ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-25 18:02:06    
ຫ້ອງ​ໂຄຈອນ​ຂອງຍານອະ​ວະ​ກາດ​ເສິນ​ໂຈ່​ວ​ເລກ 6 ຂອງ​ຈີນ​ບິນ​ຢູ່​ອະ​ວະ​ກາດ​ຢ່າງ​ເປັນ​ປົກ​ກະ​ຕິ 100 ມື້​ແລ້ວ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 25 ມັງກອນ ສູນ​ຄວບ​ຄຸມ​ການບິນ​ອະວະກາດ​ປັກ​ກິ່ງ​ປະກາດ​ວ່າ, ນັບ​ມາ​ຮອດ​ຕອນ​ເຊົ້າມືດ​ມື້​ດຽວ​ກັນ, ຫ້ອງ​ໂຄຈອນ​ຂອງ​ຍານ​ອະວະກາດ​ເສິນ​ໂຈ່​ວ​ເລກ 6 ຂອງ​ຈີນ​ໄດ້​ບິນ​ຢູ່​ອະ​ວະກາດ​ຢ່າງ​ເປັນ​ປົກກະຕິ 100 ມື້​ແລ້ວ.

ວັນ​ທີ 17 ຕຸລາ​ປີ​ກາຍ​ນີ້, ຫ້ອງ​ໂຄຈອນ​​ໄດ້​ແຍກ​ກັບ​ຫ້ອງ​ກັບ​ຄືນ​ໜ້າດິນ​ຂອງຍານ​ອະ​ວະ​ກາດ​ເສິນ​ໂຈ່​ວ​ເລກ 6, ຫ້ອງ​ກັບ​ຄືນ​ໜ້າດິນ​ໄດ້​ກັບ​ຄືນ​ສູ່​ໜ້າດິນຕາມ​ແຜນ​ການ, ຫ້ອງ​ໂຄ​ຈອນ​ສືບ​ຕໍ່​ບິນ​ຕາມ​ເສັ້ນ​ໂຄຈອນ, ​ເຮັດ​ວຽກ​ທົດ​ລອງ​ວິທະຍາສາດ​ຕ່າງໆທີ່​​ກຳ​ນົດ​ໄວ້​ກ່ອນ.

ປັດຈຸບັນ ຕົວ​ເລກ​ຢັ່ງ​ແທກ​ທຸກ​ລາຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ວຽກ​ງານ​ຕ່າງໆ​ຂອງ​ຫ້ອງ​ໂຄ​ຈອນ ​ເຊັ່ນ​ແຫຼ່ງ​ເກີດ​ໄຟຟ້າ ການ​ຄວບ​ຄຸມ​ທ່າ​ບິນ​ແລະ​ການ​ຄຸ້ມ​ຄອງ​ຕົວ​ເລກ​ຂໍ້​ມູນ​ຂ່າວ​ສານ​ເປັນ​ຕົ້ນ​ໄດ້​ດຳ​ເນີນ​ຢ່າງ​ເປັນ​ປົກກະຕິ, ​ເຄື່ອງ​ຢັ່ງ​ແທກ​ວິທະຍາ​ສາດ​ທີ່​ຢູ່​ໃນ​ຫ້ອງ​ໂຄ​ຈອນ​ກໍ່​ເລີ່​ມ​ເຮັດ​ວຽກ, ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ວັດ​ແທກຢູ່​ໂຄຈອນ​ແລະ​ການ​ທົດ​ລອງ​ການ​ປະ​ຍຸກ​ວີ​ທະ​ຍາ​ສາດຫຼາຍລາຍ, ​ໄດ້​ຮັບ​ຕົວ​ເລກ​ວິທະຍາສາດ​ຢ່າງຫຼວງ​ຫຼາຍ​ແລະ​ຜົນ​ການ​ປະ​ຍຸກໃນ​ເບື້ອງ​ຕົ້ນ.