ຕາມຂ່າວCRI: ວັນທີ 25 ມັງກອນຢູ່ທີ່ປັກກິ່ງ, ສະມາຄົມຊຸກຍູ້ການທ້ອນໂຮມເຂົ້າເປັນເອກະພາບໂດຍສັນຕິຈີນແລະສະມາຄົມເພື່ອນຮຽນໂຮງຮຽນທະຫານຫວງຜູໄດ້ຈັດງານສົນທະນາຢູ່ທີ່ປັກກິ່ງ, ລະລຶກທ່ານຈຽງເຈີມິນ ອະດີດຜູ່ນຳຈີນປະກາດເຈດຈຳນົງ 8 ຂໍ້ຕໍ່ໄຕ້ຫວັນຄົບຮອບ 11 ປີ, ຫວັງໃຫ້ສືບຕໍ່ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝັ່ງຂະຫຍາຍໄປຕາມທິດສັນຕິພາບແລະສະຖຽນລະພາບ.
ໃນງານສົນທະນາ ທ່ານນາງເຫີລູລີ້ ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກ່າວວ່າ, ໃນ 11 ປີມານີ້, ການໄປມາຫາສູ່ກັນຂອງບຸກຄົນ ແລະການແລກປ່ຽນແລະການຮ່ວມມືດ້ານເສດຖະກິດ ວັດທະນະທຳແລະຂົງເຂດອື່ນໆລະຫວ່າງສອງຝັ່ງໄດ້ພັດທະນາຕື່ມອີກ. ພ້ອມກັນນັ້ນ ທ່ານນາງເຫີລູລີ້ຊີ້ອອກວ່າ, ການສະກັດກັ້ນອິດທິກຳລັງແຍກໄຕ້ຫວັນເປັນເອກະລາດດຳເນີນການເຄື່ອນໄຫວແບ່ງແຍກ, ປົກປັກຮັກສາສັນຕິພາບແລະສະຖຽນລະພາບຢູ່ເຂດຊ່ອງແຄບໄຕ້ຫວັນ, ຍັງແມ່ນໜ້າທີ່ຮີບດ່ວນກວ່າໝູ່ຂອງພີ່ນ້ອງຮ່ວມຊາດທັງສອງຝັ່ງໃນສະເພາະໜ້ານີ້.
|