ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການນິທານສຸພາສິດ, ໃນລາຍການພາກນີ້, ຂ້າພະເຈົ້າຈະເລົ່າສຸພາສິດເລື່ອງ "ຕ້ວນໂຖວຈ່ຽງຈິ່ນ" ແປວ່າ "ນາຍພົນທີ່ບໍ່ຢ້ານຖືກຕັດຄໍ" ສູ່ຟັງ, ສຸພາສິດເລື່ອງນີ້ໄດ້ເກີດຂຶ້ນໃນສະໄໝສາມກົ໊ກຂອງຈີນ, ໃນສະໄໝນັ້ນ, ຈີນໄດ້ແບ່ງອອກເປັນສາມລັດ ຄື ລັດເວິ້ຍ ລັດສູແລະລັດອູ, ແລະຍັງມີອິດທິກຳລັງແບ່ງແຍກທ້ອງຖິ່ນຫຼາຍກຸ່ມ, ຢູ່ລະຫວ່າງລັດແລະອິດທິກຳລັງເຫຼົ່ານີ້ໄດ້ເກີດສົງຄາມເພື່ອກືນກິນກັນເລື້ອຍໆ.
ມີປີໜຶ່ງ, ເຫຼົາປີ່ ເຈົ້າຊີວິດກົ໊ກສູໄດ້ນຳພາກອງທະຫານໄປບຸກໂຈມຕີກອງທະຫານລິວຈ່າງທີ່ປົກຄອງເຂດເຊສວນ, ກອງທະຫານເຫຼົາປີ່ມີຄວາມຄືບໜ້າຢ່າງສະດວກໃນເສິກສົງຄາມ, ເຕ່ຍຫຸຍ ໜຶ່ງໃນ 5 ແມ່ທັບເກັ່ງກ້າຂອງເຫຼົາປີ່ໄດ້ບຸກຕີຕົວເມືອງແຕກແລະເອົາຊະນະກອງທະຫານລິວຈ່າງຢ່າງວ່ອງໄວ, ທັງໄດ້ຈັບຢຽນຢຽນ ເຈົ້າເມືອງປ່າຈຸ້ນທີ່ເຝົ້າຮັກສາເຂດຈ່ຽງໂຈ່ວເປັນຊະເລີຍເສິກ.
ຢຽນຢຽນມີອາຍຸ 50 ກວ່າປີແລ້ວ, ແມ່ນນາຍພົນຜູ່ໜຶ່ງທີ່ພິລະອາດຫານແລະແກ່ສະໜາມລົບ. ເຖິງວ່າເພິ່ນຖືກເຕ່ຍຫຸຍຈັບເປັນຊະເລີຍເສິກກໍ່ຕາມ ແຕ່ບໍ່ອ່ອນຍອມຈັກເມັດ. ເພິ່ນຢືນຢູ່ຕໍ່ໜ້າເຕ່ຍຫຸຍຢ່າງສະຫງ່າອົງອາດ ບໍ່ຖືເຕ່ຍຫຸຍຢູ່ໃນສາຍຕາ. ເພິ່ນຄິດວ່າ: ເພື່ອປົກປັກຮັກສາປະເທດຊາດບ້ານເມືອງ, ຂ້າພະເຈົ້າຕາຍກໍ່ແມ່ນວິລະຊົນ, ຈະບໍ່ອ່ອນຂໍ່ຢ່າງເດັດຂາດ.
ເມື່ອເຕ່ຍຫຸຍໄດ້ເຫັນຊະເລີຍເສິກທີ່ຢືນເສີຍເມີຍຢູ່ຕໍ່ໜ້າຜູ່ນີ້, ຈຶ່ງໂມໂຫທີ່ສຸດ, ເພິ່ນຮ້າຍຈາດໃສ່ຢຽນຢຽນວ່າ: "ຂ້າພະເຈົ້ານຳພາກອງທະຫານບຸກຕີຕົວເມືອງແຕກ ທ່າຂະຫຍາຍຕົວຂອງສະຖານະການກໍ່ຈະແຈ້ງແລ້ວ, ເປັນຫຍັງເຈົ້າຍັງບໍ່ຍອມຈຳນົນແຕ່ໂດຍດີ, ພັດຍັງກ້າມາແຜງລິດແຜງເດດຢູ່ຕໍ່ໜ້າຂ້າພະເຈົ້າ?"
ຢຽນຢຽນແລເບິ່ງເຕ່ຍຫຸຍ ແລ້ວເວົ້າຢ່າງສຽງດັງວ່າ: "ແມ່ນກຸ່ມຄົນພວກເຈົ້ານີ້ບໍ່ຖືເຫດຖື ຜົນ, ມາຍຶດຄອງດິນແດນຂອງພວກຂ້າພະເຈົ້າ, ເປັນຫຍັງຂ້າພະເຈົ້າຕ້ອງຍອມຈຳນົນພວກເຈົ້າ? ຢູ່ເຂດທີ່ຂ້າພະເຈົ້າປົກປັກຮັກສານີ້, ມີແຕ່ນາຍພົນທີ່ບໍ່ຢ້ານຖືກຕັດຄໍ, ບໍ່ມີນາຍພົນທີ່ໂຕນ ໜີແລະຍອມຈຳນົນ."
ເຕ່ຍຫຸຍໄດ້ຍິນແລ້ວໂມໂຫທີ່ສຸດ, ເພິ່ນສັ່ງລູກນ້ອງວ່າ: "ລາກມັນອອກໄປຕັດຄໍດຽວນີ້!" ເຕ່ຍຫຸຍທັງແຜດສຽງຮ້ອງທັງກຶ້ງຕາເບິ່ງນາຍພົນທີ່ບໍ່ເຫັນໃຜຢູ່ໃນສາຍຕາຜູ່ນີ້.
ຢຽນຢຽນບໍ່ຢ້ານບໍ່ກົວ, ເພິ່ນເວົ້າຕໍ່ເຕ່ຍຫຸຍຢ່າງທຸ່ນທ່ຽງວ່າ: "ເຈົ້າຢາກຂ້າຂ້າພະເຈົ້າ, ກໍ່ຂ້າແມ, ເປັນຫຍັງຍັງຕ້ອງໂມໂຫ?"
ເຕ່ຍຫຸຍກໍ່ແມ່ນນາຍພົນທີ່ໂຄລົບວິລະຊົນ, ນ້ຳໃຈແລະຄຸນສົມບັດທີ່ບໍ່ຢ້ານຕາຍຂອງຢຽນຢຽນ ໄດ້ເຮັດໃຫ້ເຕ່ຍຫຸຍໂຄລົບນັບຖືທີ່ສຸດ. ເພິ່ນບໍ່ຢາກຂ້າວິລະຊົນທີ່ແໜງຕາຍກໍ່ບໍ່ຍອມອ່ອນຂໍ່ຜູ່ນີ້, ແລະຍັງຍ້ອງຍໍສັນລະເສີນທີ່ສຸດ. ກິລິຍາວາຈາຂອງຢຽນຢຽນໄດ້ເຮັດໃຫ້ເຕ່ຍຫຸຍຮູ້ສຶກຕື້ນຕັນໃຈຫຼາຍ, ເພິ່ນຍ່າງໄປຮອດຕໍ່ໜ້າຢຽນຢຽນ, ແກ້ເຊືອກທີ່ມັດຢຽນຢຽນໄວ້ນັ້ນອອກ, ແລະສັ່ງໃຫ້ຈັດງານລ້ຽງຢຽນຢຽນ, ປະຕິບັດຕໍ່ຢຽນຢຽນທີ່ຖືກຍ້ອງຍໍເປັນ "ນາຍພົນບໍ່ຢ້ານຕັດຄໍ" ຜູ່ນີ້ເໝືອນແຂກຜູ່ມີກຽດ, ແລະຂໍແຜນການດີນຳຢຽນຢຽນໃນການເຄື່ອນທັບຕໍ່ໄປ ເພື່ອຍຶດເອົາທົ່ວເຂດເຊສວນ.
ໃນທີ່ສຸດ, ຢຽນຢຽນກໍ່ຕື້ນຕັນໃຈຍ້ອນຄວາມຈິງອົກຈິງໃຈຂອງເຕ່ຍຫຸຍ, ບວກກັບການປົກຄອງອັນໂງ່ຈ້າຂອງລິວຈ່າງ, ຈຶ່ງຕັດສິນໃຈເຂົ້າເປັນນາຍພົນຂອງເຕ່ຍຫຸຍ, ແລະຊ່ອຍເຕ່ຍຫຸຍວາງແຜນບຸກເຂົ້າເຊສວນ, ໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫຼວງທີ່ຊ່ອຍເຫຼົາປີ່ຍຶດຄອງທົ່ວເຊສວນໃນທີ່ສຸດ. ພາຍຫຼັງມາ ຢຽນຢຽນໄດ້ກາຍເປັນນາຍພົນທີ່ມີຊື່ສຽງຂອງເຫຼົາປີ່.
ສຸພາສິດ "ຕ້ວນໂຖວຈ່ຽງຈິ່ນ" ກໍ່ໄດ້ຜັນແປຈາກເຫດການດັ່ງກ່າວ, ດຽວນີ້ສ່ວນຫຼາຍໝາຍເຖິງນາຍພົນທີ່ຕໍ່ຕ້ານຢ່າງເດັດດ່ຽວ ແໜງຕາຍກໍ່ບໍ່ຍອມຈຳນົນຕໍ່ຝ່າຍສັດຕູ.
|