ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-25 18:21:45    
ການ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັສ​ຕິນ​​ເລີ່ມ​ຈັດ​ຂຶ້ນ

cri

ຕາມ​ຂ່າວcri:ຕອນ​ເຊົ້າວັນ​ທີ25 ມັງກອນ,ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕິນ​ເລີ່​ມຈັດ​ຂຶ້ນຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ແລະ​​ແຖບ​ກາຊາ​.

ຄົນ​ປາ​ເລັສຕິນຈະ​ປ່ອນ​ບັດ​ເລືອກ​ຕັ້ງ​ກຳມະການນີຕິບັນຍັດ132ຄົນຂອງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕິນ​ໃນ​ນິກາຍ​ຕ່າງໆ​ນອກຈາກ​ອົງການ​ເຈ​ຮາ​ດ​ແລະຜູ້​ສະໝັກຮັບ​ເລືອກ​ຕັ້ງ​ເອກະລາດ.

ຕາມ​ການກຳນົດ​​ໃນ​ສະມາຊິກ​ຄະນະກຳມະການ​ນິຕິບັນຍັດ132ຄົນ​ມີ​ເຄິ່ງໜຶ່ງ​ແມ່ນ​ຄັດ​ຈາກ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ບັນດາ​ພັກ​ຝ່າ​ຍທີ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງຕາມ​ມາດຕາ​ສ່ວນຂອງ​ບັດ​ເລືອກ​ຕັ້ງ​ທີ່​ໄດ້​ຮັບ,​ອີກ​ເຄິ່ງໜຶ່ງ​ແມ່ນ​ເລືອກຕັ້ງ​ໂດຍ​ກົງ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ບັນດາເຂດ.ສະ​ນັ້ນ,ຜູ້​ມີ​ສິດເລືອກ​ຕັ້ງຕ້ອງ​ປ່ອນ​ບັດ​ສອງ​ໃບ,ໜຶ່ງປ່ອນໃຫ້​ພັກ​ການ​ເມືອງ​ທີ່​ທ່ານ​ສະໜັບສະໜູນອີກ​ໃບ,ຫນຶ່ງ​​ປ່ອນ​ໃຫ້​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ເຂດທີ່​ຕົນສະໜັບສະໜູນ.