ຕາມຂ່າວCRI: ເມື່ອໄດ້ຄິດໄລ່ໃນເບື້ອງຕົ້ນ, GDP ຂອງຈີນໃນປີ 2005 ໄດ້ລື່ນກາຍ 1 ໝື່ນ 8000 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າປີ 2004 9,9%, ຕ່ຳກວ່າຈັງຫວະເຕີບໂຕຂອງປີ 2004 ໜ້ອຍໜຶ່ງ.
ນີ້ແມ່ນທ່ານລີເຕີສຸຍ ຫົວໜ້າກົມສະຖິຕິແຫ່ງຊາດຈີນປະກາດໃນງານຖະແຫຼງຂ່າວທີ່ຈັດໂດຍຫ້ອງການຖະແຫຼງຂ່າວລັດຖະບານຈີນ. ທ່ານແນະນຳວ່າ, ປີ 2005 ເສດຖະກິດແຫ່ງຊາດຈີນໄດ້ປະກົດມີທ່ວງທ່າພັດທະນາເປັນຢ່າງດີ ຄື ເຕີບໂຕອ່າວໄວ ປະສິດທິຜົນອ່າວດີ ລາຄາໝັ້ນທ່ຽງແລະມີຄວາມຊີວິດຊີວາຫຼາຍຍິ່ງຂຶ້ນ. ການຜະລິດຜົນດ້ານກະສິກຳສືບຕໍ່ພັດທະນາໄປສູ່ທ່າດີ, ການຜະລິດທັນຍາຫານໄດ້ຮັບຜົນອຸດົມສົມບູນອີກ; ການຜະລິດຜົນດ້ານອຸດສາຫະກຳໄດ້ພັດທະນາຢ່າງໜັກແໜ້ນແລະອ່າວໄວ; ຈັງຫວະເຕີບໂຕຂອງການລົງທຶນດ້ານຊັບສິນຄົງທີ່ສືບຕໍ່ຊ້າລົງ; ການຄ້າກັບຕ່າງປະເທດສືບຕໍ່ເພີ່ມຂຶ້ນຢ່າງວ່ອງໄວ, ການນຳໃຊ້ທຶນຕ່າງປະເທດໄດ້ຢູ່ໃນລະດັບສູງສົມຄວນ; ລາຍຮັບຂອງໄທບ້ານໄທເມືອງສືບຕໍ່ເພີ່ມຂຶ້ນອ່າວໄວ.
|