ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຢູ່ຈີນ, ເດືອນ 12 ຕາມຈັນທະຄະຕິກໍ່ຖືກເອີ້ນເປັນເດືອນ "ລ້າເຢ້", ສະນັ້ນ ມື້ອອກໃໝ່ 8 ຄ່ຳເດືອນ 12 ຈັນທະຄະຕິກໍ່ເອີ້ນເປັນບຸນ "ລ້າປ່າ" ແປວ່າ "ບຸນມື້ອອກໃໝ່ 8 ຄ່ຳເດືອນ 12 ຈັນທະຄະຕິ". ບຸນ "ລ້າປ່າ" ແມ່ນມື້ບຸນປະເພນີຂອງເຜົ່າຮັ້ນຈີນ, ກໍ່ຖືກຖືເປັນມື້ບຸນສຳຄັນກ່ອນຈະເຖິງບຸນກຸດຈີນ. ໃນລາຍການອາລະຍະທຳພັນປີພາກນີ້, ຂ້າພະເຈົ້າຈະແນະນຳບຸນ "ລ້າປ່າ" ສູ່ຟັງ.
ຕາມການບັນທຶກໃນໜັງສືບູຮານ, ບຸນ "ລ້າປ່າ" ໄດ້ຜັນແປມາຈາກພິທີບວງສວງໃນເດືອນ 12 ຂອງສະໄໝບູຮານຂອງຈີນ. ແຕ່ໃດມາ, ຈີນກໍ່ເອົາໃຈໃສ່ນຳກະສິກຳ, ເມື່ອການຜະລິດກະສິກຳໄດ້ຮັບຜົນເກັບກ່ຽວອຸດົມສົມບູນ, ຄົນບູຮານກໍ່ເຫັນວ່າແມ່ນຍ້ອນເທວະດາຟ້າແຖນຕ່າງໆດົນບັນດານໃຫ້, ສະນັ້ນ ຈຶ່ງຈັດໃຫ້ມີພິທີບວງສວງອັນມະໂຫລານເພື່ອຕອບບຸນແທນຄູນແລະສະຫຼອງການເກັບກ່ຽວໄດ້ຮັບຜົນອຸດົມສົມບູນໃນເດືອນ 12 ຕາມຈັນທະຄະຕິ, ພິທີບວງສວງນີ້ກໍ່ຖືກເອີ້ນເປັນ "ລ້າຈີ້" ໝາຍເຖິງ "ພິທີບວງສວງໃນເດືອນ 12". ພາຍຫຼັງພິທີບວງສວງສິ້ນສຸດລົງແລ້ວ, ຄົນບູຮານຈະຈັດງານລ້ຽງທົ່ວບ້ານ, ເອົາສະບຽງອາຫານທີ່ເກັບກ່ຽວໄດ້ໃນປີນັ້ນມາຕົ້ມເປັນເຂົ້າປຽກ, ຄົນທັງຫຼາຍມານັ່ງກິນນຳກັນ, ສະເຫຼີມສະຫຼອງນຳກັນ. ພາຍຫຼັງມາ, ພິທີບວງສວງນີ້ໄດ້ພັດທະນາກາຍເປັນມື້ບຸນບວງສວງບັນພະບູລຸດ. ເມື່ອຄິດຕະສັງກາດສະຕະວັດທີ 5, ຝ່າຍທາງການໄດ້ກຳນົດເອົາວັນທີ 8 ເດືອນ 12 ຈັນທະຄະຕິຈີນເປັນບຸນ "ລ້າປ່າ". ຫຼັງຈາກພຸດທະສາສະໜາໄດ້ເຜີຍແຜ່ເຂົ້າເມືອງຈີນແລ້ວ, ກໍ່ໄດ້ອ້າງຕາມປະເພນີບວງສວງບັນພະບູລຸດແລະກິນເຂົ້າປຽກໃນມື້ບຸນ "ລ້າປ່າ" ມາແຕ່ງນິທານພື້ນສືບທີ່ວ່າ ວັນທີ 8 ເດືອນ 12 ຈັນທະຄະຕິແມ່ນວັນຕັດສະຮູ້ຂອງພະສຳມາສຳພຸດທະເຈົ້າສາກະຍະມູນີ. ເນື້ອໃນໂດຍສັງເຂບແມ່ນ ກ່ອນສາກະຍະມູນີຕັດສະຮູ້ເປັນພະອໍລະຫັນ, ເຄີຍບຳເພັນຕະບະມາເປັນເວລາຫຼາຍປີ, ຫິວຈົນຮ່າງກາຍອ່ອນໂຊ, ເລີຍຕົກລົງປະລະການບຳເພັນຕະບະ. ໃນເວລານັ້ນ ພະອົງໄດ້ພົບນາງລ້ຽງສັດຜູ່ໜຶ່ງ, ນາງໄດ້ເອົານົມສັດໃຫ້ພະອົງກິນແກ້ຄວາມອຶດຫິວ. ພະອົງສະເຫວີຍແລ້ວໄດ້ຟື້ນຟູກຳລັງເຫື່ອແຮງ, ແລະຊົງນັ່ງສະມາທິຢູ່ໃຕ້ຕົ້ນໂພ, ຕັດສະຮູ້ເປັນພະອໍລະຫັນໃນວັນທີ 8 ເດືອນ 12 ຈັນທະຄະຕິ. ເພື່ອລະລຶກເລື່ອງນີ້, ພຸດທະສາສະນິກກະຊົນຈຶ່ງໃຊ້ເຂົ້າສານປົນກັບໝາກໄມ້ເປັນຕົ້ນມາຕົ້ມເປັນເຂົ້າປຽກ, ເພື່ອເອົາມາຖະຫວາຍພະ, ເຂົ້າປຽກນີ້ຖືກເອີ້ນເປັນ "ລ້າປ່າໂຈ່ວ".
ຄົນຈີນກິນເຂົ້າປຽກ "ລ້າປ່າໂຈ່ວ" ມີປະຫວັດມາເປັນເວລາ 1000 ກວ່າປີແລ້ວ. ເລີ່ມມີໃນລາຊະວົງຊົ້ງ(ແຕ່ປີ ຄ.ສ.960 ຮອດປີ ຄ.ສ. 1279). ໃນຄາວນັ້ນ, ເມື່ອຮອດມື້ບຸນ "ລ້າປ່າ", ບໍ່ວ່າໃນລາຊະສຳນັກ ອົງການປົກຄອງຫຼືວັດວາອາຮາມຕ່າງໆ ລ້ວນແຕ່ຕົ້ມເຂົ້າປຽກ "ລ້າປ່າໂຈ່ວ". ສ່ວນຝ່າຍພື້ນເມືອງ, ທຸກບ້ານທຸກເຮືອນກໍ່ຕົ້ມເຂົ້າປຽກນີ້ຄືກັນ, ເອົາມາບວງສວງບັນພະບູລຸດ, ທຸກຄົນໃນຄອບຄົວກໍ່ກິນນຳກັນ, ແລະສົ່ງໃຫ້ຍາດພີ່ນ້ອງແລະເພື່ອນມິດ.
ເຂົ້າປຽກ "ລ້າປ່າໂຈ່ວ" ມີຫຼາຍຊະນິດ. ຕາມປະເພນີພື້ນເມືອງ, ເຂົ້າປຽກ "ລ້າປ່າໂຈ່ວ" ປະກອບດ້ວຍວັດຖຸຕົ້ນຕໍ 8 ຊະນິດ ເຄື່ອງປຸງລົດ 8 ຊະນິດ, ເພື່ອເຮັດໃຫ້ສອດຄ່ອງກັບຕົວເລກ 8 ໃນຄຳສັບ "ລ້າປ່າ" ຄື ວັນທີ 8 ເດືອນ 12 ເຊິ່ງໝາຍຄວາມວ່າສິລິມຸງຄຸນ. ວັດຖຸຕົ້ນຕໍໄດ້ຖືປະເພດໝາກຖົ່ວແລະເຂົ້າເປັນຫຼັກ, ມີຖົ່ວແດງ ຖົ່ວຂຽວ ໝາກຖົ່ວຍັດ ຖົ່ວລັນເຕົາ ໝາກຖົ່ວແຂກແລະໝາກບົວສີຕ່າງໆເປັນຕົ້ນ. ປະເພດເຂົ້າມີເຂົ້ານົກ ເຂົ້າສານ ເຂົ້າສີເຫຼືອງ ເຂົ້າຈ້າວ ເຂົ້າໜຽວ ໝາກຫຍ້າ ເຂົ້າເບຼ ເຂົ້າໂອດ ເຂົ້າສາລີແລະເຂົ້າຟ້າງເປັນຕົ້ນ. ຄົນທັງຫຼາຍສາມາດເລືອກໃຊ້ຕາມຄວາມນິຍົມແລະຄວາມຊີນເຄີຍ. ສ່ວນເຄື່ອງປຸງລົດ, ທຳມະດາແລ້ວຈະເລືອກໃຊ້ຂອງດັ່ງລຸ່ມນີ້: ຄື ໝາກຄາຍແຫ້ງ ອັບປຼີຄອດແຫ້ງ ວອນນັດ ໝາກກະທັນ ໝາກກໍ່ ໝາກພັບ ແກ່ນໝາກໂມ ໝາກບົວ ໝາກຖົ່ວດິນ ແກ່ນສົນ ໝາກຈອງແຫ້ງແລະອະງຸ່ນແຫ້ງເປັນຕົ້ນ. ພາຍຫຼັງປະກອບວັດຖຸຕົ້ນຕໍແລະເຄື່ອງປຸງລົດເສັດຊັບແລ້ວ, ໃຊ້ໝໍ້ດິນຕົ້ມດ້ວຍໄຟອ່ອນ, ຕົ້ມສຸກແລ້ວຕື່ມເຄື່ອງປຸງຫວານໃສ່ເຊັ່ນ ນ້ຳຕານຂາວ ດອກກູຫຼາບແລະດອກອົບເຊີຍເປັນຕົ້ນ.
ແຕ່ໃດມາ ຊາວປັກກິ່ງກໍ່ມັກຖືບຸນ "ລ້າປ່າ" ເປັນສັນຍານທີ່ບົ່ງບອກວ່າບຸນກຸດຈີນໃກ້ຈະວຽນມາເຖິງ, ໃນມື້ບຸນ "ລ້າປ່າ" ນີ້, ຄອບຄົວໃດກໍ່ກິນເຂົ້າປຽກ "ລ້າປ່າໂຈ່ວ". ຢູ່ປັກກິ່ງເຄີຍມີຂັບພື້ນເມືອງຄືດັ່ງນີ້: "ແມ່ປ້າຢ່າອຸກອັ່ງ, ມື້ບຸນ "ລ້າປ່າ" ຜ່ານໄປກໍ່ຈະເຖິງມື້ສິ້ນປີ. ກິນເຂົ້າປຽກ "ລ້າປ່າໂຈ່ວ", ບໍ່ກິນເທົ່າໃດມື້, ກໍ່ຈະຮອດແຮມ 8 ຄ່ຳ(ຕາມປະເພນີຈີນ, ມື້ແຮມ 8 ຄ່ຳເປັນມື້ສົ່ງເທບພະເຈົ້າແຫ່ງເຕົາໄຟຂຶ້ນສູ່ສະຫວັນ)."
ໃນມື້ບຸນ "ລ້າປ່າເຈ", ນອກຈາກຈະຕົ້ມເຂົ້າປຽກ "ລ້າປ່າໂຈ່ວ" ແລ້ວ, ຢູ່ພື້ນເມືອງທາງພາກເໜືອຂອງຈີນຍັງມີປະເພນີດອງ "ຫົວຜັກທຽມລ້າປ່າ". ແມ່ເຮືອນປອກເປືອກຫົວຜັກທຽມອອກ, ເອົາໃສ່ໄຫ, ໃສ່ນ້ຳສົ້ມທີ່ເຮັດດ້ວຍເຂົ້າສານຈົນເຕັມ, ແລ້ວອັດປາກໄຫໃຫ້ແໜ້ນໃນມື້ບຸນ "ລ້າປ່າ", ວາງໄວ້ຢູ່ໃນເຮືອນທີ່ຂ້ອນຂ້າງອົບອຸ່ນ. ເມື່ອຮອດຄ່ຳສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ເອົາກ້ຽວຈ້ຳໃສ່ແລ້ວຈຶ່ງກິນ. ຫົວຜັກທຽມທີ່ດອງໄດ້ດີຈະມີສີຂຽວສົດໃສ, ເບິ່ງແລ້ວເໝືອນແກ້ວມໍລະກົດ, ແຊ່ຢູ່ໃນນ້ຳສົ້ມສີແດງແກ່, ໜ້າເບິ່ງທີ່ສຸດ, ນີ້ໄດ້ສ້າງບັນຍາກາດມື້ບຸນທີ່ສະມາຊິກຄອບຄົວຢູ່ຊ້ອງໜ້າໝົດທຸກຄົນ.
|