ຕາມຂ່າວCRI: ວັນທີ 25 ມັງກອນ ກະຊວງສາທາລະນະສຸກຈີນ ສຳນັກງານວາງແຜນໂຣກເອດສະຫະປະຊາຊາດແລະອົງການອະນາໄມໂລກໄດ້ປະກາດບົດລາຍງານຫຼ້າສຸດໂດຍກ່າວວ່າ, ປັດຈຸບັນ ຈີນມີຜູ່ຕິດເຊື້ອໂຣກເອດແລະຜູ່ເປັນໂຣກເອດປະມານ 6 ແສນ 5 ໝື່ນຄົນ, ໃນນັ້ນ ຜູ່ເປັນໂຣກເອດປະມານ 7 ໝື່ນ 5000 ຄົນ.
ຕາມແນະນຳວ່າ, ໃນການປະເມີນເທື່ອນີ້, ຜູ່ຕິດເຊື້ອໂຣກເອດຂອງຈີນໄດ້ໜ້ອຍກວ່າການຄາດຄະເນໃນປີ 2003 ໜຶ່ງແສນ 9 ໝື່ນຄົນ. ມູນເຫດຕົ້ນຕໍທີ່ພາໃຫ້ມີຄວາມຫຼຸດລື່ນກັນຄືດັ່ງກ່າງນີ້ແມ່ນ ໃນປີ 2003 ໄດ້ຄາດຄະເນຈຳນວນຜູ່ຕິດເຊື້ອໂຣກເອດທີ່ແຜ່ລະບາດທາງສະໜອງເລືອດແລະຮັບເອົາເລືອດ ແລະການແຜ່ລະລະບາດໃຫ້ເພດຊາຍໂດຍຜ່ານທາງເພດສຳພັນນັ້ນສູງເກີນໄປ, ແຕ່ຄຽງຄູ່ກັບຈີນໄດ້ເພີ່ມທະວີການຕິດຕາມໃນສອງປີມານີ້, ຕົວເລກຄາດຄະເນເທື່ອນີ້ຍິ່ງໃກ້ກັບສະພາບຕົວຈິງ. ຜູ່ແທນຂອງສຳນັກງານວາງແຜນໂຣກເອດສະຫະປະຊາຊາດແລະອົງການອະນາໄມໂລກທີ່ເຂົ້າຮ່ວມການປະເມີນເທື່ອນີ້ ລ້ວນແຕ່ໃຫ້ຄວາມຢືນຢັນຕໍ່ວິທີປະເມີນແລະຕົວເລກສະຖິຕິໃນການປະເມີນເທື່ອນີ້.
ທ່ານຫວັງລົງເຕີ ຮອງລັດຖະມົນຕີກະຊວງສາທາລະນະສຸກຈີນກ່າວວ່າ, ປີ 2005 ຜູ່ຕິດເຊື້ອໂຣກເອດຂອງຈີນເພີ່ມຂຶ້ນປະມານ 7 ໝື່ນຄົນ. ຈີນຈະບໍ່ລະເຫຼີງວຽກງານປິ່ນປົວແລະປ້ອງກັນໂຣກເອດ.
|