
ຕາມຂ່າວສານຊິນຮວາ,ວັນທີ24ມັງກອນ,ທ່ານປ້າວສີຊຸ້ນເຮັດອະນາໄມໃນເຮືອນ.
ຢູ່ນິຄົມລ້ຽງສັດເວິງນິວເທີເມືອງຊືເຟິງເຂດມົງໂກໃນປົກຄອງຕົນເອງ ພາກເໜືອຂອງຈີນ,ມີຊາວເຜົ່າມົງໂກຜູ່ໜຶ່ງຊື່ວ່າປ້າວສີຊຸ້ນ,ລາວສູງ2,36ແມັດ ,ປີນີ້ອາຍຸ55ປີ.ຕາມການກວດຂອງໂຮງໝໍທ້ອງຖິ່ນດັ່ງກ່າວ, ການຊຶມອອກຂອງອອກປອງຂໍ້ຂອງທ່ານປ້າວສີຊຸ້ນເປັນປົກກະຕິ,ສະນັ້ນ,ທ່ານ ເປັນຜູ່ສູງສຸດທີ່ເຕີບໃຫຍ່ຕາມທຳມະຊາດແລະຍັງມີຊີວິດຢູ່ໃນໂລກ.ວັນທີ17ມັງກອນ,ຢູ່ທີ່ປັກກິ່ງ, ສຳນັກງານໃຫຍ່ກີເນັສອັງກິດໄດ້ມອບໃບຮັບຮອງສະຖິຕິໂລກກີເນັສໃຫ້ທ່ານປ້າວສີຊຸ້ນ.

ວັນທີ23ມັງກອນ,ທ່ານປ້າວສີຊຸ້ນໄດ້ເຂົ້າຮ່ວມງານລາຕີສະຫຼອງບຸນກຸດຈີນຢູ່ເມືອງເວິງນິວເທີເຊິ່ງເປັນບ້ານເກີດຂອງຕົນ,ແລະຜ່ານຈາກໂທລະພາບອວຍພອນປີໃໝ່ໃຫ້ແກ່ປະຊາຊົນບັນດາເຜົ່າໃນທົ່ວເມືອງ.
|