າ: "ນັກ​ກິລາ​ຈີນ​ຈະ​ສຸມ​ກຳລັງບຸກບືນ​ສູ້​ຊົນ​ໃນ​ປີ 2006".

ການ​ທົດ​ສອບ​ສຳຄັນ​ເທື່ອ​ທຳ​ອິດ​ຂອງ​ນັກ​ກິລາ​ຈີນ​ໃນ​ປີນີ້​ແມ່ນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາ​ວຄັ້ງທີ 20 ທີ່​ຈະ​ຈັດ​ຂຶ້ນຢູ່​ເມືອງ​ຕູຣິງ​ແຫ່ງ​ອີ​ຕາ​ລີ​​ແຕ່​ວັນ​ທີ 10 ຮອດ​ວັນ​ທີ 26 ​ເດືອນ​ກຸມພາ. ​ເຖິງ​ວ່າ ​ໃນ​ສະ​ເພາະ​ໜ້າ​ນີ້, ລະດັບ​​ກິລາ​​ເທິງຫິມະ​ແລະ​ນ້ຳ​ກ້າມ​ຂອງ​ຈີນ​ຍັງ​ມີ​ຄວາມໂຕນກັນ​ຫຼາຍ​ເມື່ອ​ທຽບກັບ​ປະ​ເທດ​ເຂັ້ມ​ແຂງດັ້ງ​ເດີມ​ດ້ານ​ກິລາຫິມະ​ແລະ​ນ້ຳກ້າມ ​ຂອງ​ໂລກ ເຊັ່ນ ເຢຍລະ​ມັນ ຣັດ​ເຊຍ​ແລະ​ນອກ​ແວ​ເປັນຕົ້ນກໍ່ຕາມ, ​ແຕ່​ໃນຫຼາຍປີ​ມາ​ນີ້, ຈີນ​ກໍ່​ມີ​ຄວາມ​ກ້າວໜ້າ​ຢ່າງ​ເດັ່ນ​ຊັດ. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ຈັດ​ຂຶ້ນຢູ່​ເມືອງ​ຊອນ​​ເລກ​ແຫ່ງອາ​ເມ​ລິ​ກາປີ 2002, ຄະນະ​ນັກ​ກິລາ​ຈີນ​ຊິງ​ໄດ້ຫຼຽນຄຳ​ສອງຫຼຽນ​ໃນ​ລາຍການ​ແຂ່ງຂັນ​ແລ່ນ​ໄວ​ໄລຍະ​ສັ້ນ, ​ເປັນ​ເທື່ອ​ທຳ​ອິດ​ທີ່​ຈີນ​ຊິງ​ໄດ້ຫຼຽນຄຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ. ​ເທື່ອ​ນີ້​ຢູ່​ຕູຣິງ, ຄົນ​ຈີນ​ຫວັງ​ສາມາດ​ລື່ນ​ກາຍ​ລະດັບ​ຢູ່​ເມືອງ​ຊອນ​​ເລກ.

​ເມື່ອ​ທຽບ​ກັບ 4 ປີ​ກ່ອນ​ທີ່​ອາ​ໄສ​ແຕ່​ລາຍການ​ແລ່ນ​ໄວ​ໄລຍະ​ສັ້ນ, ​ໃນຊູ່​ມື້​ນີ້ ນັກ​ກິລາ​ຈີນ​ມີ​ກຳລັງ​ຊິງ​ໄດ້ຫຼຽນຄຳ​​ໃນ​ລາຍການ​ແຂ່ງຂັນຫິມະ​ແລະ​ນ້ຳ​ກ້າມຫຼາຍກວ່າ​ເກົ່າ​ແລ້ວ, ນີ້​ແມ່ນ​ມູນ​ເຫດ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າຍິ່ງ​ມີ​ຄວາມ​ໝັ້ນ​ໃຈ. ຢູ່​ຕູຣິງ, ນອກຈາກ 3 ​ລາຍ​ການ​ແລ່ນ​ໄວ​ໄລຍະ​ສັ້ນ​ເພດ​ຍິງ​ແລ້ວ, ​ໃນ​ລາຍການ​ແລ່ນ​ສະ​ເກັດ​ໄວ ​ແລ່ນ​ສະ​ກີ​ແບບ​ເສ​ລີ​ເພດ​ຍິງ​ແລະ​ລາຍການ​ແລ່ນ​ສະ​ເກັດ​ແບບ​ລວດລາຍ​ເປັນຕົ້ນ, ນັກ​ກິ​ລາ​ຈີນ​ກໍ່​ມີ​ກຳ​ລັງ​ຊິງ​ໄດ້​ຫຼຽນ​ຄຳ 4 ​ເຖິງ 5 ຫຼຽນ.

​ແຕ່​ວັນ​ທີ 24 ​ເມສາຮອດ​ວັນ​ທີ 1 ພຶດສະພາ, ງານ​ແຂ່ງຂັນ​ປິ່ງ​ປ່ອງ​ໝູ່​ຄະນະ​ຊິງ​ຊະນະ​ເລີດ​ລະດັບ​ໂລກ​ຄັ້ງທີ 49 ຈະ​ຈັດ​ຂຶ້ນຢູ່​​ແບຼ​ແມນ​ແຫ່ງ​ເຢຍລະ​ມັນ, ​ໃນ​ງານ​ແຂ່ງຂັນ​ສະ​ໄໝ​ກ່ອນ​ທີ່​ຈັດ​ຂຶ້ນຢູ່​ໂດ​ຮາ​ໃນ​ປີ 2003, ທີ​ມຍິງ​ຊາຍຈີນ​ລ້ວນ​ແຕ່ຊິງໄດ້​ແຊມປຽນ. ການ​ຊິງ​ເອົາ​ແຊມ​ປຽນ​ອີກ​ໃນ​ຄັ້ງນີ້​ກໍ່​ຈະ​ແມ່ນ​ເປົ້າໝາຍ​ອັນ​ໜຶ່ງ​ອັນດຽວ​ຂອງ​ຄະນະ​ນັກ​ກິລາ​ປິ່ງ​ປ່ອງ​ຈີນ.

​ແຕ່​ວັນ​ທີ 28 ​ເມສາ​ຮອດ​ວັນ​ທີ 7 ພຶດສະພາ, ງານ​ແຂ່ງ​ຂັນ​ດອກ​ປີກ​ໄກ່​ໂທ​ມາສຂັບ​ແລະ​ຢູ​ເບີ​ຂັບ ​ເ​ຊິ່ງ​ແມ່ນ​ງານ​ແຂ່ງຂັນ​ດອກ​ປີກ​ໄກ່​​ເພດຊາຍ​ແລະ​ເພດຍິງ​ລະດັບ​ສູງ​ສຸດຂອງ​ໂລກ​ຈະ​ຈັດ​ຂຶ້ນຢູ່​ຍີ່ປຸ່ນ. ຮອດ​ເວລາ​ນັ້ນ ທີ​ມດອກ​ປີກ​ໄກ່​ຍິງ​ຊາຍຈີນກໍ່​ຈະ​ສຸມ​ກຳລັງ​ສຸດ​ຂີດ​ເພື່ອ​ຮັກສາ​​ແຊມ​ປຽນ​ອີກ​.

ບານ​ປິ່ງ​ປ່ອງ​ແລະ​ດອກ​ປີກ​ໄກ່​ລ້ວນ​ແຕ່​ແມ່ນ​ລາຍການ​ທ່າ​ແຮງ​ດັ້ງ​ເດີມ​ຂອງທີ​ມ​ຈີນ, ​ແຕ່​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ນັກ​ກິລາ​ຈີນ​ຢາກ​ບັນລຸ​ຈຸດໝາຍທີ່​ຊິງ​​ໄດ້ຫຼຽນຄຳ​ຫຼາຍ​ກວ່າ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ທີ່​ຊິງ​ໄດ້ 32 ຫຼຽນ​, ກໍ່​ຕ້ອງອາ​ໄສປະ​ເພດ​ການ​ແຂ່ງ​ຂັນ​ທີ່​ບໍ່​ມີ​ທ່າ​ແຮງ​ບາງ​ປະ​ເພດ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເພດ​ກິລາແລ່ນ​ແລະ​ລານ​ແລະ​ລອຍ​ນ້ຳ​ເປັນ​ຕົ້ນມີ​ການ​ບຸກທະລຸ.

ງານ​ແຂ່ງຂັນກິລາ​ແລ່ນ​ແລະ​ລານ​ຊິງ​ຂັນ​ໂລກ​ທີ່​ຈັດ​ຂຶ້ນຢູ່​ອາ​ແຕນ​​​ແຫ່ງເກຼັກແຕ່​ວັນ​ທີ 16 ຮອດ​ວັນ​ທີ 17 ກັນຍາ ຈະ​ສ້າງ​ເວທີ​ໃຫ້​ແກ່ນັກ​ກິລາ​ແລ່ນ​ແລະ​ລານ​ຂອງ​ຈີນ​ສະ​ແດງ​ກຳລັງ​ຂອງຕົນ​ເອງ. ຮອດ​ເວລາ​ນັ້ນ ທ້າວ​ລິວ​ສຽງ ນັກ​ກິລາ​ລັກສະນະ​ທຸງ​ກິລາ​ແລ່ນ​ແລະ​ລານ​ຂອງ​ຈີນ ຜູ່​ຊິງ​ໄດ້​ແຊມ​ປຽນ​ລາຍການ​ແລ່ນ​ຂ້າມ​ຮົ້ວ 110 ​​ແມັດໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ ນາງ​ສິງ​ຮຸ້ຍນ້າ ​ແຊມ​ປຽນລາຍການ​ແລ່ນ​ທົນ 1 ໝື່ນ​ແມັດ​ເພດ​ຍິງຂອງ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ ​ແລະ​ນັກ​ກິລາ​ຜູ່​ດີ​ເດັ່ນ​ຮຸ້ນ​ໃໝ່​ຂອງ​ຈີນ​ງວດ​ໜຶ່ງ​ຈະ​ຕາງໜ້າ​ທີ​ມອາຊີ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ເທື່ອ​ນີ້. ທ່ານ​ເຝິງຊູ້​ຢົງ ຄູ​ຝຶກ​ໃຫຍ່​ທີ​ມກິລາ​ແລ່ນ​ແລະ​ລານ​ຂອງຈີນ​ໄດ້​ແນະນຳ​ສະພາບ​ດ້ານ​ນີ້​ຕໍ່​ນັກ​ຂ່າວ​ວ່າ:

ງານ​ແຂ່ງຂັນ​ຊິງ​ຂັນ​ໂລກ​ແມ່ນ​ຖື​ມະຫາ​ທະວີບ​ເປັນ​ຫົວໜ່ວຍ, ​ສຳຄັນຫຼາຍ. ​ໃນ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ອາຊີ​ປີ 2005, ຈີນ​ມີ​ນັກ​ກິລາ 20 ກວ່າ​ຄົນ​ຊິງ​ໄດ້​ຄຸນ​ວຸດ​ທິ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ຊິງ​ຂັນ​ໂລກ, ​ໃນ​ປີ 2006, ​ເວົ້າສຳລັບ​ກິລາ​ແລ່ນ​ແລະ​ລານ​ຂອງ​ຈີນ​ແລ້ວ ງານ​ແຂ່ງຂັນ​ຊິງ​ຂັນ​ໂລກ​ຄັ້ງນີ້​ແມ່ນ​ງານ​ແຂ່ງຂັນ​ຂະໜາດ​ໃຫຍ່​ກວ່າ​ໝູ່, ຂ້າພະ​ເຈົ້າຄຶດ​ວ່າ ງານ​ແຂ່ງຂັນ​ເທື່ອ​ນີ້​ຈະ​ແມ່ນ​ປະສົບ​ການ​ເທື່ອ​ໜຶ່ງ​ທີ່​ດີຫຼາຍຕໍ່​ນັກ​ກິລາ​ຈີນ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008.

​ແຕ່​ວັນ​ທີ 31 ຮອດ​ວັນ​ທີ 16 ຕຸລາ, ງານ​ແຂ່ງຂັນ​ບານ​ສົ່ງ​ເພດ​ຍິງ​ຊິງ​ຊະນະ​ເລີດ​ລະດັບ​ໂລກ​ປີ 2006 ຈະ​ຈັດ​ຂຶ້ນຢູ່​ຍີ່ປຸ່ນ. ທີ​ມຈີນ​ຊິງ​ໄດ້​ແຊມ​ປຽນ​ງານ​ແຂ່ງຂັນ​ບານ​ສົ່ງ​ເພດ​ຍິງ​ຊິງ​ຊະນະ​ເລີດ​ລະດັບ​ໂລກ​ຄັ້ງກ່ອນຫ່າງ​ຈາກ​ປັດຈຸບັນ 20 ປີ​ເຕັມໆ​​ແລ້ວ. ຮອດ​ເວລາ​ນັ້ນ ທີ​ມບານ​ສົ່ງ​ເພດ​ຍິງ​ຈີນ​ທີ່​ຊິງ​ໄດ້​ແຊມ​ປຽນ​ງານ​ແຂ່ງຂັນ​ຊິງ​ຂັນ​ໂລກ​ປີ 2003​ ແລະ​ຊິງ​ໄດ້​ແຊມ​ປຽນ​ໃນ​ການ​ແຂ່ງຂັນ​ບານ​ສົ່ງ​ເພດ​ຍິງ​ຂອງ​ງານ​ກິລາ​​ໂອ​ລິມ​ປິກ​ອາ​ແຕນ​ປີ 2004 ຈະ​ບັນ​ລຸ​ການ​ຄອງແຊມ​ປຽນ​ສາມ​ຄັ້ງຕາມໆ​ກັນ​ໃນງານ​ແຂ່ງຂັນ​ຂະ​ໜາດ​ໃຫຍ່​ສາ​ກົນ​ຫຼືບໍ່, ພວກ​ເຮົາ​ຈະ​​ຄອຍຖ້າ​ເບິ່ງ​ຢູ່.

​ແຕ່​ວັນ​ທີ 1 ຮອດ​ວັນ​ທີ 15 ທັນວາ, ງານ​ເອຊຽນ​ເກ​ມຄັ້ງທີ 15 ຈະ​ຈັດ​ຂຶ້ນຢູ່​ໂດ​ຮາ ນະ​ຄອນ​ຫຼວງ​ກາ​ຕາ. ​ເລີ່​ມ​ແຕ່​ງານ​ເອຊຽນ​ເກ​ມຄັ້ງທີ 9 ທີ່​ຈັດ​ຂຶ້ນຢູ່​ນິວ​ແດນ​ລີ​​ແຫ່ງ​ອິນ​ເດຍ​ເມື່ອ​ປີ 1982 ​ເປັນຕົ້ນມາ, ຄະນະ​ນັກ​ກິລາ​ຈີນ​ໄດ້​ຄອງ​ອັນ​ດັບ​ໜຶ່ງ​ໃນ​ຕາ​ລາງ​ຫຼຽນ​ຄຳ​ງານ​ເອ​ຊຽນ​ເກ​ມ 6 ຄັ້ງລຽນຕິດ​ແລ້ວ​. ຢູ່​ໂດຣາ ຄະນະ​ນັກ​ກິລາ​ຈີນ​ຈະ​ຄອງ​ອັນ​ດັບ​ໜຶ່ງ​ອີກ​ເທື່ອ​ໜຶ່ງ​ໄດ້ຫຼືບໍ່​ໃນ​ຕາລາງຫຼຽນຄຳ​ເພື່ອຮັກສາ​ນາມມະຍົດເປັນປະ​ເທດ​ເຂັ້ມ​ແຂງ​ດ້ານ​ກິ​ລາ​ຢູ່​ອາ​ຊີ? ​ນີ້ແມ່ນ​ໜ້າ​ສົນ​ໃຈ​ນຳທີ່​ສຸດ. ຍິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ ຄະນະ​ກຳມະການ​ຈັດ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຖື​ງານ​ເອຊຽນ​ເກ​ມ​ໂດ​ຮາ​ເປັນ​ໂອກາດ​ອຸ່ນ​ຄິງສຳຄັນ​ທີ່​ສຸດ​ເທື່ອ​ໜຶ່ງ​ກ່ອນ​ຈະ​ເຖິງ​ມື້​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008, ສະນັ້ນ ຄະນະ​ນັກ​ກິລາ​ຈີນ​ທີ່​ເຂົ້າຮ່ວມ​ງານ​ເອຊຽນ​ເກ​ມ ທີ່​ໂດ​ຮາ​ຕົ້ນຕໍ​ຈະ​​ປະກອບດ້ວຍ​ນັກ​ກິລາ​ທີ່​ຈະ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008. ຫວ່າງ​ມໍ່ໆ​ນີ້ ທ່ານຊຸຍ​ຕ້າ​ລິນ ຮອງ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຈີນ​ແນະນຳ​ວ່າ:

ນີ້​ແມ່ນ​ງານ​ກິລາ​ສັງ​ລວມ​ລະຫວ່າງມະຫາ​ທະວີບ, ​ແລະກໍ່​ແມ່ນ​ງານ​ກິລາ​ສັງ​ລວມທີ່​ເປັນ​ໂອ​ກາດ​ຝຶກ​ອົບຮົມ​ເທື່ອ​ສຸດ​ທ້າຍຂອງ​ພວກ​ເຮົາກ່ອນ​ຈະ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ຮອດ​ເວລາ​ນັ້ນ ພວກ​ຂ້າພະ​ເຈົ້າຈະ​ແຕ່ງ​ຄະນະ​ນັກ​ກິລາ​ຂະໜາດ​ໃຫຍ່​ ໄປ​ເຂົ້າຮ່ວມ​ງານ​​ເອ​ຊຽນ​ເກ​ມທີ່​ໂດ​ຮາ. ​ໃນ​ຂະນະ​ດຽວ​ກັນ ນັກ​ກິລາ​​ໃນ​ຄະນະ​ຜູ່​ແທນສ່ວນ​ໃຫຍ່​ຈະ​ແມ່ນ​ນັກ​ກິ​ລາທີ່​ຈະ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008.

​ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ, ນັກ​ກິລາ​ຈີນ​ຈະ​ມີ​ການ​ປະພຶດ​ແນວ​ໃດ​ໃນ​ງານ​ກິລາ​​ໂອ​ລິ​ມປິກ​ທີ່​ປັກ​ກິ່ງ, ບາງທີ​ຄົນ​ທັງຫຼາຍຈະ​ຄາດ​ຄະ​ເນ​ໄດ້​ບາງ​ຢ່າງ​ຈາກ​ງານ​ເອຊຽນ​ເກມ​ທີ່​ໂດ​ຮາ.
ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ງານ​ແຂ່ງຂັນ​ສາກົນ​ປີ 2006 ຈະ​ມີຫຼາຍສີຫຼາຍສັນ, ການ​ປະ​ພຶດ​ຂອງ​ນັກ​ກິລາ​ຈີນ​ໜ້າ​ຄອງ​ຄອຍ, ພວກ​ເຮົາ​ຈະ​ສືບ​ຕໍ່​ສົນ​ໃຈ​ນຳ​ການ​ປະພຶດ​ຂອງ​ນັກ​ກິລາ​ຈີນ​ບົນ​ເວ​ທີ​ກິລາ​ສາກົນ​ປີ 2006.