ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-25 18:45:37    
ຈີນ​ຈະ​ພັດ​ທະ​ນາ​ການ​ສຶກ​ສາ​ຊົນ​ນະ​ບົດ​ຕື່ມ​ອີກ ຊ່ອຍ​ນັກ​ຮຽນ​ທີ່​ເຊົາ​ຮຽນ​ກັບ​ຄື​ສູ່​ໂຮງ​ຮຽນ

cri
ຕາມ​ຂ່າວCRI,ວັນ​ທີ25​ມັງກອນ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ວາງ​ຊູ​ມິ​ງ ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງ​ກະ​ຊວງ​ສຶກສາ​ທິການ​ຈີນ​ກ່າວ​ວ່າ,ຕໍ່​ໄປ​ພາຍ​ໜ້າ,​ລັດ​ຖະ​ບານ​ຈີນ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ສຶກ​ສາ​ຊົນ​ນະ​ບົດ​ຕື່ມ​ອີກ,​ພະ​ຍາ​ຍາມ​ຊ່ອຍ​ນັກ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ​ທີ່​ເຊົາ​ຮຽນ​ກັບ​ຄືນ​ສູ່​ໂຮງ​ຮຽນ​ໂດຍ​ໄວ.

ຕາມ​ຄາດ​ຄະ​ເນວ່າ,​ປັດ​ຈຸ​ບັນ,​ໃນ​ທົ່ວ​ປະ​ເທດ​ຈີນ,ນັກຮຽນ​ປະຖົມ​ແລະ​ມັດ​ທະ​ຍົມ​ທີ່​ເຊົາ​ຮຽນ​ນັ້ນ​ໄດ້​ຫຼາຍ​ກວ່າ​2​ລ້ານ​ຄົນ​,​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຊົນ​ນະ​ບົດ,​ປະ​ກົດ​ການ​ເຊົາ​ຮຽນ​ຍິ່ງ​ໜັກໜ່ວງ​ກວ່າ.ມູນ​​ເຫດ​ສຳຄັນ​ແມ່ນ​ເສດຖະກິດ​ທ້ອງ​ຖິ່ນ​ຫຼ້າ​ຫຼັງ​ຫຼື​ຄອບ​ຄົວ​ຂອງ​ນັກ​ຮຽນ​ທຸກ​ຍາກ.ຕາມ​ແຜນການ,​ໃນ5​ປີ​ຂ້າງ​ໜ້າ,​ຈີນ​ຈະ​ຄ່ອຍໆ​ຈັດ​ເອົາ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຢູ່​ຊົນນະບົດ​ເຂົ້າ​ໃນ​ຂອບ​ເຂດ​ປະກັນ​ຂອງ​ການ​ເງິນ​ສາ​ທາ​ລະ​ນະ​ຢ່າງ​ຮອບ​ດ້ານ.​ນອກ​ນີ້,​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ,​ຈະ​ຍົກ​ເວັ້ນ​ຄ່າ​ຮຽນ​ແລະ​ຄ່າ​ປຶ້ມ​ຮຽນ​ຂອງ​ນັກ​ຮຽນ​ຜູ່​ທຸກ​ຍາກ​ຢູ່​ເຂດ​ຕາ​ເວັນ​ຕົກ​ຂອງ​ຈີນ.